ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີຕ່າງປະເທດ ຕອບຄຳຖາມສຳພາດຂອງສື່ມວນຊົນ ກ່ຽວກັບ ທັດສະນະຂອງ ສປປ ລາວ ຕໍ່ຜົນສຳເລັດຂອງການພົບປະສຸດຍອດ ລະຫວ່າງ ຜູ້ນຳ ສປປ ເກົາຫລີ ແລະ ສ. ອາເມຣິກາ

 

DPRK-America

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕອບຄຳຖາມສຳພາດຂອງສື່ມວນຊົນ ກ່ຽວກັບ ທັດສະນະຂອງ ສປປ ລາວ ຕໍ່ເຫດການທາງປະຫວັດສາດ ຂອງການພົບປະສຸດຍອດ ລະຫວ່າງ ສອງຜູ້ນຳ ສປປ ເກົາຫລີ ແລະ ສ. ອາເມຣິກາ ໃນວັນທີ 12 ມິຖຸນາ 2018, ທີ່ ປະເທດ ສິງກະໂປ, ໂດຍທ່ານໄດ້ກ່າວວ່າ ກະຊວງການຕ່າງປະເທດ ກໍໄດ້ອອກຖະແຫຼງການໃນນາມລັດຖະບານໄປແລ້ວ, ເຊິ່ງໃນນີ້, ທ່ານກໍໄດ້ຢ້ຳຄືນຕື່ມວ່າ: ລັດຖະບານລາວ ສະ​ແດງ​ຄວາມ​ຍິນ​ດີ ຕໍ່​ຜົນ​ສຳ​ເລັດ​ຂອງການ​ພົບ​ປະສຸດຍອດ ຄັ້ງ​ປະ​ຫວັດ​ສາດ ລະ​ຫວ່າງ ຜູ້​ນຳຂອງສອງປະເທດນີ້, ເຊິ່ງຜົນ​ການ​ພົບ​ປະ​ຄັ້ງ​ນີ້ ​ຈະເປັນ​ບາດ​ລ້ຽວ​ໃໝ່​ແຫ່ງ​ການ​ພົວ​ພັນ​ ລະ​ຫວ່າງ ສະຫະລັດ ອາເມຣິກາ ແລະ ສປປ ເກົາຫລີ ແລະ ​ຈະປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ ໃນ​ແຫລມ​ເກົາ​ຫລີ ແລະ ໃນໂລກ, ກ້າວໄປສູ່ການ​ສ້າງ​ແຫລມ​ເກົາ​ຫລີ ໃຫ້​ເປັນ​ເຂດປອດ​ອາ​ວຸດ​ນິວ​ເຄ​ລຍ, ທ່ານໄດ້ຢືນ​ຢັນຄືນ​ທັດ​ສະ​ນະ​ອັນ​ສະ​ເຫມີ​ຕົ້​ນ​ສະ​ເຫມີປາຍຂອງ​ ສປປ ລາວ ໃນ​ການ​ສະ​ຫນັບ​ສະ​ຫນູນ​​ການ​ສ້າງ​ແຫລມ​ເກົາ​ຫລີ​ ໃຫ້​ປອດ​ອາ​ວຸດ​ນິວ​ເຄ​ລຍດ້ວຍ​ສັນ​ຕິ​ວິ​ທີ ​ເພື່ອ​ຜົນ​ປະ​ໂຫຍດ ​ກໍຄື​ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມມື ໃນ​ແຫລມ​ເກົາຫລີ, ໃນ​ພາກ​ພື້ນ ແລະ ໃນ​ໂລກ​ໂດຍ​ລວມ.

ລາວ-ລຸກຊໍາບວກ ເພີ່ມທະວີການຮ່ວມມືສອງຝ່າຍ

 

Lao-Luxumbourg1 Lao-Luxumbourg2

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ຊັງ ອາແຊນບອນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ, ຊຶ່ງຈັດຂຶ້ນໃນວັນທີ 13 ມິຖຸນາ ນີ້, ທີ່ ໂຮງແຮມ ລາວພລາຊາ, ໃນໂອກາດທີ່ ທ່ານ ຊັງ ອາແຊນບອນ ດຳເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 12-13 ມິຖຸນາ 2018, ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມື ສອງຝ່າຍ.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊຳບວກ

 

Lao-LuxumbourgPM1 Lao-LuxumbourgPM2

 

ໃນວັນທີ 13 ມິຖຸນາ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານຊັງ ອາແຊນບອນ (Jean ASSELBORN), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 12-13 ມິຖຸນາ 2018.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487777
ມື້ນີ້23
ມື້ວານ194
ອາທິດນີ້139
ເດືອນນີ້1170