ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານສະມາຄົມມິດຕະພາບ ລາວ-ມົງໂກລີ ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ມົງໂກລີ ທີ່ ນະຄອນຫຼວງວຽງຈັນ

 

20231105 LaoMongoliaAssociation PresidentMongolia 01

ໃນຕອນບ່າຍຂອງວັນທີ 5 ພະຈິກ 2023, ທີ່ ນະຄອນຫຼວງວຽງຈັນ, ທ່ານ ດຣ ບຸນຂວາງ ຄໍາບຸນເຮືອງ, ອະດີດຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານສະມາຄົມມິດຕະພາບ ລາວ-ມົງໂກລີ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ, ປະທານາທິບໍດີ ແຫ່ງ ມົງໂກລີ, ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ມົງໂກລີ ເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນວັນທີ 5-6 ພະຈິກ 2023.

 

20231105 LaoMongoliaAssociation PresidentMongolia 02

 

ໃນໂອກາດນີ້, ທ່ານ ປະທານສະມາຄົມມິດຕະພາບ ລາວ-ມົງໂກລີ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ ພະນະທ່ານ ປະທານາທິບໍດີ ມົງໂກລີ ໄດ້ສະຫຼະເວລາ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ວ່າ ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍ່ຄື ລະຫວ່າງ ປະຊາຊົນສອງຊາດ ລາວ ແລະ ມົງໂກລີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ.  ທ່ານ ດຣ ບຸນຂວາງ ຄໍາບຸນເຮືອງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງປະຊາຊົນມົງໂກລີ ທີ່ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງໄດ້ລາຍງານຫຍໍ້ ກ່ຽວກັບ ການເຄື່ອນໄຫວຂອງສະມາຄົມມິດຕະພາບ ລາວ-ມົງໂກລີ ໃນໄລຍະຜ່ານມາ, ເຊິ່ງໃນເດືອນກັນຍາ 2023 ຜ່ານມາ ຄະນະຜູ້ແທນສະມາຄົມດັ່ງກ່າວ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ມົງໂກລີ ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານການທູດປະຊາຊົນ ລະຫວ່າງ ສອງປະເທດ ໃນຕໍ່ໜ້າ ໂດຍສະເພາະແມ່ນການຊຸກຍູ້ໃຫ້ປະຊາຊົນມີການໄປມາຫາສູ່, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໃນໂອກາດດັ່ງກ່າວ, ທ່ານ ປະທານສະມາຄົມມິດຕະພາບ ລາວ-ມົງໂກລີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນມົງໂກລີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ລັດຖະບານລາວ ກໍ່ຄື ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ.

 

ໃນຂະນະດຽວກັນ, ພະນະທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການເຄື່ອນໄຫວຂອງສອງສະມາຄົມມິດຕະພາບ ມົງໂກລີ-ລາວ, ລາວ-ມົງໂກລີ ໃນໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ທິດເຍືອງທາງແກ່ສອງສະມາຄົມດັ່ງກ່າວ ຈົ່ງສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືນໍາກັນ ໃຫ້ຫຼາຍຂຶ້ນຕື່ມ ເພື່ອປະກອບສ່ວນໃນການສົ່ງເສີມສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ມົງໂກລີ-ລາວ ໃນອະນາຄົດ.

 

**************************

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486460
ມື້ນີ້14
ມື້ວານ142
ອາທິດນີ້122
ເດືອນນີ້5765