ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ສປປ ລາວ ຍຶດໝັ້ນໃນການຈັດຕັ້ງປະຕິບັດ 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ

 

ໂດຍ: ໜ່ວຍງານຄົ້ນຄວ້າຮ່ວມມື ລາວ-ຈີນ, ສະຖາບັນການຕ່າງປະເທດ

 

ເມື່ອພວກເຮົາຄໍານຶງເຖິງບັນດາກົດລະບຽບ, ກົດເກນ ຫຼື ຫຼັກການ ທີ່ຖືກໝູນໃຊ້ ແລະ ຜັນຂະຫຍາຍ ເພື່ອເປັນພື້ນຖານໃນການຮັກສາສະຖຽນລະພາບ ແລະ ການຮ່ວມມືກັບສາກົນ ຂອງທຸກປະເທດໃນໂລກ, 5 ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ ຖືເປັນອະລິຍະທໍາທີ່ມີຄວາມໝາຍຄວາມສໍາຄັນ ອັນມີຈຸດເລີ່ມຕົ້ນມາຈາກຊົນຊັ້ນກຳມະກອນຊາວຜູ້ອອກແຮງງານ ພາຍໃຕ້ຍຸກແຫ່ງການນໍາພາຂອງທ່ານ ເລນິນ ທີ່ຕ້ອງການສະແຫວງຫາຄວາມສະເໝີພາບກັນ ຂອງມະນຸດ, ຍົກສູງສິດ ແລະ ປົກປ້ອງຜົນປະໂຫຍດຄວາມເປັນທໍາໃຫ້ກັບປະຊາຊົນຊາວຜູ້ອອກແຮງງານ. ໃນພາກປະຕິບັດຕົວຈິງ, ຫຼັກການແຫ່ງການຢູ່ຮ່ວມກັນຢ່າງສັນຕິ ແມ່ນໄດ້ກຳເນີດເກີດຂຶ້ນຢູ່ໃນດິນແດນອາຊີ ແລະ ໄດ້ປະກາດນໍາໃຊ້ຫຼັກການນີ້ຢ່າງເປັນທາງການ ໃນວັນທີ 29 ມິຖຸນາ 1954 ໂດຍໃນຍຸກຂອງ ທ່ານ ອະດີດນາຍົກລັດຖະມົນຕີ ໂຈວ ເອີ໋ນຫຼາຍ, ຂອງ ຈີນ. ຫຼັກການດັ່ງກ່າວໄດ້ຄ່ອຍໆຖືກຍອມຮັບ ແລະ ຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ໃນຫຼາຍປະເທດບ້ານໃກ້ເຮືອນຄຽງ ໂດຍສະເພາະບັນດາປະເທດທີ່ຮັກຫອມສັນຕິພາບໃນທົ່ວໂລກນີ້ຕ່າງກໍໄດ້ຍຶດເອົາຫຼັກການດັ່ງກ່າວເປັນທີ່ຕັ້ງ ແລະ ຍອມຮັບຢ່າງກວ້າງຂວາງສູ່ປະຊາຄົມໂລກ. ໃນປີ 1955 ຫຼັກການດັ່ງກ່າວໄດ້ຖືກບັນຈຸເຂົ້າໃນກົດບັດຂອງສະຫະປະຊາຊາດ ທີ່ໄດ້ປະຕິບັດຢ່າງເປັນຫຼັກການ ແລະ ໃນລະດັບພາກພື້ນ ກໍໄດ້ຖືກນຳໃຊ້ເຂົ້າໃນກົດບັດຂອງ ອາຊຽນ ເພື່ອເປັນຫຼັກການພື້ນຖານອັນສຳຄັນໃນການຮັດແໜ້ນການຮ່ວມມືພາຍໃນພາກພື້ນ ແລະ ກັບຄູ່ເຈລະຈາພາຍນອກ.

ອ່ານເພີ່ມເຕີມ... 

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຄັ້ງທີ 6

 

20240605 6th CPR Meeting 3

 

ໃນຕອນເຊົ້າຂອງວັນທີ 5 ມິຖຸນາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ບໍວອນທັດ ດວງຈັກ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາ ຊຽນ ຄັ້ງທີ 6 (The Sixth Meeting of the Committee of Permanent Representatives to ASEAN (CPR) - 6/2024 CPR Meeting). ເຂົ້າຮ່ວມກອງປະຊຸມມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ.

ອ່ານເພີ່ມເຕີມ... 

ການບັນຍາຍ ຫົວຂໍ້: “ເຢຍລະມັນ, ອາຊຽນ ແລະ ອິນໂດ-ປາຊີຟິກ ຕໍ່ກັບສິ່ງທ້າທາຍ ທາງດ້ານ ພູມສາດການເມືອງ ແລະ ກາລະໂອກາດໃນການຮ່ວມມື”

 

GermanTalk1GermanTalk2

ອ່ານເພີ່ມເຕີມ... 

ແຈ້ງການ

 

* ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (23 ກໍລະກົດ 2024)

 

* ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຈະຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (22 ກໍລະກົດ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
508889
ມື້ນີ້21
ມື້ວານ263
ອາທິດນີ້1542
ເດືອນນີ້7279