ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13

 

 

 

20240301 CLV ATP 1   

    

  

ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມແຫ່ງສປປ ລາວ, ຊຶ່ງມີ ທ່ານນາງ ຈອມ ນິ ມູນ (CHAM Nimul), ລັດຖະມົນຕີກະຊວງການຄ້າ,ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ທ່ານ ຫງວຽນ ຈີ ຢຸງ (Nguyen Chi Dzung), ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ແຫ່ງ ສສ. ຫວຽດນາມ. ກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຈາກບັນດາຂະແໜງການທີ່ກ່ຽວຂ້ອງຂອງ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ລວມທັງບັນດາແຂວງຢູ່ເຂດສາມຫຼ່ຽມພັດທະນາ CLV ເຂົ້າຮ່ວມຢ່າງພ້ອມພຽງ.

  

  

  

20240301 CLV ATP 4

  

     

ກອງປະຊຸມຄັ້ງນີ້ ໄດ້ພິຈາລະນາບັນຫາສຳຄັນຕ່າງໆ ຂອງຂອບການຮ່ວມມື CLV ເຊັ່ນ: ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມ ຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12, ຊຶ່ງໄດ້ຈັດຂຶ້ນໃນເດືອນ ມີນາ 2019 ທີ່ ກໍາປູເຈຍ ແລະ ທົບທວນຜົນຂອງກອງປະຊຸມສຸດຍອດ CLV ຄັ້ງທີ 11 ຜ່ານມາ ໂດຍການເປັນປະທານຂອງ ສປປ ລາວໃນປີ 2020ແລະໄດ້ຮັບຮອງ 03 ເອກະສານທີ່ສຳຄັນ ຄື: 1). ບົດລາຍງານການທົບທວນຄືນແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2020 ແລະ ສະບັບປັບປຸງຮອດປີ 2030; 2).ແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດດ້ານເສດຖະກິດ CLVຮອດປີ 2030; 3).ແຜນຈັດຕັ້ງປະຕິບັດແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ສຳລັບປີ 2020-2025 ແລະ ວິໄສທັດຮອດປີ 2030 ແລະ ໄດ້ຮ່ວມປຶກສາຫາລືກ່ຽວກັບ ບັນດາເອກະສານ ແລະ ເນື້ອໃນທີ່ສໍາຄັນ ໃນການກະກຽມໃຫ້ແກ່ກອງປະຊຸມສຸດຍອດ CLV ຄັ້ງທີ 12 ຄາດວ່າຈະຈັດຂຶ້ນ ທີ່ ຣາຊະອານາຈັກກຳປູເຈຍ ໃນທ້າຍປີນີ້.

     

   

  

20240301 CLV ATP 2

20240301 CLV ATP 3

    

   

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ພິຈາລະນາການຈັດຕັ້ງປະຕິບັດກົນໄກການຮ່ວມມືຕ່າງໆ ເປັນຕົ້ນແມ່ນແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ແລະ ໄດ້ຊຸກຍູ້ພາກສ່ວນກ່ຽວຂ້ອງ ຂອງສາມປະເທດ ໃຫ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອໃຫ້ສຳເລັດບັນດາເອກະສານສຳຄັນ ຄື: ຮ່າງບົດສຶກສາແຜນພັດທະນາອຸດສາຫະກຳຢາງພາລາຢູ່ ເຂດສາມຫຼ່ຽມພັດທະນາ CLV ແລະ ຮ່າງບົດລາຍງານການທົບທວນຄືນແຜນແມ່ບົດ ວ່າດ້ວຍການພັດທະນາ ເສດຖະກິດ-ສັງຄົມເຂດສາມຫຼ່ຽມພັດທະນາ CLV 2010-2020 ແລະ ຮ່າງສະບັບປັບປຸງ 2020-2030, ການຈັດຕັ້ງຜັນຂະຫຍາຍສັນຍາວ່າດ້ວຍການສົ່ງເສີມແລະອຳນວຍຄວາມສະດວກທາງດ້ານການຄ້າ ໃນເຂດ CLV DTA ແລະ ການຜັນຂະຫຍາຍແຜນປະຕິບັດງານວ່າດ້ວຍການເຊື່ອມຈອດເສດຖະກິດ CLV ຮອດປີ 2030.

  

ໃນກອງປະຊຸມຄັ້ງນີ້ ຍັງມີກິດຈະກຳປິ່ນອ້ອມຕ່າງໆເຊັ່ນ: ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ, ກອງປະຊຸມເວທີປຶກສາຫາລືຊາວໜຸ່ມ CLV ແລະ ງານວາງສະແດງສິນຄ້າ, ການທ່ອງທ່ຽວ ແລະ ງານສິລະປະ.

  

ກອງປະຊຸມດັ່ງກ່າວ, ແມ່ນເປັນຂີດໝາຍອັນສຳຄັນຂອງການຮ່ວມມື 3 ປະເທດ ໂດຍສະເພາະເປັນເວທີປຶກສາຫາລື ທີ່ສຳຄັນ ໃນການຊຸກຍູ້ການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງເຂດສາມຫຼ່ຽມພັດທະນາ CLV ແນ່ໃສ່ສ້າງການຮ່ວມມືໃນຂົງເຂດດັ່ງກ່າວໃຫ້ກາຍເປັນພາກພື້ນການຮ່ວມມືແຫ່ງສັນຕິພາບ ແລະ ການພັດທະນາຢ່າງແທ້ຈິງ.

  

ກອງປະຊຸມດັ່ງກ່າວໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ແລະເຫັນດີເປັນເອກະພາບທີ່ຈະສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງສາມປະເທດເຮັດວຽກຮ່ວມກັນ ເພື່ອໃຫ້ສຳເລັດບັນດາເອກະສານສໍາຄັນຕ່າງໆແນ່ໃສ່ເປັນການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ CLV ຄັ້ງທີ 12 ທີ່ຈະຈັດຂຶ້ນ ທີ່ ຣາຊະອານາຈັກກຳປູເຈຍ ໃນຕໍ່ໜ້າ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486079
ມື້ນີ້210
ມື້ວານ168
ອາທິດນີ້1115
ເດືອນນີ້5384