ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 9

 

ACMECSthai

 

ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ໄດ້ສໍາເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫຼື ແອັກແມັກ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຫຼື ຊີແອວແອັມວີ (CLMV) ຄັ້ງທີ 9, ໃນວັນທີ 15-16 ມິຖຸນາ 2018, ທີ່ ບາງກອກ, ປະເທດໄທ.

ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ໄດ້ໄຂຂຶ້ນຢ່າງທາງການ ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2018 ໂດຍເລີ່ມຕົ້ນ ຈາກການຮັບຊົມ ວິດີໂອ ທີ່ສະທ້ອນໃຫ້ເຫັນຜົນສໍາເລັດຂອງແອັກແມັກ ໃນໄລຍະຜ່ານມາ ແລະ ຄວາມມຸ່ງຫວັງຂອງ ແອັກແມັກ ໃນອະນາຄົດ ແລະ ຕິດຕາມ ດ້ວຍ ການຮັບຊົມ ແລະ ຮັບຟັງ ສານອວຍພອນ ຈາກ ບັນດາຜູ້ນໍາ ແລະ ລັດຖະມົນຕີຕ່າງປະເທດ ຂອງ ບັນດາປະເທດຄູ່ຮ່ວມພັດທະນາ ແລະ ປະທານສະຖາບັນການເງິນສາກົນ ແລະ ກ່າວເປິດກອງປະຊຸມ ໂດຍ ທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ. ກອງປະຊຸມສຸດຍອດ ACMECS ຄັ້ງນີ້ ໄດ້​ດໍາ​ເນີນ​ໄປພາຍ​ໃຕ້​ຫົວ​ຂໍ້ “ກ້າວ​ໄປ​ສູ່​ກາ​ນເປັນປະຊາຄົມແມ່ນໍ້າຂອງ ທີ່​ເຊື່ອມ​ໂຍງ ແລະ ເຊື່ອມຈອດກັນ (Towards an Integrated and Connected Mekong Community)” ໂດຍການເປັນປະທານຂອງ ພະນະທ່ານ ປຣະຍຸດ ຈັນ​ໂອ​ຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາ​ຈັກ​ ໄທ, ເຊິ່ງ​ບັນດາ​ຜູ້​ນໍາ ​ໄດ້​ແລກປ່ຽນທັດສະນະ ກ່ຽວກັບ ການທົບ​ທວນ​ຄືນ ການ​ຮ່ວມມື ແອັກແມັກ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ກໍານົດທິດ​ທາງ​ໃນ​ຕໍ່ໜ້າ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແອັກແມັກ ສາມາດ​ເຊື່ອມ​​ໂຍງ​ເສດຖະກິດ ແລະ ເຊື່ອມຈອດກັບ​ພາກ​ພື້ນ ​ແລະ ສາກົນ ໄດ້ຢ່າງຍືນຍົງ. ໃນກອງ​ປະຊຸມ​ຄັ້ງ​ນີ້ ບັນດາຜູ້ນໍາແອັກແມັກ ໄດ້ຮັບຮອງເອົາ ຖະແຫຼງການບາງກອກ ແລະ ​ແຜນ​ແມ່​ບົດ​ແອັກ​ແມັກ​ 2019-2023 ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ ໃນ 3 ເປົ້າໝາຍ ຫຼື 3S ຄື: ການເຊື່ອມຈອດດ້ານພື້ນຖານໂຄງລ່າງ (Seamless ACMECS), ຄວາມກົມກຽວດ້ານພື້ນຖານໂຄງບົນ (Synchronized ACMECS Economies) ແລະ ການພັດທະນາຊັບພະຍາກອນມະນຸດ ແລະ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ (Smart and Sustainable ACMECS).

ກອງປະຊຸມສຸດຍອດCLMVຄັ້ງທີ 9​ໄດ້​ດໍາ​ເນີນໄປ​ພາຍ​ໃຕ້​ຫົວ​ຂໍ້ “ເພື່ອການເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດ ໃຫ້ຫຼາຍຂຶ້ນກວ່າເກົ່າ(For Greater Economic Integration and Connectivity)” ໂດຍການເປັນປະທານຂອງ ສົມ​ເດັດ ​ເຕ​ໂຊ ຮຸນ ​ເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາ​ຈັກ ກໍາປູ​ເຈຍ, ເຊິ່ງບັນດາຜູ້ນໍາ ໄດ້ຕີລາຄາຄືນການຮ່ວມມື ໃນໄລຍະຜ່ານມາ ໂດຍສະເພາະ ບັນດາຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ຮ່ວມມືກັນແກ້ໄຂ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ, ໃນນີ້ ໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ເພື່ອແນໃສ່ສືບຕໍ່ຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງ ປະເທດສະມາຊິກເກົ່າ ແລະ ໃໝ່ ຂອງ ອາຊຽນ. ໃນໂອກາດດັ່ງກ່າວ, ສປປ ລາວ ໄດ້ຮັບມອບໝາຍ ເປັນ ປະທານຂອບການຮ່ວມມື CLMV ໃນໄລຍະ 2 ປີຂ້າງໜ້າ ແລະ ຈະເປັນເຈົ້າພາບກອງປະຊຸມສຸດຍອດ CLMV ຄັ້ງທີ 10 ໃນປີ 2020.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ພະນະທ່ານ ປຣະຍຸດ ຈັນ​ໂອ​ຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາ​ຈັກ​ ໄທ ແລະ ພະນະທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະລັດ ສັງຄົມນິຍົມ ຫວຽດນາມ ແລະ ໄດ້ມີພາເຂົ້າເຊົ້າສະເພາະ ທ່ານ ນາຍົກລັດຖະມົນຕີ ກໍາປູເຈຍ-ລາວ-ຫວຽດນາມ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ຄຽງຄູ່ກັບການຮ່ວມມືໃນຂອບອະນຸພາກພື້ນ ແລະ ພາກພື້ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ນອກຈາກນີ້, ໄດ້ມີງານວາງສະແດງ ຮູບພາບ ໃນຮູບແບບ LED ທີ່ສະທ້ອນໃຫ້ເຫັນບັນດາທ່າແຮງ,​ ຈຸດພິເສດ ແລະ ກາລະໂອກາດ ຂອງແຕ່ລະປະເທດສະມາຊິກ ແອັກແມັກ ແລະ ໄດ້ມີການຈັດພາເຂົ້າທ່ຽງ ລະຫວ່າງ ຜູ້ນໍາແອັກແມັກ ແລະ ບັນດາຜູ້ບໍລິຫານຂັ້ນສູງ ຂອງ ບັນດາບໍລິສັດໃຫຍ່ ໃນປະເທດແອັກແມັກ ແລະ ປະເທດຄູ່ຮ່ວມພັດທະນາ ເພື່ອສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ໃຫ້ນັບມື້ນັບມີບົດບາດຫຼາຍຂຶ້ນກ່ວາເກົ່າ ໃນການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງເສດຖະກິດພາກພື້ນ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໃຫ້ສໍາພາດຂ່າວ ຕໍ່ ສໍານັກຂ່າວ ພີບີເອັສ ຂອງ ໄທ ກ່ຽວກັບ ການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ລາວ ແລະ ໄທ, ການສົ່ງເສີມການລົງທຶນ ຈາກ ໄທ ແລະ ການພັດທະນາເຂດເສດຖະກິດພິເສດ ຢູ່ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485358
ມື້ນີ້59
ມື້ວານ227
ອາທິດນີ້394
ເດືອນນີ້4663