ພັກ, ລັດຖະບານ ແລະ ປະຊາຊົນຈີນ ຍາມໃດກໍຖືວ່າສັນຕິພາບ ແລະ ຄວາມໝັ້ນຄົງເປັນບັນຫາສໍາຄັນ, ຕັດສິນຊີ້ຂາດໂຊກຊະຕາກຳຂອງມວນມະນຸດ, ການສ້າງສາພັດທະນາປະເທດຂອງ ສປ ຈີນ ຈະບໍ່ສາມາດດໍາເນີນໄປຢ່າງເປັນປົກກະຕິ ຖ້າສະພາບແວດລ້ອມພາຍນອກບໍ່ມີຄວາມສະຫງົບ. ຄຽງຄູ່ກັນນັ້ນ,ຖ້າພາຍໃນຈີນບໍ່ມີຄວາມສະຫງົບກໍຈະສົ່ງຜົນສະທ້ອນໂດຍກົງຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ໃນໂລກ.
ໂດຍ: ສະຖາບັນການຕ່າງປະເທດ
ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຖາບັນການຕ່າງປະເທດ ຄົບຮອບ 30 ປີ.
ປີ 2023, ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ເນື່ອງຈາກເປັນປີຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນການຕ່າງປະເທດ (ວັນທີ 10 ກຸມພາ 1993 - 10 ກຸມພາ 2023 ). ຕະຫຼອດ ສາມທົດສະວັດຜ່ານມາ, ສະຖາບັນການຕ່າງປະເທດ ໄດ້ຜ່ານຫລາຍບາດລ້ຽວ ແລະ ເຕີບໃຫ່ຍຂະຫຍາຍຕົວ ມາເປັນກ້າວໆ ດ້ວຍຜົນງານຕ່າງໆ ທີ່ໂດດເດັ່ນ ໂດຍສະເພາະ ການກໍ່ສ້າງຊັບພະຍາກອນ ໃຫ້ແກ່ຂະແໜງການຕ່າງປະ ເທດຂອງ ສປປ ລາວ, ເຊິ່ງຖືໄດ້ວ່າເປັນພາລະບົດບາດ ແລະ ໜ້າວຽກຕົ້ນຕໍ່ ທີີ່ໄດ້ຮັບການມອບໝາຍຈາກພັກ-ລັດຖະ ບານ ໃນການບໍາລຸງສ້າງ ແລະ ຝຶກອົບຮົມ ຍົກລະດັບ ຂີດຄວາມສາມາດດ້ານວຽກງານການຕ່າງປະເທດ, ພາສາຕ່າງປະ ເທດ ໃຫ້ແກ່ນັກການທູດລາວ ກໍຄື ພະນັກງານລັດຖະກອນ ຈາກບັນດາກະຊວງຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ຕະຫຼອດມາ.
ໃນໂອກາດທີ່ໄດ້ນໍາຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 11-12 ມັງກອນ 2023, ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ໃນຕອນແລງຂອງວັນທີ 11 ມັງກອນ 2023, ທີ່ ໂຮງແຮມ ຄລາວ ພລາຊາ.