ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານລັດຖະມົນຕີຕ່າງປະເທດ ຕ້ອນຮັບ ບັນດາທູດຕ່າງປະເທດ ປະຈຳ ລາວ ຄົນໃໝ່

SLXThaiAmbWeb

 

ທ່ານລັດຖະມົນຕີ ຕ້ອນຮັບ ທ່ານ ກຽດຕິຄຸນ ຊາດປຣະເສີດ, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ

 

SLXIndoAmbWeb

 

ທ່ານລັດຖະມົນຕີ ຕ້ອນຮັບ ທ່ານ ຣ.ປ.ປຣະຕິໂຕ ຊູຮາຣິໂຢ, ເອກອັກຄະລັດຖະທູດ ແຫ່ງ ສ. ອິນໂດເນເຊຍ ປະຈໍາ ສປປ ລາວ 

 

ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກຽດຕິຄຸນ ຊາດປຣະເສີດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ແລະ ທ່ານ ຣ.ປ.ປຣະຕິໂຕ ຊູຮາຣິໂຢ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ປະຈໍາ ສປປ ລາວ ຄົນໃໝ່ ຕາມລຳດັບ ພາຍຫລັງທີ່ໄດ້ຍື່ນສານຕາຕັ້ງຕໍ່ ປະທານປະເທດ ແຫ່ງ ສປປ ລາວ ຜ່ານມາ.

ໃນໂອກາດຕ້ອນຮັບ ທ່ານທູດໄທ ຄົນໃໝ່ ຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນມາເປັນເວລາ 68 ປີ (19 ທັນວາ 1950), ພ້ອມທັງຕີລາຄາສູງຕໍ່ຜົນການຢ້ຽມຢາມ ແລະ ພົບປະຂອງບັນດາການນໍາຂັ້ນສູງ ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະການຢ້ຽມຢາມໄທຂອງ ທ່ານປະທານສະພາແຫ່ງຊາດ ສປປ ລາວ, ໃນວັນທີ 1-2 ມິຖຸນາ 2018 ທີ່ຜ່ານມາ, ຊຶ່ງເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ປະເທດເພື່ອນມິດອາຊຽນດ້ວຍກັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ທັງສອງທ່ານ ກໍໄດ້ເຫັນດີທີ່ຈະຊຸກຍູ້ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ສືບຕໍ່ຈັດຕັ້ງປະຕິບັດບັນດາບັນທຶກກອງປະຊຸມ ທີ່ໄດ້ຕົກລົງຮ່ວມກັນ, ເຊັ່ນ: ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 21, ກອງປະຊຸມເຈົ້າແຂວງ ແລະ ຜູ້ວ່າຣາຊະການຈັງຫວັດ ຄັ້ງທີ 10, ກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ (JBC) ລາວ-ໄທ ຄັ້ງທີ 11, ກອງປະຊຸມຄະນະກຳມາທິການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ(GBC) ລາວ-ໄທ ຄັ້ງທີ 24 ແລະ ອື່ນໆ, ໂດຍສະເພາະຂອບການຮ່ວມມືຕ່າງໆ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ເປັນຕົ້ນແມ່ນບັນດາແຂວງ ແລະ ຈັງຫວັດທີ່ມີຊາຍແດນຮ່ວມກັນ, ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາ. ນອກນັ້ນ, ທັງສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າວຽກງານຊາຍແດນທີ່ທັງສອງຝ່າຍໄດ້ພ້ອມກັນສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນ ໂດຍປະຕິບັດຕາມຂໍ້ຕົກລົງຂອງກອງປະຊຸມ JBC ລາວ-ໄທ ຄັ້ງທີ 11 ທີ່ຜ່ານມາ.

ໃນເວລາຕໍ່ມາ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານທູດອິນໂດ ຄົນໃໝ່, ຊຶ່ງທ່ານລັດຖະມົນຕີ ເຫັນວ່າ ການພົວພັນທາງດ້ານການທູດ ລະຫວ່າງສອງປະເທດ ແມ່ນພວມໄດ້ຮັບການເສີມຂະຫຍາຍຂື້ນເລື້ອຍໆ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ເປັນເວລາ 60 ປີ (30 ສິງຫາ 1957), ພິເສດ ໃນປີ 2017 ທັງສອງປະເທດ ກໍໄດ້ຮ່ວມຈັດກິດຈະກຳຫລາຍຢ່າງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນໂດເນເຊຍ ຄົບຮອບ 60 ປີ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ເຫັນດີຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈທາງພາກລັດ ທີ່ໄດ້ລົງນາມຮ່ວມກັນໃນຊຸມປີຜ່ານມາ, ໂດຍສະເພາະແມ່ນ:ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສຶກສາຂັ້ນສູງ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສຶກສາ ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຄວບຄຸມຢາເສບຕິດ, ພ້ອມທັງສະແດງຄວາມຍິນດີ ທີ່ຈະຊຸກຍູ້ໃຫ້ທັງສອງຝ່າຍເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານຫັດຖະກຳ ທີ່ເຫັນວ່າ ຝ່າຍອິນໂດເນເຊຍມີທ່າແຮງທາງດ້ານເຕັກນິກດ້ານຫັດຖະກຳແກະສະລັກໄມ້ ແລະ ຝ່າຍລາວມີທ່າແຮງທາງດ້ານວັດຖຸ, ຊຶ່ງຈະເປັນການດີໃນການສົ່ງເສີມການແກະສະຫລັກໄມ້ ລະຫວ່າງ ລາວ-ອິນໂດເນເຊຍ ເພື່ອສົ່ງອອກຂາຍພາຍໃນ, ພາກພື້ນ ແລະ ສາກົນ.

ໃນໂອກາດດັ່ງກ່າວນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ກຽດຕິຄຸນ ຊາດປຣະເສີດ ແລະ ທ່ານ ຣ.ປ.ປຣະຕິໂຕ ຊູຮາຣິໂຢ, ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່ ປະຈໍາ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດທັງສອງຈະປະຕິບັດໜ້າທີ່ສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ໄທ, ລາວ-ອິນໂດເນເຊຍ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ.

ໃນໂອກາດດຽວກັນ, ທ່ານທູດທັງສອງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ຈະສືບຕໍ່ເຄື່ອນໄຫວຊຸກຍູ້ ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485944
ມື້ນີ້75
ມື້ວານ168
ອາທິດນີ້980
ເດືອນນີ້5249