ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ຕ້ອນຮັບ ທູດການາດາ ປະຈຳ ລາວ ເຂົ້າຢ້ຽມຂ່ຳນັບ

SLXCanadaWeb

 

ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2018, ເວລາ 10:00 ໂມງ, ທີ່ ກະຊວງ​ການ​ຕ່າງປະ​ເທດ, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງ ທ່ານ ນາງ Donica Pottie, ເອກອັກຄະລັດຖະທູດ ​ແຫ່ງ ກາ​ນາ​ດາ ປະຈໍາ ສປປ ລາວ, ທີ່ມີສໍານັກງານຕັ້ງຢູ່ ບາງກອກ, ປະເທດ​ໄທ, ​​ໃນ​ໂອກາດເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ​ແລະ ນໍາພາ ທ່ານ ນາງ Lee-Anne Hermann, ອຸປະ​ທູດ​ກາ​ນາ​ດາ ປະຈໍາ ຫ້ອງການ​ຕາງໜ້າ​ການ​ທູດ ສປປ ລາວ ທີ່ ນະຄອນຫຼວງ​ວຽງຈັນ,​ ​ເພື່ອເຂົ້າ​ຢ້ຽມ​ອໍາ​ລາ​ ໃນ​ໂອກາດ​ສໍາ​ເລັດ​ການ​ປະຕິບັດ​ໜ້າ​ທີ່ ຢູ່ ສປປ ລາວ.

 

ໃນ​ໂອກາດ​ດັ່ງກ່າວ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໄດ້​ສະ​ແດງຄວາມ​ຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ຕີ​ລາຄາ​ສູງ ຕໍ່​ການ​ປະກອບສ່ວນ​ຂອງ​ທ່ານອຸປະ​ທູດ ມາ​ດໍາລົງ​ຕໍາ​ແໜ່​ງ​ເປັນ​ນັກ​ການ​ທູດຄົນ​ທໍາ​ອິດ ພາຍຫຼັງເປີດ​ຫ້ອງການ​ຕາງໜ້າ​ການ​ທູດກາ​ນາ​ດາ ທີ່​ ນະຄອນຫຼວງ​ວຽງ​ຈັນ,​ເຊິ່ງ​ເປັນ​ນິມິດ​ໝາຍ​ສໍາຄັນ ​​ໃຫ້​ແກ່​ການຊຸກຍູ້​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ ໃຫ້​ໄດ້​ຮັບ​ການ​ເສີມຂະຫຍາຍ​. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ ​ເຖິງ​ການ​ພົວພັນ​ຮ່ວມ​ມື​ທັງ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ພ້ອມ​ນັ້ນ​ ກໍ່ໄດ້​ປຶກສາ​ຫາລື ​ແລະ ທົບ​ທວນ​ການ​ພົວພັນ ​ລະຫວ່າງ​ສອງ​ປະ​ເທດ ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ປຶກສາ​ຫາລື​ທິດ​ທາງ​ການ​ເສີມ​ຂະຫຍາຍ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ​​ເປັນ​ຕົ້ນ​: ວຽກງານ​ການ​ເກັບ​ກູ້​ລະ​ເບີດທີ່​ບໍ່​ທັນ​ແຕກ​ຢູ່​ລາວ, ການ​ສຶກສາ ​ແລະ ການ​ພົວພັນ​ລະຫວ່າງ​ກາ​ນາ​ດາ ກັບ ອາ​ຊຽນ, ການ​ຮ່ວມ​ມື ​ແລະ ການ​ສະໜັບສະໜູນ​ຊຶ່ງກັນ ​ແລະ ກັນ ​ໃນ​​ເວທີ​ສາກົນ.

 

ໃນ​ໂອກາດ​ນີ້, ທ່ານ​ທູດ ແລະ ອຸປະ​ທູດ​ກາ​ນາ​ດາ ປະຈໍາ ລາວ ຍັງ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ທ່ານ ບຸນ​ເກີດ ສັງ​ສົມ​ສັກ, ລັດຖະມົນຕີ​ ປະ​ຈໍາ ຫ້ອງ​ວ່າການສໍານັກງານນາຍົກ, ທ່ານ ຮສ. ດຣ. ບຸນ​ກອງ ສີ​ຫາ​ວົງ, ລັດຖະມົນຕີ​ກະຊວງສາທາ ລະນະ​ສຸກ, ​ທ່ານ ສົມ​ມາດ ພົນ​ເສນາ, ລັດຖະມົນຕີກະຊວງຊັບພະຍາກອນທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ທ່ານ ປອ. ສຸພັນ ​ແກ້ວ​ມີ​ໄຊ, ລັດຖະມົນຕີກະຊວງ​ແຜນການ ​ແລະ ການ​ລົງທຶນ, ​ແລະ ​​​ໄດ້ເດີນທາງ​ໄປແຂວງໆສະຫວັນ​ນະ​ເຂດເຂົ້າ​ຢ້ຽມຂໍ່ານັບ ທ່ານ ສັນຕິພາບ ພົມວິຫານ, ​ເຈົ້າ​ແຂວງໆ​ສະຫວັນ​ນະ​ເຂດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485588
ມື້ນີ້93
ມື້ວານ196
ອາທິດນີ້624
ເດືອນນີ້4893