ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 24

 

 pm nikkie

 

    ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 24 ພາຍໃຕ້ຫົວຂໍ້: ສືບຕໍ່ເປີດກວ້າງອາຊີ - ຈະເຮັດແນວໃດ ເພື່ອໃຫ້ກ້າວໄປສູ່ ຄວາມວັດທະນາຖາວອນ ແລະ ມີສະຖຽນລະພາບ (Keeping Asia Open How to achieve Prosperity and Stability), ເຊິ່ງຈັດຂຶ້ນໂດຍ ສໍານັກງານໜັງສືພິມ ເສດຖະກິດຍີ່ປຸ່ນ ຫຼື ນິກເກ (NIKKEI), ໃນວັນທີ 11 - 12 ມິຖຸນາ 2018 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ.

          ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດກ່າວປາໄສ ທີ່ປິ່ນອ້ອມຫົວຂໍ້ຂອງກອງປະຊຸມຄັ້ງນີ້, ຊຶ່ງໄດ້ສະແດງທັດສະນະ ກ່ຽວກັບ ການເປີດກວ້າງການຮ່ວມມື ຂອງ ອາຊີ ໃນໄລຍະຜ່ານມາ ແລະ ບັນດາຂໍ້ລິເລີ່ມໃໝ່ໆ ທີ່ໄດ້ເກີດຂຶ້ນ ແລະ ກໍາລັງເກີດຂຶ້ນ ໃນປະຈຸບັນ ຢູ່ ອາຊີ ແລະ ໃນໂລກ ລວມທັງ ໄດ້ຊຸກຍູ້ໃຫ້ ອາຊີ ສືບຕໍ່ເປີດກວ້າງການຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ຊຸກຍູ້ ພາກພື້ນອື່ນ ກໍຄວນເປີດກວ້າງການຮ່ວມມື ກັບ ອາຊີ ເຊັ່ນກັນ ໃນປະຈຸບັນ ກໍຄື ອະນາຄົດ ເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ກ້າວໄປສູ່ຄວາມວັດທະນາຖາວອນ ຂອງ ອາຊີ ກໍຄື ຂອງ ພາກພື້ນ ແລະ ໂລກ. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕອບຄໍາຖາມ ຢູ່ໃນກອງປະຊຸມຄັ້ງນີ້ ກ່ຽວກັບ ການພັດທະນາພື້ນຖານໂຄງລ່າງການເຊື່ອມຈອດ ຢູ່ ສປປ ລາວ ເພື່ອຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດກັບພາກພື້ນ ແລະ ຄວາມຄາດຫວັງຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ. ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ສໍາພາດຂ່າວ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປະຈຸບັນ ເປັນຕົ້ນແມ່ນ ນະໂຍບາຍດຶງດູດການລົງທຶນ ທັງຈາກພາຍໃນ ແລະ ຕ່າງປະເທດ, ການພັດທະນາອຸດສາຫະກໍາທີ່ມີທ່າແຮງ ເຊັ່ນ: ອຸດສາຫະກໍາປຸງແຕ່ງກະສິກໍາ, ອຸດສາຫະກໍາພະລັງງານໄຟຟ້າ ທີ່ສະອາດ ແລະ ຍືນຍົງ ແລະ ອຸດສາຫະກໍາການທ່ອງທ່ຽວ ແລະ ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ລວມທັງ ການຮ່ວມມື ແລະ ການສະໜັບສະໜູນ ຈາກ ຍີ່ປຸ່ນ.

          ຄຽງຄູ່ກັນນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢ້ຽມຢາມ ແລະ ພົບປະສອງຝ່າຍກັບ ພະນະທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີ ຂອງ ຍີ່ປຸ່ນ ເພື່ອສືບຕໍ່ຮັດແໜ້ນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ທັງລວງເລິກ ແລະ ລວງກວ້າງ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ໄດ້ເຂົ້າຮ່ວມເປັນສັກຂີພະຍານ ໃນການລົງນາມ ເອກະສານແລກປ່ຽນ ໃຫ້ທຶນການສຶກສາ JDS ມູນຄ່າ 310 ລ້ານເຢັນ ລະຫວ່າງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ແລະ ທ່ານ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ.

          ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເຈື່ອງ ຮວາ ບິງ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ ສສ ຫວຽດນາມ, ບັນດາອົງການ, ສະມາຄົມ ແລະ ບໍລິສັດຂອງຍີ່ປຸ່ນ ຈໍານວນໜຶ່ງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485868
ມື້ນີ້167
ມື້ວານ206
ອາທິດນີ້904
ເດືອນນີ້5173