ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

10 ປີ BRI ນໍາຜົນປະໂຫຍດມາສູ່ ລາວ-ຈີນ ຢ່າງແທ້ຈິງ

 

ປີ 2023, ຖືເປັນວັນຄົບຮອບ 10 ປີ ແຫ່ງການສະເໜີແນວຄວາມຄິດຂໍ້ລິເລີ່ມໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ ຫຼື Belt and Road Initiative (BRI) ໃນເດືອນ ກັນຍາ ແລະ ຕຸລາ 2013, ໃນເວລາທີ່ ເລຂາທິການໃຫຍ່ ສີ ຈິ້ນຜີງ ໄດ້ຢ້ຽມຢາມ ກາຊັກສະຖານ (Kazakhstan) ແລະ ອິນໂດເນເຊຍ (Indonesia), ເຊິ່ງທ່ານໄດ້ຍົກຄວາມຄິດລິເລີ່ມດັ່ງກ່າວຕໍ່ປະຊາຄົມໂລກເພື່ອຮ່ວມກັນສ້າງ ແລວເສດຖະກິດເສັ້ນທາງສາຍໄໝ “Silk Road Economic Belt” ແລະ ເສັ້ນທາງສາຍໄໝທາງທະເລ ແຫ່ງສະວັດທີ 21 “21st Century Maritime Silk Road”. ຂໍ້ລິເລີ່ມໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ ມີຕົ້ນກຳເນີດໃນ ສາທາລະນະລັດ ປະຊາຊົນ ຈີນ (ສປ ຈີນ), ແຕ່ເປັນຂອງໂລກ, ໂດຍມີຮາກຖານມາຈາກປະຫວັດສາດທີ່ຍາວນານ ແລະ ມີເປົ້າໝາຍເນັ້ນໄປສູ່ອະນາຄົດ ເພື່ອເຊື່ອມໂຍງພາກພື້ນ ອາຊີ, ເອີຣົບ ແລະ ອາຟຼິກາ ແລະ ເປີດກວ້າງສໍາລັບທຸກປະເທດ. BRI ໄດ້ຍຶດຖືຫຼັກການຂອງການຮ່ວມມື, ການປຶກສາຫາລືເຊິ່ງກັນແລະກັນ, ການສະໜັບສະໜູນຢ່າງກວ້າງຂວາງ ແລະ ໂດຍໃຫ້ຜົນປະໂຫຍດຮ່ວມກັນ ທີ່ເຕັມໄປດ້ວຍສັນຕິພາບ ແລະ ຄວາມຮ່ວມມື, ການເປີດກວ້າງ ແລະ ການບໍ່ແບ່ງແຍກ, ການຮຽນຮູ້ຮ່ວມກັນ ແລະ ມີຜົນປະໂຫຍດຮ່ວມກັນ. ການສົ່ງເສີມການປະສານງານດ້ານນະໂຍບາຍ,​ ການເຊື່ອມຈອດໂຄງລ່າງພື້ນຖານ, ການຄ້າທີ່ບໍ່ມີອຸປະສັກ,​ ການຮ່ວມກຸ່ມທາງດ້ານການເງິນ ແລະ ຊຸກຍູ້ການພົວພັນລະຫວ່າງປະຊາຊົນກັບປະຊາຊົນໃຫ້ມີຄວາມໃກ້ຊິດກັນຍິ່ງຂຶ້ນ.

 

ໃນໜຶ່ງທົດສະວັດທີ່ຜ່ານມາ, ສປປ ລາວ ກໍ່ເປັນໜຶ່ງໃນຫຼາຍປະເທດ ທີ່ເຂົ້າຮ່ວມໃນໂຄງການ BRI ແລະ ໄດ້ຮັບຜົນປະໂຫຍດທີ່ສາມາດຈັບຕ້ອງໄດ້. ດ້ວຍຜົນສໍາເລັດອັນໃຫຍ່ຫຼວງ ທີ່ສາມາດຍາດມາໄດ້ຈາກໂຄງການກໍ່ສ້າງໂຄງລ່າງພື້ນຖານຈໍານວນຫຼວງຫຼາຍ ທີ່ດຳເນີນການໂດຍບັນດາບໍລິສັດ ຂອງ ສປ ຈີນ ໂດຍສະເພາະ ແມ່ນການກໍ່ສ້າງເສັ້ນທາງລົດໄຟລາວ - ຈີນ (Laos-China Railways) ໄດ້ເປັນການຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນໃຫ້ມີຄວາມໃກ້ຊິດເລິກເຊິ່ງຍິ່ງຂຶ້ນລະຫວ່າງສອງຊາດ ລາວ - ຈີນ.

 

ໂຄງການ BRI ໃນ ສປປ ລາວ ໄດ້ປະສົບຄວາມສໍາເລັດໃນຫຼາຍດ້ານ. 1.) ການພັດທະນາໂຄງລ່າງພື້ນຖານ (Infrastructure development): BRI ໄດ້ຊ່ວຍພັດທະນາໂຄງລ່າງພື້ນຖານຂອງລາວ ເຊັ່ນ: ຖະໜົນຫົນທາງເສັ້ນທາງລົດໄຟ, ໂຮງງານໄຟຟ້າ ແລະ ບັນດາເຄືອຂ່າຍໂທລະຄົມມະນາຄົມ. ສີ່ງເຫຼົ່ານີ້, ໄດ້ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການບໍລິການທ່ອງທ່ຽວ ໃຫ້ສະດວກສະບາຍຍິ່ງຂຶ້ນ. 2.) ການຈະເລີນເຕີບໃຫຍ່ຂະຫຍາຍຕົວທາງເສດຖະກິດ (Economic growth): BRI ໄດ້ຊ່ວຍຊຸກຍູ້ໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປປ ລາວ. ທະນາຄານໂລກ (World Bank) ຄາດວ່າ ລົດໄຟຈີນ-ລາວ ຢ່າງດຽວສາມາດເຮັດໃຫ້ເພີ່ມຜະລິດຕະພັນມວນລວມພາຍໃນປະເທດ (Gross Domestic Product-GDP) ຂອງ ສປປ ລາວ ເຖິງ 21 ສ່ວນຮ້ອຍ ໃນໄລຍະຍາວ. 3.) ການຄ້າ ແລະ ການລົງທຶນ (Trade and investment):  BRI ໄດ້ຊ່ວຍເພີ່ມການຄ້າ ແລະ ການລົງທຶນລະຫວ່າງ ສປປ ລາວ ແລະ ສປ ຈີນ ແລະ ປະເທດ BRI ອື່ນໆ ເປັນການສົ່ງເສີມ ແລະ ສ້າງວຽກເຮັດງານທຳ ແລະ ໂອກາດໃໝ່ໃຫ້ກັບປະຊາຊົນລາວ. 4.) ການຫຼຸດຜ່ອນຄວາມທຸກຍາກ (Property reduction):  BRI ໄດ້ຊ່ວຍໃຫ້ປະຊາຊົນລາວສາມາດຫຼຸດຜ່ອນຄວາມທຸກຍາກ ດ້ວຍການມີວິຊາຊີບ ມີວຽກເຮັດງານທຳໃໝ່ ແລະ ມີລາຍຮັບເພີ່ມສູງຂຶ້ນ. ທະນາຄານໂລກ ຄາດວ່າ ລົດໄຟລາວ - ຈີນ ສາມາດຍົກລະດັບຊີວິການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນໄດ້ເຖິງ 1 ລ້ານຄົນ.

 

ບາງສ່ວນຂອງໂຄງການ BRI ທີ່ປະສົບຄວາມສຳເລັດໃນ ລາວ:

ລົດໄຟລາວ - ຈີນ: ລົດໄຟລາວ - ຈີນ ເປັນໂຄງການໜຶ່ງໃນຫຼາຍໆໂຄງການຂອງ BRI ໃນການເຊື່ອມຈອດ ສປປ ລາວ ກັບ ສປ ຈີນ, ພາກພື້ນ ແລະ ສາກົນ.  ໂຄງການດັ່ງກ່າວ ມີໄລຍະທາງຍາວ 1,035 ກິໂລແມັດ ຈາກ   ຄຸນໝິງ ທາງພາກໃຕ້ ຂອງ ສປ ຈີນ ໄປຫາ ນະຄອນຫຼວງວຽງຈັນ ຂ້າມຊາຍແດນ ສປ ຈີນ - ສປປ ລາວ ຜ່ານໜຶ່ງໃນເຂດເສດຖະກິດພິເສດ ຂອງ ສປປ ລາວ. ອະນາຄົດຕໍ່ໜ້າເສັ້ນທາງສາຍນີ້ຍັງມີແຜນຈະເຊື່ອມຕໍ່ໄປຫາ ໄທ,    ມາເລເຊຍ ແລະ ສິງກະໂປ. ໂຄງການ BRI ໄດ້ຮັບການຍອມຮັບວ່າ ເປັນໂຄງການສົ່ງເສີມການຄ້າ ແລະ ການລົງທຶນ, ບໍ່ສະເພາະແຕ່ ສປ ລາວ ແລະ ສປ ຈີນ ເທົ່ານັ້ນ ແຕ່ຍັງກວມເອົາພາກພື້ນອາຊຽນ ນໍາອີກ. ເຂດເສດຖະກິດບໍ່ເຕັນ: ເຂດເສດຖະກິດບໍ່ເຕັນ ເປັນເຂດເສດຖະກິດພິເສດທີ່ຕັ້ງຢູ່ເຂດບໍລິເວນຊາຍແດນ ສປປ ລາວ - ສປ ຈີນ, ທີ່ສາມາດດຶງດູດບັນດານັກລົງທຶນທັງຄົນຈີນ ແລະ ຄົນຕ່າງປະເທດ ຈໍານວນຫຼວງຫຼາຍເຂົ້າມາພັດທະນາພື້ນທີ່, ກໍ່ຕັ້ງບັນດາໂຮງງານ ແລະ ເຮັດທຸລະກິດຕ່າງໆໃນເຂດນີ້. ເຂດເສດຖະກິດບໍ່ເຕັນ ຄາດວ່າຈະສາມາດສ້າງວຽກເຮັດງານທຳໃໝ່ ແລະ ສາມາດຊຸກຍູ້ສົ່ງເສີມ ການກະຕຸ້ນເສດຖະກິດ ສປປ ລາວ ໃຫ້ເພີ່ມຂຶ້ນ.

 

ໂດຍລວມແລ້ວ ໂຄງການ BRI ເປັນກໍາລັງຂັບເຄື່ອນໃນທິດທາງບວກຕໍ່ການພັດທະນາຢູ່ ສປປ ລາວ, ໄດ້ຊ່ວຍຍົກລະດັບໂຄງລ່າງພື້ນຖານຂອງປະເທດ, ສົ່ງເສີມການຂະຫຍາຍຕົວທາງເສດຖະກິດ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວໄດ້ຮັບການປັບປຸງໃຫ້ດີຂຶ້ນ. ພາກສ່ວນຕ່າງໆໃນ ສປປ ລາວ ມີຄວາມຍິນດີຕໍ່ກັບ BRI ແລະ ເຊື່ອວ່າຄວາມຮ່ວມມືລະຫວ່າງ ສປປ ລາວ ແລະ ສປ ຈີນ ພາຍໃຕ້ຂອບຂອງ BRI ຈະສາມາດຕອບສະໜອງ ຕໍ່ກັບຄວາມຕ້ອງການ ໃນການພັດທະນາຂອງ ສປປ ລາວ ໃຫ້ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງຂອງອົງການສະຫະປະຊາຊາດ (Sustainable Development Goals or SDG-2030).

 

ການນຳຂັ້ນສູງຂອງ ສປປ ລາວ ໄດ້ຕີລາຄາສູງຕໍ່ໂຄງການ BRI ວ່າ: ແມ່ນຂອບການຮ່ວມມືທີ່ສຳຄັນ ທີ່ໄດ້ປະກອບສ່ວນເຂົ້າໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທໍາ ແລະ ການຫລຸດ ຜ່ອນຄວາມທຸກຍາກ ຂອງ ບັນດາປະເທດທີ່ເຂົ້າຮ່ວມໃນໂຄງການຂໍ້ລິເລີ່ມດັ່ງກ່າວ. ໂດຍສະເພາະ ຂອບການຮ່ວມມືກັນລະຫວ່າງ ສປປ ລາວ - ສປ ຈີນ, ເຊິ່ງແມ່ນການເຊື່ອມສານລະຫວ່າງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ຄັ້ງທີ IX ແລະ ນະໂຍບາຍການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມຈອດກັບພາກພື້ນ ແລະ ສາກົນ. BRI ບໍ່ພຽງແຕ່ເຊື່ອມຈອດລະຫວ່າງ ສປປ ລາວ ກັບ ສປ ຈີນ ເທົ່ານັ້ນ, ແຕ່ຍັງເປັນການເຊື່ອມຈອດກັບປະເທດອື່ນໆໃນພາກພື້ນ ແລະ ສາກົນ ເຊິ່ງໄດ້ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການຄ້າ-ການລົງທຶນ, ການສ້າງວຽກເຮັດງານທຳ, ການແລກ ປ່ຽນວັດທະນະທຳ, ການທ່ອງທ່ຽວ ແລະ ການຄົມມະນາຄົມຂົນສົ່ງ.

 

ສປ ຈີນ ເປັນປະເທດເພື່ອນມິດ ເປັນຄູ່ຮ່ວມຊະຕາກໍາ, ຮ່ວມອຸດົມການສັງຄົມນິຍົມທີ່ສຳຄັນ ແລະ ມີສ່ວນຮ່ວມທີ່ສໍາຄັນສຳລັບການພັດທະນາຂອງ ສປປ ລາວ. ໃນວັນທີ 3 ທັນວາ 2021, ປະທານປະເທດ ຂອງ ສປປ ລາວ ແລະ ສປ ຈີນ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ - ຈີນ ຢ່າງເປັນທາງການ ແລະ ໄດ້ກາຍເປັນອີກໜຶ່ງໃນສັນຍາລັກດ້ານປະຫວັດສາດຂອງການພົວພັນຮ່ວມມື ລາວ - ຈີນ.

 

ການສ້າງຄວາມຮ່ວມມືຂອງ BRI ບໍ່ພຽງແຕ່ສົ່ງເສີມການສື່ສານທາງນະໂຍບາຍ, ການອໍານວຍຄວາມສະດວກທາງການຄ້າ, ການເຊື່ອມຈອດໂຄງລ່າງພື້ນຖານ ແລະ ການຮ່ວມກຸ່ມທາງການເງິນຢ່າງມີປະສິດທິຜົນ, ​ແຕ່ຍັງໄດ້ສົ່ງເສີມການສື່ສານໄປມາຫາສູ່ ລະຫວ່າງປະຊາຊົນກັບປະຊາຊົນ ຂອງສອງປະເທດ ລາວ - ຈີນ ອີກດ້ວຍ. ການແລກປ່ຽນ ແລະ ການສື່ສານລະຫວ່າງປະຊາຊົນທັງສອງປະເທດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເສີມສ້າງຄວາມເຂົ້າອົກເຂົ້າໃຈ ແລະ ມິດຕະພາບ ເຊິ່ງກັນແລະກັນຢ່າງເລິກເຊິ່ງ ແລະ ວາງຮາກຖານທີ່ໝັ້ນຄົງສໍາລັບສາຍພົວພັນມິດຕະພາບລະຫວ່າງທັງສອງປະເທດ.

 

ສປປ ລາວ ເປັນປະເທດດຽວ ໃນອາຊີຕາເວັນອອກສຽງໃຕ້ ທີ່ບໍ່ມີຊາຍແດນຕິດກັບທະເລ, ມີຊັບພະຍາ ກອນທໍາມະຊາດ, ປ່າໄມ້, ແມ່ນໍ້າລໍາເຊ ແລະ ບໍ່ແຮ່ອັນອຸດົມສົມບູນ. ດ້ວຍຂໍ້ໄດ້ປຽບດ້ານທີ່ຕັ້ງທາງພູມສາດຂອງປະເທດທີ່ດີ ແລະ ມີສັກກະຍະພາບສູງ ໃນການພົວພັນຮ່ວມມືກັບ ສປ ຈີນ ໃນການພັດທະນາເສດຖະກິດ, ປະຈຸບັນ ມີເສັ້ນທາງລົດໄຟເຊື່ອມຈອດກັບ ສປ ຈີນ ແລ້ວ ກໍ່ເປັນທ່າແຮງໜຶ່ງທີ່ສໍາຄັນໃນການຊຸກຍູ້ສົ່ງເສີມໃຫ້ແກ່ການພັດທະນາຮ່ວມກັນ ລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ໃນຂະແໜງການອື່ນໆ ເຊັ່ນ: ການຜະລິດດ້ານກະສິກໍາ, ການລ້ຽງສັດ ແລະ ຜະລິດອຸດສາຫະກໍາປຸງແຕ່ງຕ່າງໆ ເປັນສິນຄ້າສົ່ງອອກໄປປະເທດຕ່າງໆ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ.

 

ສະຫຼຸບໂດຍລວມ ໂຄງການ BRI ແມ່ນໂຄງການທີ່ຍິ່ງໃຫຍ່ຂອງໂລກ ແລະ ໄດ້ຮັບການຍອມຮັບຂອງຫຼາຍປະເທດໃນໂລກ ໂດຍສະເພາະແມ່ນບັນດາປະເທດກຳລັງພັດທະນາທີ່ເຫັນວ່າ BRI ຕອບສະໜອງເປົ້າໝາຍການພັດທະນາເສດຖະກິດຂອງປະເທດຕ່າງໆຢ່າງເປັນຮູບປະທໍາ ແລະ ເປັນໂຄງການທີ່ຕ່າງຝ່າຍຕ່າງກໍໄດ້ຮັບຜົນປະໂຫຍດຮ່ວມກັນ. ແນວໃດກໍຕາມ ບາງປະເທດ, ບາງສື່ສັງຄົມກໍຍັງໃຫ້ຄໍາວິພາກວິຈານວ່າເປັນຂໍ້ລິເລີ່ມທີ່ສ້າງຜົນປະໂຫຍດຝ່າຍດຽວແກ່ ສປ ຈີນ ຫຼື ອ້າງວ່າ ເປັນກັບດັກທາງດ້ານໜີ້ສິນໃຫ້ແກ່ປະເທດກໍາລັງພັດທະນາ. ການຕໍານິວິຈານນີ້  ຈະບໍ່ສາມາດທັບຖົົມຜົນງານ, ຜົນປະໂຫຍດທີ່ບັນດາປະເທດກໍາລັງພັດທະນາໄດ້ຮັບ ແຕ່ຍັງເປັນການປິ້ນໂຈມຕີພວກເຂົາເອງທີ່ຜ່ານມາຫຼາຍຮ້ອຍປີກໍ່ບໍ່ໄດ້ມີີຄວາມພະຍາຍາມສິ່ງໃດ ເພື່ອຊ່ວຍເຫຼືອບັນດາປະເທດກໍາລັງພັດທະນາໃຫ້ມີຄວາມຜາສຸກຄືແບບນີ້.

 

ໂດຍ: ໜ່ວຍງານຄົ້ນຄວ້າຮ່ວມ ລາວ-ຈີນ

ສະຖາບັນການຕ່າງປະເທດ

ວັນທີ 29 ກັນຍາ 2023

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486517
ມື້ນີ້71
ມື້ວານ142
ອາທິດນີ້179
ເດືອນນີ້5822