ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕອບຄຳຖາມສຳພາດຂອງສື່ມວນຊົນ ກ່ຽວກັບ ທັດສະນະຂອງ ສປປ ລາວ ຕໍ່ເຫດການທາງປະຫວັດສາດ ຂອງການພົບປະສຸດຍອດ ລະຫວ່າງ ສອງຜູ້ນຳ ສປປ ເກົາຫລີ ແລະ ສ. ອາເມຣິກາ ໃນວັນທີ 12 ມິຖຸນາ 2018, ທີ່ ປະເທດ ສິງກະໂປ, ໂດຍທ່ານໄດ້ກ່າວວ່າ ກະຊວງການຕ່າງປະເທດ ກໍໄດ້ອອກຖະແຫຼງການໃນນາມລັດຖະບານໄປແລ້ວ, ເຊິ່ງໃນນີ້, ທ່ານກໍໄດ້ຢ້ຳຄືນຕື່ມວ່າ: ລັດຖະບານລາວ ສະແດງຄວາມຍິນດີ ຕໍ່ຜົນສຳເລັດຂອງການພົບປະສຸດຍອດ ຄັ້ງປະຫວັດສາດ ລະຫວ່າງ ຜູ້ນຳຂອງສອງປະເທດນີ້, ເຊິ່ງຜົນການພົບປະຄັ້ງນີ້ ຈະເປັນບາດລ້ຽວໃໝ່ແຫ່ງການພົວພັນ ລະຫວ່າງ ສະຫະລັດ ອາເມຣິກາ ແລະ ສປປ ເກົາຫລີ ແລະ ຈະປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນແຫລມເກົາຫລີ ແລະ ໃນໂລກ, ກ້າວໄປສູ່ການສ້າງແຫລມເກົາຫລີ ໃຫ້ເປັນເຂດປອດອາວຸດນິວເຄລຍ, ທ່ານໄດ້ຢືນຢັນຄືນທັດສະນະອັນສະເຫມີຕົ້ນສະເຫມີປາຍຂອງ ສປປ ລາວ ໃນການສະຫນັບສະຫນູນການສ້າງແຫລມເກົາຫລີ ໃຫ້ປອດອາວຸດນິວເຄລຍດ້ວຍສັນຕິວິທີ ເພື່ອຜົນປະໂຫຍດ ກໍຄື ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ໃນແຫລມເກົາຫລີ, ໃນພາກພື້ນ ແລະ ໃນໂລກໂດຍລວມ.