ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອດີບີ ຈະສະໜັບສະໜູນ ເງິນກູ້ດອດເບ້ຍຕ່ຳ ໃຫ້ແກ່ລາວ 116 ລ້ານກວ່າ ໂດລາສະຫະລັດ

ທະນາຄານ​ ພັດທະນາ​ອາຊີ ຫລື​ເອດີ​ບີ (ADB) ຈະ​ສະໜັບສະໜູນ ​ເງິນ​ກູ້​ດອກ​ເບ້ຍ​ຕໍ່າ ​ຈາກ​ກອງ​ທຶນ​ພັດທະນາ​ອາຊີ​ ມູນຄ່າ 116,6 ລ້ານ​ໂດ​ລາ​ສະຫະລັດ​ ໃຫ້​ແກ່ ສປປ ລາວ ສຳລັບ​ປີ 2015 ​ແລະ 2016 ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ ໃນຂະ​ແໜງ​ການ​ສຶກສາ, ການ​ພັດທະນາ​ ແລວ​ທາງ​ເສດຖະກິດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ຂະ​ແໜງ​ຂົນ​ສົ່ງ ​ແລະ ປັບປຸງ​ຂອດ​ການ​ບໍລິການ​ ດ້ານ​ສາທາລະນະ​ສຸກ ​ໃຫ້​ດີ​ຍິ່ງ​ຂຶ້ນ.

ໃນ​ວັນ​ທີ 12 ມີນາ 2015 ນີ້, ທ່ານ ທາ​ເຄຮີ​ໂກະ ນາ​ກາ​ໂອະ, ປະທານ​ທະນາຄານ ​ພັດທະນາ​ອາຊີ ​ໄດ້​ກ່າວ​ຢືນຢັນ​ຈະ​ສືບ​ຕໍ່ ການ​ສະໜັບສະໜູນ​ແກ່ ສປປ ລາວ​​ ເພື່ອ​ຮັກສາ​ການ​ຂະຫຍາຍຕົວ​ ທາງ​ດ້ານ​ເສດຖະກິດ​ຢ່າງ​​ເຂັ້ມ​ແຂງ ພ້ອມ​ທັງ​ເນັ້ນ​ໃສ່​ການ​ປັບປຸງ​ ສະພາບ​ແວດ​ລ້ອມ​ທາງ​ທຸລະ​ກິດ ຈະ​ຊ່ວຍ​ສະໜັບສະໜູນ​ ການ​ຂະຫຍາຍຕົວ​ ຂອງ​ການ​ມີ​ສ່ວນ​ຮ່ວມ ​ລະຫວ່າງ ​ພາກ​ລັດ ​ແລະ ​ເອກະ​ຊົນ ທີ່​ເປັນ​ປັດ​​ໄຈ​ຫລັກ​ໃນ​ການ​ສະໜອງ​ທຶນ ​ແລະ ຄວາມ​ອາດ​ສາມາດ​ເຂົ້າ​ໃນ​ການ​ພັດທະນາ​ ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ ​ເປັນຕົ້ນ: ​ເສັ້ນທາງ, ສະໜາມ​ບິນ ​ແລະ ການ​ບໍລິການ​ເທສະບານ. ນອກ​ນີ້​ຍັງ​ໄດ້​ເຫັນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ ​ໃນ​ການ​ສ້າງຂອບ​ນະ​ໂຍບາຍ ​ແລະ ກົດໝາຍ​ທີ່​ຊັດ​ເຈນ​ສຳລັບ​ການ​ມີ​ສ່ວນ​ຮ່ວມ​ ລະຫວ່າງ ​ພາກ​ລັດ ​ແລະ ​ເອກະ​ຊົນ. ພ້ອມນີ້ ​ເອດີ​ບີ ​ຍັງ​ໄດ້​ສະໜອງ​ທຶນ​ກູ້​ຢືມ​ ມູນ​ຄ່າ 35 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ​ລະບົບ​ຂົນ​ສົ່ງ​ສາທາລະນະ​ໃ ນ​ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາ​ກທີ່​ເກີດ​ຈາກ​ການ​ຂະຫຍາຍຕົວ​ໄວ​ຂອງ​ຕົວ​ເມືອງ ​ເມື່ອ​ທຽບ​ກັບ​ພື້ນຖານ​ໂຄງ​ລ່າງ ​ແລະ ການບໍ​ລິການສາມາດ​ ແກ້​ໄຂ​ໄດ້​​ໂດຍ​ການ​ສ້າງ​ຜັງ​ເມືອງ ​ແລະ ການ​ບໍລິຫານ​ທີ່​ດິນ​ໃຫ້​ໄດ້​ດີກ​ວ່າ​ເກົ່າ​ ໄປ​ພ້ອມ​ໆກັບ​ການ​ມີ​ສ່ວນ​ຮ່ວມ​ ຂອງ​ພາກ​ເອກະ​ຊົນ​ ໃຫ້​ຫລາຍ​ຂຶ້ນ​ ໃນ​ການ​ສະໜອງ​ພື້ນຖານ​ ໂຄງ​ລ່າງ​ຢູ່ເຂດ​ຕົວ​ເມືອງ.

ການ​ຊ່ວຍ​ເຫລືອ​ຂອງ​ເອດີ​ບີ ​ໃຫ້​ແກ່ ສປປ ລາວ ​ໄລຍະ​ຜ່ານ​ມາ ​ແມ່ນ​ໄດ້​ສຸມ​ໃສ່​ຂະ​ແໜງ​ພະລັງງານ ​ໂດຍ​ຜ່ານ​ການ​ສະໜອງ​ທຶນ​ ໃຫ້​ແກ່​ບັນດາ​ໂຄງການ ​ພະລັງງານ​ໄຟຟ້າ​ຂະໜາດ​ໃຫຍ່ ​ໂດຍ​ສະ​ເພາະ​ ໂຄງການ​ພະລັງງານ​ໄຟຟ້າ​ ນ້ຳ​ເທີນ 2 ​ແລະ ນ້ຳງຽບ 1 ສຳລັບ​ຂະ​ແໜງການ​ບຸລິມະສິດ​ອື່ນໆ​ທີ່​ ເອດີ​ບີ ໃຫ້ການ ​ຊ່ວຍ​ເຫລືອ​ລວມມີ​ໂຄງການ​ປັບປຸງ​ຄຸນ​ນະພາ​ບພື້ນ​ຖານ​ໂຄງ​ລ່າງ​ກະສິກຳ ​ແລະ ​ເສັ້ນທາງ​ຊົນນະບົດ, ປັບປຸງ​ພື້ນຖານ​ໂຄງ​ລ່າງ​ທີ່​ຕິດ​ພັນ​ກັບ​ການທ່ອງທ່ຽວ ​ແລະ ການ​ຄຸ້ມ​ຄອງ, ການ​ຂະຫຍາຍ​ການ​ເຂົ້າ​ເຖິງ​ນ້ຳສະອາດ, ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ບໍລິການ​ໃນ​ຕົວ​ເມືອງ, ການ​ຍົກ​ລະດັບ​ການ​ເ​ຂົ້າ​ເຖິງ ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ​ໂດຍ​ການ​ສ້າງ ​ແລະ ບູູລະນະ​ໂຮງໝໍ​ເມືອງ, ​ໂຮງໝໍ ​ແຂວງ ​ແລະ ​ໃຫ້ການ​ຊ່ວຍ​ເຫລືອ ​ແກ່​ບັນດາ​ທຸລະ​ກິດ​ຂະໜາດ​ນ້ອຍ.

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404541
ມື້ນີ້17
ມື້ວານ171
ອາທິດນີ້952
ເດືອນນີ້6581