ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ໂອ້ລົມຕໍ່ ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2017 ຂອງກະຊວງການຕ່າງປະເທດ

pm speak1

pm speak2

ໃນວັນທີ 08 ມິຖຸນາ 2018, ທີ່ ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC), ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຊີ້ນຳຕໍ່ ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2017 ຂອງກະຊວງການຕ່າງປະເທດ, ຊຶ່ງໄດ້ດຳເນີນມາເປັນເວລາ 2 ວັນ, ແຕ່ວັນທີ 07-08 ມິຖຸນາ 2018, ໂດຍມີບັນດາສະຫາຍຄະນະພັກ, ຄະນະນຳກະຊວງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພະນັກງານອາວຸໂສບຳນານ ຈຳນວນ 300 ກວ່າສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ, ໃນນາມຕາງໜ້າໃຫ້ກົມການເມືອງສູນກາງພັກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນ ທີ່ກະຊວງການຕ່າງປະເທດ ຍາດມາໄດ້ໃນໄລຍະຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ ທັງຢູ່ພາຍໃນ ແລະ ສຳນັກງານຜູ້ຕາງໜ້າການທູດຢູ່ຕ່າງປະເທດ, ໃນສະພາບແວດລ້ອມພາກພື້ນ-ສາກົນ ມີການຜັນແປຢ່າງໄວວາ, ສະຫຼັບສັບຊ້ອນ, ສັບສົນ ແລະ ວຸ້ນວາຍ ຍາກທີ່ຈະສາມາດຄາດຄະເນໄດ້ຢ່າງແນ່ນອນ ອັນເນື່ອງມາຈາກຫຼາຍສາເຫດ, ເປັນຕົ້ນ ດ້ານການເມືອງ ແລະ ເສດຖະກິດ-ສັງຄົມ. ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະນຳແຕ່ລະຂັ້ນຂອງກະຊວງການຕ່າງປະເທດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ສືບຕໍ່ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ໂດຍສະເພາະແມ່ນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ກໍ່ຄື ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III ໃຫ້ເລິກເຊິ່ງ, ເຖິງຖອງກວ່າ ເກົ່າ, ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນຢູ່ໃນຮາກຖານພັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ແລະ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X; ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງອອກສູ່ຫຼາຍທິດ, ຫຼາຍຝ່າຍກັບບັນດາປະເທດຢູ່ພາກພື້ນ ແລະ ໃນໂລກ; ສືບຕໍ່ຜັນຂະຫຍາຍຜົນສຳເລັດບັ້ນດຳເນີນຊີວິດການເມືອງ ປັບປຸງປົວແປງພັກ ປີ 2017 ໃຫ້ເຂົ້າສູ່ລວງເລິກ ແລະ ສືບຕໍ່ຕີລາຄາປະເມີນຜົນກ່ຽວກັບນ້ຳໃຈຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍທັງຂອງລວມໝູ່ ແລະ ຂອງບຸກຄົນ; ປະຕິບັດກົດລະບຽບຂອງພັກສະໄໝທີ X ທີ່ໄດ້ກຳນົດທາດແທ້ຂອງພັກ, ລັກສະນະຂອງພັກ, ຫຼັກການ-ເນື້ອໃນ ແນວທາງດ້ານການຈັດຕັ້ງໃນການເຄື່ອນໄຫວຂອງຄະນະພັກແຕ່ລະຂັ້ນ ຂອງສະມາຊິກພັກແຕ່ລະສະຫາຍ; ເພີ່ມທະວີເອົາໃຈໃສ່ ຈັດຕັ້ງປະຕິບັດ ຕາມທິດຊີ້ນຳຂອງກົມການເມືອງສູນກາງພັກ ວ່າດ້ວຍ ການນຳພາວຽກງານການເມືອງແນວຄິດ, ນຳພາປະຕິບັດພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ນຳພາວຽກງານກໍ່ສ້າງ-ປັບປຸງການຈັດຕັ້ງ ແລະ ວຽກງານຂະຫຍາຍພັກ ເພື່ອເຮັດໃຫ້ໜ່ວຍພັກ, ສະມາຊິກພັກເຊື່ອມຊຶມ, ກຳແໜ້ນ ແລະ ມີຄວາມຮັບຜິດຊອບເປັນເອກະພາບຕໍ່ແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ, ຮຽນຮູ້ພື້ນຖານທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ນຳພາສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງໜ່ວຍພັກຕົນ ໃຫ້ກຳແໜ້ນແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບຂອງພັກ, ກົດໝາຍ, ລະບຽບການຕ່າງໆຂອງລັດ ແລະ ນຳພາຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງ ແລະ ມີຜົນສຳເລັດ; ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ມີສະຕິເຄົາລົບລະບຽບກົດໝາຍ ແລະ ຕ້ານທຸກກົນອຸບາຍຂອງສັດຕູ, ສ້າງໄດ້ແນວຄິດ, ການກະທຳທີ່ດີ, ມີຄວາມຍຸຕິທຳ ແລະ ອະລິຍະທຳທີ່ກ້າວໜ້າ, ເປັນເຈົ້າການຈັດຕັ້ງປະຕິບັດ ມະຕິ, ຄໍາສັ່ງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດ ວາງອອກ ໃນແຕ່ລະໄລຍະ ໃຫ້ມີໝາກຜົນຕົວຈິງ ຢ່າງບໍ່ຢຸດຢັ້ງ.

ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຢໍ້າໃຫ້ສືບຕໍ່ ການບຳລຸງກໍ່ສ້າງພະນັກງານ ເພື່ອຍົກສູງຄຸນນະພາບຂອງພະນັກງານແຕ່ລະຂັ້ນ-ແຕ່ລະປະເພດ ຂຶ້ນສູ່ລະດັບໃໝ່, ແນ່ໃສ່ເຮັດລ້ອນໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້, ສູ້ຊົນສ້າງແຜນງານກຳນົດພະນັກງານໃຫ້ມີຄຸນນະພາບອັນໃໝ່ ຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງແຜນກຳນົດພະນັກງານຢ່າງຖືກຕ້ອງ ໃນນັ້ນ ກໍ່ໃຫ້ສູ້ຊົນຫັນເປັນໜຸ່ມ ໂດຍມີການຈັດວາງເປັນລະບົບໃຫ້ມີ ອາວຸໂສ-ປານກາງ-ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ. ການສ້າງ ແລະ ບຳລຸງພະນັກງານ ຕ້ອງເຮັດຢ່າງຮອບດ້ານ-ຈິງໃຈ, ເນັ້ນໃສ່ຄຸນນະພາບເປັນຕົ້ນຕໍ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວ ຄິດ, ມີຄວາມຮູ້ດ້ານວິຊາການ-ດ້ານພາສາຕ່າງປະເທດ, ມີຄວາມສາມາດໃນການນຳພາຕົວຈິງ, ມີຄວາມຮູ້ວຽກງານຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ຕາມລັດຖະທຳມະນູນ ແລະ ກົດໝາຍ; ຕ້ອງມີແບບແຜນການເຮັດວຽກທີ່ມີວິທະຍາສາດ ແລະ ຖືກຕ້ອງຕາມຫຼັກການຂອງພັກ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ; ຮູບການກໍ່ສ້າງ-ບຳລຸງ ແມ່ນໃຫ້ເນັ້ນໃສ່ສ້າງໃນຂະບວນການຕົວຈິງ ສ້າງຢູ່ຮາກຖານ-ກົມກອງ ແລະ ສ້າງໃນຂະບວນການມະຫາຊົນເປັນຕົ້ນຕໍ. ພ້ອມກັນນີ້, ການຈັດວາງສັບຊ້ອນພະນັກງານເຂົ້າໃນຕຳແໜ່ງງານ ກໍ່ຄື ຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ ຕ້ອງໃຫ້ອີງໃສ່ມາດຖານ, ເງື່ອນໄຂພະນັກງານແຕ່ລະປະເພດ ທີ່ກົມການເມືອງໄດ້ກຳນົດໄວ້, ມີກົນໄກໃນການຄັດເລືອກພະນັກງານເຂົ້າໃນຕຳແໜ່ງຕ່າງໆ ຢ່າງໂປງໃສ່, ຍຸຕິທຳ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ; ຄຽງຄູ່ກັບການຍົກຍ້າຍຕຳແໜ່ງ ບໍ່ວ່າຈະກໍລະນີໃດກໍ່ຕາມ ຈະຕ້ອງມີການສຳຫຼວດ, ກວດກາ, ຕີລາຄາຄຸນນະພາບຂອງແຕ່ລະສະຫາຍ ຢ່າງຈະແຈ້ງ. ໃນຂະນະດຽວກັນ, ກໍ່ຄວນຫຼີກເວັ້ນການວາງນະໂຍບາຍໃຫ້ກັນແບບບໍ່ສອດຄ່ອງກັບນະໂຍບາຍລວມຂອງພັກ-ລັດຖະບານ ວາງອອກ; ຕ້ອງເດັດດ່ຽວປະຕິບັດວິໄນຕໍ່ພະນັກງານຜູ້ທີ່ມີແນວຄິດ ແລະ ການກະທຳສໍ້ລາດບັງຫຼວງ, ອາດຍາສິດ, ສວຍໃຊ້ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ລະເມີດລະບຽບກົດໝາຍ, ສ້າງຄວາມເສຍຫາຍໃຫ້ລັດ, ລວມໝູ່ ແລະ ປະຊາຊົນ ທັງຮູບການທາງກົງ ແລະ ທາງອ້ອມ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທັງໝົດໃນຂະແໜງການຕ່າງປະເທດ ຈົ່ງເຊີດຊູຄວາມເປັນເຈົ້າການ, ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ, ເພີ່ມທະວີຫົວຄິດປະດິດສ້າງ,​ ອົດທົນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ພ້ອມທັງເອົາໃຈໃສ່ປະສານງານພາຍໃນ-ພາຍນອກໃຫ້ດີ ເພື່ອເຮັດໃຫ້ວຽກງານທີ່ກ່າວມາຂ້າງເທິງນັ້ນ ຜ່ານພົ້ນໄປດ້ວຍຜົນສຳເລັດອັນຈົບງາມ, ເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນຂອງລາວເຮົາ ໃຫ້ສູງຂຶ້ນອີກບາດກ້າວໜຶ່ງ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480334
ມື້ນີ້164
ມື້ວານ157
ອາທິດນີ້732
ເດືອນນີ້6565