ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ລຸກຊໍາບວກ ເພີ່ມທະວີການຮ່ວມມືສອງຝ່າຍ

 

Lao-Luxumbourg1 Lao-Luxumbourg2

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ຊັງ ອາແຊນບອນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ, ຊຶ່ງຈັດຂຶ້ນໃນວັນທີ 13 ມິຖຸນາ ນີ້, ທີ່ ໂຮງແຮມ ລາວພລາຊາ, ໃນໂອກາດທີ່ ທ່ານ ຊັງ ອາແຊນບອນ ດຳເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 12-13 ມິຖຸນາ 2018, ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມື ສອງຝ່າຍ.

ໃນການພົບປະຄັ້ງນີ້, ສອງຝ່າຍ ຕີລາຄາສູງການພົວພັນ ແລະ ຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ໄດ້​ປຶກ​ສາ​ຫາ​ລື​ ກ່ຽວກັບ ການ​ເສີມ​ຂະ​ຫ​ຍາຍ​ການ​ພົວ​ພັນ​ ແລະ ການຮ່ວມ​ມື​ ລະຫວ່າງ ສອງປະເທດໃນ​ຕໍ່​ໜ້າ, ໃນນີ້ລວມທັງການຮ່ວມມືດ້ານວິຊາການອັນຈຳເປັນຈຳນວນໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ການເປີດກວ້າງການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການຮ່ວມມື ເພື່ອການພັດທະນາລາວ-ລຸກຊໍາບວກ. ນອກຈາກ​ນັ້ນ, ຍັງ​ໄດ້ມີການ​ແລກ​ປ່ຽນ​ຄຳ​ຄິດ​​ເຫັນ​ຕໍ່​ບັນ​ຫາ​ພາກ​ພື້ນ ແລະ ສາກົນ ທີ່​ສອງ​ຝ່າຍມີ​ຄວາມ​ສົນ​ໃຈຮ່ວມກັນ.

ນອກຈາກການພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ,​ ຄູ່ຮ່ວມຕໍາແໜ່ງແລ້ວ, ທ່ານ ຊັງ ອາແຊນບອນ ຍັງໄດ້ພົບປະກັບ ທ່ານ ປອ. ສຸພັນ ແກ້ວມີໄຊ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຢ້ຽມຢາມສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ, ຢ້ຽມຢາມສະຖາບັນຫົວໃຈ ລາວ-ລຸກຊຳບວກ, ຢ້ຽມຢາມ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ເພື່ອພົບປະໂອ້ລົມກັບນັກສຶກສາ ແລະ ຢ້ຽມຢາມໂຄງການຮ່ວມມືສອງຝ່າຍ ທີ່ກຳລັງຈັດຕັ້ງປະຕິບັດ ຢູ່ມະຫາວິທະຍາໄລແຫ່ງຊາດ ໃນປັດຈຸບັນ. ການ​ຢ້ຽມ​ຢາມ​ ສປປ ລາວ ​ຂອງ​ ທ່ານ ຊັງ ອາແຊນບອນ ແລະ ​ຄະ​ນະ ໃນຄັ້ງນີ້ ເປັນ​ຂີດ​ໝາຍ​ອັນ​ສຳ​ຄັນໃນການສົ່ງເສີມການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ມີບາດກ້າວໃໝ່.

ນັບແຕ່ປີ 1997 ເປັນຕົ້ນມາ, ການ​ຊ່ວຍ​ເຫຼືອຂອງ ລຸກຊຳບວກ ໃຫ້ແກ່ ສ​ປ​ປ ລາວ ມີລັກສະນະເພີ່ມຂຶ້ນ, ມາຮອດປັດຈຸບັນ, ມີຫຼາຍໂຄງການກຳລັງໄດ້ຮັບການຈັດຕັ້ງປະຕິບັດໃນຫຼາຍຂະແໜງການ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເຊັ່ນ: ​ຂະແໜງ​ສາ​ທາ​ລະ​ນະ​ສຸກ, ການພັດທະນາຊົນນະບົດ, ການພັດທະນາຊັບພະຍາກອນມະນຸດ, ການບໍລິຫານການທ່ອງທ່ຽວ ແລະ ໂຮງແຮມ, ການປົກຄອງ ແລະ ການສຶກສາດ້ານກົດໝາຍ​, ແຜນການຮ່ວມມືໄລຍະຍາວ ລະຫວ່າງ ລັດຖະບານ ລາວ ແລະ ລັດຖະບານ ລຸກຊໍາບວກ (ICP1)ໄລຍະແຕ່ປີ 2003-2006 ມູນຄ່າ 18 ລ້ານເອີໂຣ, ICP2 ໄລຍະແຕ່ປີ 2007-2010 ມູນຄ່າ 35 ລ້ານເອີໂຣ, ICP3 ໄລຍະແຕ່ປີ 2011-2015 ມູນຄ່າ 50 ລ້ານເອີໂຣ, ອັນທີ່ພົ້ນເດັ່ນກ່ວາໝູ່ແມ່ນ ICP4 ໄລຍະແຕ່ປີ 2016-2020, ມູນຄ່າ 75 ລ້ານເອີໂຣ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485812
ມື້ນີ້111
ມື້ວານ206
ອາທິດນີ້848
ເດືອນນີ້5117