ປີ 2022 ເປັນປີທີ່ ສປ ຈີນ ມີຫລາຍເຫດການທີ່ສໍາຄັນ ເປັນຕົ້ນແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູຸນິດຈີນ, ຊຶ່ງຈະຈັດຂຶ້ນໃນວັນທີ 16 ຕຸລາ 2022 ທີີ່ຈະມາເຖິງນີ້. ຈຸດປະສົງຂອງກອງປະຊຸມໃຫຍ່ຄັ້ງນີ້ແມ່ນເພື່ອຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາທີ່ສໍາຄັນຂອງພັກ ແລະ ຂອງຊາດ, ກໍານົດທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ ແລະ ໄລຍະຍາວ. ກອງປະຊຸມໃຫຍ່ຄັ້ງຂອງພັກກອມມູນິດຈີນຄັ້ງນີ້ ຈະມີຜູ້ແທນເຂົ້າຮ່ວມທັງໝົດ 2296 ສະຫາຍ, ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກກອມມູນິດຈີນຈໍານວນ 96 ລ້ານກວ່າສະຫາຍໃນທົ່ວປະເທດ. ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມຫມາຍຄວາມສຳຄັນ ເປັນຢ່າງຍິ່ງສຳລັບ ສປ ຈີນ ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ພັກກອມມູນິດຈີນນໍາພາປວງຊົນທັງຊາດ ກ້າວເຂົ້າສູ່ການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ມຸ່ງໜ້າສູ່ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ ໃນການສ້າງ ສປ ຈີນ ໃຫ້ກາຍເປັນປະເທດຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ ແລະ ສີວິໄລ, ສັງຄົມມີຄວາມປອງດອງ ແລະ ເປັນປະເທດທີ່ມີຄວາມທັນສະໄໝໃນໂອກາດສະຖາປະນາ ສປ ຈີນ ຄົບຮອບ 100 ປີ ໃນປີ 2049. ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນເປັນ ເຫດການການເມືອງທີ່ສໍາຄັນຕໍ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍ່າຫລວດ ແລະ ປວງຊົນຊາວຈີນທຸກທົ່ວໜ້າ.
ສປ ຈີນ ເປັນປະເທດທີ່ມີອານາເຂດອັນກວ້າງໃຫ່ຍໄພສານ, ມີຂະໜາດເສດຖະກິດອັບດັບທີສອງຂອງໂລກ ລວມທັງມີລະດັບການຂະຫຍາຍຕົວທາງເສດຖະກິດເປັນອັນດັບຕົ້ນໆ ຂອງພາກພື້ນ ແລະ ສາກົນ. ໃນຫລາຍທົດສະຕະວັດຜ່ານມາ, ພັກ-ລັດຖະບານ ສປ ຈີນ ໄດ້ມີຂໍ້ລິເລີ່ມໃໝ່ໆ ທີ່ຫາກຫລາຍ ເຊິ່ງທຸກຂໍ້ລິເລີ່ມລ້ວນແລ້ວແຕ່ເປັນປະໂຫຍດໃຫ້ແກ່ປະຊາຄົມໂລກ, ໃນນັ້ນ ອັນທີ່ພົ່ນເດັ່ນ ກໍແມ່ນຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງ, ຂໍ້ລິເລີ່ມການພັດທະນາປະຊາຄົມໂລກ, ຂໍ້ລິເລີ່ມການສ້າງກຸ່ມຮ່ວມມືທາງດ້ານເສດຖະກິດຂອງກຸ່ມປະເທດກຳລັງພັດທະນາ (BRICS) ທີ່ໄດ້ລວມເອົາບັນດາປະເທດໃນ 04 ທະວີບ ເຂົ້າເປັນໜຶ່ງດຽວ. ນອກຈາກຂໍ້ລິເລີ່ມອັນເປັນມະຫາພາກແລ້ວ, ສໍາລັບຂອບການຮ່ວມມືອະນຸພາກພື້ນ, ສປ ຈີນ ຍັງມີບົດບາດສຳຄັນໃນການນຂັບເຄື່ອນ ແລະ ນຳສະເໜີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ບັນດາປະເທດແມ່ນໍ້າຂອງຕອນລຸ່ມ ຕ່າງກໍໃຫ້ການສະໜັບສະໜູນ ນັບແຕ່ມື້ທີ່ມີການປະກາດສ້າງຕັ້ງຂໍ້ລິເລີ່ມດັ່ງກ່າວ ໃນກອງປະຊຸມສຸດຍອດຜູ້ນຳຂອງປະເທດສະມາຊິກ ທີ່ ເມືອງ ຊັນຢາ, ແຂວງໄຫໜານ ໃນປີ 2016. ນັບແຕ່ນັ້ນມາ, ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີບົດບາດອັນສຳຄັນໃນການສົ່ງເສີມການຮ່ວມມືຂອງບັນດາ ປະເທດສະມາຊິກ ໂດຍສະເພາະ 05 ປະເທດແມ່ນໍ້າຂອງຕອນລຸ່ມ ທີ່ເປັນສາມາຊິກ.
ວັນທີ 12 ຕຸລາ ໄດ້ຖືກກຳນົດໃຫ້ເປັນວັນການທູດລາວ ຢ່າງເປັນທາງການ ເຊິ່ງເປັນນິມິດຫມາຍແຫ່ງການເຄື່ອນໄຫວການຕ່າງປະເທດຂອງ ສປປ ລາວ 77 ປີມານີ້, ອັນໄດ້ພິສູດໃຫ້ເຫັນເຖິງຂະບວນວິວັດທີ່ຕິດພັນກັບການຕໍ່ສູ້ຂອງປະຊາຊົນລາວ ທັງທາງດ້ານການເມືອງ, ການຈັດຕັ້ງ ແລະ ພຶດຕິກຳອັນອຸດົມສົມບູນຂອງພັກປະຊາຊົນປະຕິວັດລາວ,