ໃນຕອນເຊົ້າຂອງ ວັນທີ 07 ມິຖຸນາ 2018, ທີ່ ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2017 ແລະ ເຜີຍແຜ່ເຊື່ອມຊຶມນິຕິກໍາ 04 ສະບັບ, ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາສະຫາຍຄະນະພັກ, ຄະນະນຳກະຊວງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພະນັກງານອາວຸໂສບຳນານ ຈຳນວນ 300 ກວ່າສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ, ຊຶ່ງກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 02 ວັນ.
ໃນໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົົມມະສິດ ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2017 ໃນທ່າມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ພວມພາກັນເບີກບານມ່ວນຊື່ນສ້າງຂະບວນການໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8, ແລະ ໃນທ່າມກາງທີ່ ພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດ ພວມເບີກບານມ່ວນຊື່ນກະກຽມສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 73 ປີ, ສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ກໍ່ຄືການກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະມາເຖິງນີ້. ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ ໃຫ້ແກ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງ-ພະນັກງານທົ່ວປະເທດ ຄັ້ງທີ X, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III, ນັບທັງມະຕິກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII ກ່ຽວກັບວຽກງານພະນັກງານ.
ກອງປະຊຸມ ຍັງໄດ້ຮັບຟັງການລາຍງານບົດສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2017, ພ້ອມທັງທົບທວນຄືນບັນດາຜົນງານຕ່າງໆທີ່ຍາດມາໄດ້, ສັງເກດຕີລາຄາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດຕະຫຼອດໄລຍະ 1 ປີຜ່ານມາ ແລະ ກຳນົດທິດທາງແຜນການໃນປີ 2018. ໃນໄລຍະ 1 ປີຜ່ານມາ, ອົງຄະນະພັກກະຊວງການຕ່າງປະເທດ ໄດ້ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ເຂົ້າໃນຂະແໜງການຂອງຕົນ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆມາ, ຊຶ່ງສະເເດງອອກໃຫ້ເຫັນໃນການສ້າງໜ່ວຍພັກແຂງຮູ້ນຳພາຮອບດ້ານ ໄດ້ຈຳນວນ 4 ໜ່ວຍພັກ ໃນປີ 2017. ບັນດາໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແມ່ນມີຄວາມໜັກແໜ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ເປັນຫຼັກແຫຼ່ງໃນຂະບວນການວຽກງານຕົວຈິງ, ຊຶ່ງສາມາດຕອບສະໜອງດ້ານໜ້າທີ່ການເມືອງໃຫ້ແກ່ ພັກ-ລັດ ໄດ້ເປັນຢ່າງດີ. ພ້ອມດຽວກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ເຜີຍແຜ່ເຊື່ອມຊຶມເນື້ອໃນນິຕິກຳ ຈຳນວນ 04 ສະບັບຄື: ຄຳສັ່ງ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ມະຕິ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ; ມະຕິ ວ່າດ້ວຍການຄຸ້ມຄອງພະນັກງານ ແລະ ມະຕິ ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແຕ່ລະຂັ້ນ. ໃນຂະນະດຽວກັນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ເອົາໃຈໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນໃສ່ບົດສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2017 ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມກັນຮັບຮອງເອົາແຜນການປະຈໍາປີ 2018 ໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຍິ່ງຂຶ້ນ.