ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດປີແຫ່ງການໄປມາຫາສູ່ ລະຫວ່າງປະຊາຊົນ ອາຊຽນ ແລະ ຈີນ

 

OpeningThevisitingofAseanChi 2OpeningThevisitingofAseanChi 1

 

ໃນວັນທີ 1 – 2 ກຸມພາ 2024, ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມພິທີເປີດປີແຫ່ງການໄປມາຫາສູ່ ລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ ແລະ ບັນດາກິດຈະກໍາປິ່ນອ້ອມ ທີ່ ນະຄອນຝູໂຈວ, ແຂວງ ຝູຈ້ຽນ, ສປ ຈີນ. ຈຸດປະສົງຂອງການເປີດປີແຫ່ງການໄປມາຫາສູ່ ລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ ແມ່ນເພື່ອສົ່ງເສີມການຮ່ວມມື ໃນຂົງເຂດຕ່າງໆ ເປັນຕົ້ນແມ່ນ ດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ກິລາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ ພ້ອມທັງເປັນການເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ເຊິ່ງທັງສອງຝ່າຍໄດ້ຕົກລົງສ້າງ ຕັ້ງຂຶ້ນ ນັບແຕ່ປີ 2021 ເປັນຕົ້ນມາ.

 

ພິທີເປີດປີແຫ່ງການໄປມາຫາສູ່ ລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 2 ກຸມພາ 2024. ໃນພິທີເປີດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບກຽດຂຶ້ນກ່າວຄຳເຫັນ ແລະ ອ່ານສານຊົມເຊີຍພິທີເປີດປີແຫ່ງການໄປມາຫາສູ່ ລະຫວ່າງປະຊາຊົນ ອາຊຽນ ແລະ ຈີນ ຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.  ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການກໍານົດເອົາປີ 2024 ເປັນປີແຫ່ງການແລກປ່ຽນການໄປມາຫາສູ່ຂອງປະຊາຊົນ ອາຊຽນ ແລະ ຈີນ ເພາະມີຄວາມໝາຍສໍາຄັນ ໃນການເພີ່ມທະວີຮັດ       ແໜ້ນສາຍພົວພັນຮ່ວມມືອາຊຽນ-ຈີນ ແລະ ເປັນການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ. ທ່ານຍັງກ່າວຕື່ມວ່າ ການຈັດພິທີເປີດ ແລະ ບັນດາກິດຈະກໍາປິ່ນອ້ອມ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການຮ່ວມມືດ້ານວັດທະນະທຳ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນອາຊຽນ ແລະ ຈີນ ແລະ ການຮ່ວມມືດ້ານຕ່າງໆ ໃຫ້ຫຼາຍຂຶ້ນກວ່າເກົ່າ ພ້ອມທັງເປັນການຟື້ນຟູເສດຖະກິດ ແລະ ສົ່ງເສີມການທ່ອງທ່ຽວ ພາຍຫຼັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ນອກຈາກນີ້, ໃນປີ 2024 ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ສປປ ລາວ ກໍໄດ້ກໍານົດເອົາປີ 2024 ເປັນ “ປີທ່ອງທ່ຽວລາວ” ເຊິ່ງຈະເປັນການປະກອບສ່ວນສົ່ງເສີມການໄປມາ ຫາສູ່ກັນລະຫວ່າງ ປະຊາຊົນ ອາຊຽນ ແລະ ຈີນ.

 

ໃນໂອກາດດຽວກັນນີ້, ໃນຕອນບ່າຍຂອງວັນທີ 2 ກຸມພາ 2024 ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານ ນາງ ເສີນ ອີ ຊິນ, ທີ່ປຶກສາແຫ່ງລັດ, ປະທານສະຫະພັນແມ່ຍິງທົ່ວປະເທດຈີນ ແລະ ພົບປະກັບ ທ່ານ ໂຈ່ ສູອີ້, ເລຂາພັກແຂວງຝູຈ້ຽນ, ສປ ຈີນ, ເຊິ່ງການພົບປະກັນໃນຄັ້ງນີ້ ທັງ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ຈີນ-ລາວ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ, ຊຶ່ງເຫັນໄດ້ຢ່າງຈະແຈ້ງ ການພົວພັນຮ່ວມມືລະຫວ່າງສອງຝ່າຍໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເກີດດອກອອກຜົນຕົວຈິງຫຼາຍດ້ານ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ່ວຍການເປັນຄູ່ຮ່ວມຊະຕາກຳ ລາວ ແລະ ຈີນ ສະບັບໃຫມ່ ແລະ ບັນດາຄຳເຫັນເປັນເອກະພາບກັນຂອງສອງເລຂາທິການໃຫຍ່, ປະທານປະເທດລາວ ແລະ ຈີນ ລວມທັງການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ແຂວງຝູຈ້ຽນ, ສປ ຈີນ ກັບ ສປປ ລາວ ໂດຍສະເພາະແມ່ນການສົ່ງເສີມການໄປມາຫາສູ່ກັນ, ການຮ່ວມມືດ້ານການທ່ອງທ່ຽວ, ລວມທັງການຮ່ວມມືກັນຂອງສອງຝ່າຍໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ສປ ຈີນ ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນຂະແໜງການທີ່ທັງສອງຝ່າຍຕົກລົງເຫັນດີຮ່ວມກັນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486090
ມື້ນີ້6
ມື້ວານ215
ອາທິດນີ້1126
ເດືອນນີ້5395