ໃນຕອນເຊົ້າຂອງວັນທີ 01 ກຸມພາ 2024, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ທີ່ຫ້ອງປະຊຸມ ກະຊວງການຕ່າງປະເທດ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໂດຍມີ ຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນຂອງ ກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຂຶ້ນປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນີດຂອງກອງທັບປະຊາຊົນລາວ, ເງື່ອນໄຂ, ສະພາບແວດລ້ອມກ່ອນການສ້າງຕັ້ງ, ຄວາມຈໍາເປັນພາວະວິໄສ, ຄວາມຫມາຍຄວາມສໍາຄັນ ຂອງການສ້າງຕັ້ງກອງທັບປະຊາຊົນລາວ ຜົນງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດກ້າຫານ ຂອງກອງທັບປະຊາຊົນລາວ; ມູນເຊື້ອຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ມູນເຊື້ອຕໍ່ສູ້ອັນພິລະອາດຫານ, ກ້າແກ່ນ, ຫນຽວແໜ້ນ ແລະ ມີໄຫວພິບ; ນໍ້າໃຈດຸຫມັ່ນຂະຫຍັນພຽນ, ຍຶດຫມັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ, ການພົວພັນຮ່ວມມືພາຍໃນ ແລະ ສາກົນຢ່າງກົມກຽວບົນພຶ້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ກຽດຂຶ້ນປາຖະກະຖາມູນເຊື້ອປະຫວັດການເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ ຕັ້ງແຕ່ຊີວິດເຍົາໄວ ຈົນເຖິງການເຂົ້າຮ່ວມຂະບວນເຄື່ອນໄຫວປະຕິວັດ ເພື່ອຕໍ່ສູ້ຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ໂດຍໄດ້ຍົກໃຫ້ເຫັນເຖິງຄວາມປີຊາສາມາດ, ຄວາມສະຫຼຽວສະຫຼາດຂອງເພີ່ນ ໃນການຊີ້ນໍາບັນຊາກອງທັບປົດປ່ອຍ ປະຊາຊົນລາວ ໃນການຕໍ່ສູ້ກູ້ຊາດທີ່ບໍ່ຍອມຈໍານົນ ຈົນສາມາດຍາດໄດ້ໄຊຊະນະ ທີ່ສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ 1975 ຊຶ່ງຜົນງານອັນດີເລີດ, ຄຸນງາມຄວາມດີອັນປະເສີດ ຕະຫຼອດຮອດແບບແຜນການດໍາລົງຊີວິດ, ຄວາມດຸໝັ່ນພາກພຽນ, ການອຸທິດຕົນເພື່ອຊາດ, ເພື່ອປະຊາຊົນ ຂອງເພີ່ນ ຕະຫຼອດໄລຍະການຕໍ່ສູ້ກູ້ຊາດ ກໍຄືໃນໄລຍະພາລະກິດປົກປັກຮັກສາ ແລະ ສ້າງສາພັດປະເທດຊາດ.
ໃນຕອນທ້າຍຂອງພິທີ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຍັງໄດ້ເນັ້ນຢໍ້າໃຫ້ສະມາຊິກພັກ, ພະນັກງານ ທັງຫມົດ ຂອງກະຊວງການຕ່າງປະເທດ ຈົ່ງພ້ອມກັນຕັ້ງຫນ້າສຶກສາ ຄົ້ນຄ້ວາຮໍ່າຮຽນເອົາຄຸນສົມບັດສິນທໍາປະຕິວັດ, ຄວາມຈົງຮັກພັກດີ, ຄວາມບໍລິສຸດພຸດຜ່ອງ, ຄວາມມານະອົດທົນ, ອຸ່ນອ່ຽນທຸ່ນທ່ຽງ, ມີໄຫວພິບ ໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານທີ່ຕົນຮັບຜິດຊອບເພື່ອອຸທິດຕົນໃຫ້ພາລະກິດປະຕິວັດ, ເພື່ອຊາດ ເພື່ອປະຊາຊົນ ຂອງ ປະທານ ຄຳໄຕ ສີພັນດອນ ຜູ້ນໍາທີ່ແສນເຄົາລົບຮັກ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນປັດຈຸບັນ ແລະ ໄດ້ເນັ້ນຢຳ້ໃຫ້ພະນັກງານ ສະມາຊິກພັກ ຮັບຮູ້, ເຂົ້າໃຈຄວາມໝາຍ ແລະ ຄວາມສໍາຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ສະແດງໃຫ້ເຫັນຖິງທາດແທ້ມູນເຊື້ອປະຕິວັດ ແລະ ການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຍຸດຢັ້ງ, ຜົນງານອັນໃຫຍ່ຫລວງ, ມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງກອງທັບປະຊາຊົນລາວ ກໍ່ຄືຜົນງານອັນໃຫຍ່ຫລວງຂອງວິລະຊົນລາວ ທີ່ຍາດມາໄດ້ ຕະຫຼອດໄລຍະ 75 ປີ ຜ່ານມາ.