ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ບົດຄວາມການລົງທຶນຂອງ ສປ ຈີນ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງໝັ້ນທ່ຽງ

 

ສປປ ລາວ ແມ່ນປະເທດໜຶ່ງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ເປັນຕົ້ນ ແມ່ນໍ້າລໍາເຊ, ເນື້ອທີ່ດິນອັນກວ້າງໃຫ່ຍ       ເໝາະແກ່ການປູກຝັງ-ລ້ຽງສັດ ແລະ ມີແຮ່ທາດນາໆຊະນິດ ກາຍເປັນທ່າແຮງບົ່ມຊ້ອນທີ່ລໍຄອຍການພັດທະນາ. ນອກນັ້ນ, ສປປ ລາວ ຍັງມີຈຸດພິເສດທາງດ້ານທີ່ຕັ້ງພູມສັນຖານ ເປັນສູນກາງແຫ່ງການຄົມມະນາຄົມ, ຂົນສົ່ງຂອງອະນຸພາກພື້ນ ແລະ ເປັນປະຕູທາງອອກສູ່ຈີນແຜ່ນດິນໃຫ່ຍ ແລະ ປະຕູເຂົ້າສູ່ອາຊຽນອີກດ້ວຍ. ຈາກຈຸດພິເສດ ແລະ ທ່າແຮງດ້ານຕ່າງໆທີ່ກ່າວມານັ້ນ, ໄດ້ເຮັດໃຫ້ ສປປ ລາວ ກາຍເປັນປະເທດທີ່ບັນດານັກລົງທຶນຕ່າງປະເທດ ມີຄວາມສົນໃຈຢາກເຂົ້າມາຊອກສະແຫວງຫາຜົນປະໂຫຍດຈາກການດໍາເນີນທຸລະກິດປະເພດຕ່າງໆ ໂດຍສະເພາະແມ່ນນັກທຸລະກິດຈີນ ໄດ້ພາກັນຫຼັ່ງໄຫຼເຂົ້າມາລົງທຶນຢູ່ລາວ ນັບມື້ນັບຫລາຍຂຶ້ນ ເຊິ່ງການລົງທຶນຂອງ ສປ ຈີນ ໄດ້ກາຍເປັນການປະກອບສ່ວນທີ່ສໍາຄັນໃນການກະຕຸກຊຸກຍູ້ໃຫ້ເສດຖະກິດຂອງລາວມີການຂະຫຍາຍຕົວຂຶ້ນເປັນກ້າວໆ,  ອັນໄດ້ເຮັດໃຫ້ການພັດທະນາສ້າງສາຂອງຫລາຍເຂດແຄວ້ນຂອງລາວໄດ້ມີບາດກ້າວດີຂຶ້ນຢ່າງປະຈັກຕາ ເຊັ່ນ: ໂຄງການທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ໂຄງການທາງລົດໄຟລາວ-ຈີນ ທີ່ເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນຫາເມືອງຄຸນໜິງ, ແຂວງຢູນານຂອງ ສປ ຈີນ ເຫຼົ່ານີ້ເປັນຕົ້ນ.

 

ອ່ານເພີ່ມເຕີມ... 

ບົດຄວາມ 61 ປີສາຍພົວພັນການທູດລາວ-ຈີນ ທີ່ໝັ້ນຄົງຂະນົງເເກ່ນ

 

         ສາຍພົວພັນທາງການທູດລາວ-ຈີນ ໄດ້ກ້າວເຂົ້າສູ່ປີ ທີ 61 ໃນປີ 2022 ນີ້, ເຊິ່ງໃນປີທີ່ຜ່ານມາ (2021) ໃນໂອກາດຄົບຮອບ 60 ປີ ຂອງວັນທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ,  ປະຊາຊົນສອງຊາດ ລາວ-ຈີນ ໄດ້ພາກັນຈັດຕັ້ງກິດຈະກໍາຕ່າງໆຮ່ວມກັນ ເພື່ອເປັນການສະເຫລີມສະຫລອງປີແຫ່ງຄວາມເປັນສີລິມົງຄຸນ. ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນນັບແຕ່ 2020 ມານີ້, ການຮ່ວມມືສອງຝ່າຍ ລາວ-ຈີນ ໄດ້ມີຜົນງານທີ່ໂດດເດັ່ນຫລາຍໆຢ່າງ ທີ່ເປັນສິ່ງຢືນຢັນໃຫ້ເຫັນເຖິງຜົນສໍາເລັດທີ່ປະຊາຊົນສອງຊາດລາວ-ຈີນຍາດມາໄດ້, ເປັນຕົ້ນແມ່ນ ການເປີດການນໍາໃຊ້ເສັ້ນທາງດ່ວນວຽງຈັນ-ວັງວຽງໃນວັນທີ 20 ທັນວາ 2020, 11 ເດືອນ ຕໍ່ມາກໍ່ແມ່ນການເປີດການນໍາໃຊ້ ເສັ້ນທາງລົດໄຟ ລາວ-ຈີນ, ການເປີດການນໍາໃຊ້ ອາຄານໂຮງໝໍມະໂຫສົດຫລັງໃໝ່ ແລະ ການພັດທະນາພື້ນຖານໂຄງລ່າງອື່ນໆ ທີ່ນໍາຜົນປະໂຫຍດມາໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ. ຜົນສໍາເລັດທີ່ຍາດມາໄດ້ຕະຫລອດໄລຍະ 61 ປີມານີ້ ໄດ້ເປັນການຢືນຢັນເຖິງຄວາມໝັ້ນຄົງຂະນົງແກ່ນຂອງສາຍພົວພັນການທູດສອງປະເທດລາວ-ຈີນ,  ດັ່ງຄຳສຸພາສິດລາວ ທີ່ກ່າວໄວ້ວ່າ: “ໄລຍະທາງພິສູດມ້າ, ການເວລາພິສູດຄົນ”, ເຊິ່ງມັນໄດ້ສອດຄ່ອງກັບເນື້ອໃນບົດຄວາມຂອງສະຖານທູດ ສ.ປ ຈີນ ທີ່ໄດ້ລົງພິມໃນໜັງສືພິມຂອງລາວທີ່ກ່າວວ່າ “ສາຍພົວພັນການທູດ ຈີນ-ລາວ ສາມາດຜ່ານຜ່າການທົດສອບແຫ່ງການປ່ຽນແປງຢ່າງສັບສົນຂອງສະຖາ ນະການສາກົນ ແລະ ຍິ່ງດົນກໍຍິ່ງແໜ້ນແຟ້ນ, ຍິ່ງດົນກໍຍິ່ງມີຜົນປະໂຫຍດໃໝ່”.

ອ່ານເພີ່ມເຕີມ... 

ບົດຄວາມ ສ້າງຄວາມຜາສຸກໃຫ້ແກ່ ປະຊາຊົນ ລາວ-ຈີນ ຈີນ-ລາວ

 

ລົງເລິກຜັນຂະຫຍາຍແນວຄິດການຕ່າງປະເທດ ສີ ຈິ້ນຜິງ

ພະຍາຍາມສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ລາວ-ຈີນ

ບົດຄວາມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຈີນ-ລາວ ຄົບຮອບ 61 ປີ ບົດທີ 3

 

ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເນັ້ນວ່າ ຄວາມມຸ້ງຫວັງທີ່ຢາກດຳລົງຊີວິດການເປັນຢູ່ອັນດີງາມຂອງປະຊາຊົນ ກໍ່ແມ່ນເປົ້າຫມາຍສູ້ຊົນຂອງພວກເຮົາ, ທຸກອັນທີ່ພັກກອມມູນິດຈີນ ທີ່່ເຮັດໄປກໍ່ແມ່ນເພື່່ອສະແຫວງຫາຄວາມຜາສຸກຂອງປະຊາຊົນຈີນ, ສະແຫວງຫາຄວາມຟຶ້ນຟູຄວາມຈະເລິນຮຸ່ງເຮືອງຂອງຊົນຊາດຈີນ, ສະແຫວງຫາສັນຕິພາບ ແລະ ການພັດທະນາຂອງມວນມະນຸດ ໂດຍທີ່ໄດ້ນຳເອົາຜົນປະໂຫຍດຂອງປະຊາຊົນໄວ້ຢູ່ພິກັດສູງສຸດໃນດວງໃຈຂອງຕົນຢ່າງສະເຫມີຕົ້ນສະເຫມີປາຍ ແລະ ມອງໄປມຸມຜົນປະໂຫຍດຮ່ວມຂອງປະຊາຊົນຈີນ ແລະ ໂລກ ຢ່າງສະເຫມີຕົ້ນສະເຫມີປາຍ ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ມີຂໍ້ສະເຫນີວ່າຈະສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ຊຶ່ງໄດ້ກາຍເປັນກະແສແນວຄິດນຳພາຍຸກສະໄຫມ ແລະ ຄັນທຸງອັນແຈ້ງສະຫວ່າງທີ່ຊີ້ທິດເຍືອງທາງໃຫ້ແກ່ມວນມະນຸດ ເລຂາທິການໃຫຍ່ ສີຈິ້ນຜິງ ຍັງໄດ້ຮ່ວມກັບການນຳຂັ້ນສູງສຸດຂອງປະເທດລາວ ເຊັນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ ຊຶ່ງໄດ້ນຳເອົາຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງປະເທດ ໃນເວລາທີ່ພົບປະແບບວິດີໂອທາງໄກກັບ ເລຂາທິການໃຫຍ່ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເນັ້ນວ່າ ການຮັບໃຊ້ປະຊາຊົນແມ່ນວັດຖຸປະສົງຮ່ວມຂອງສອງພັກລາວຈີນ, ສາຍພົວພັນ ລາວ-ຈີນ ກໍ່ຄວນຖືເອົາປະຊາຊົນເປັນກົກເພື່ອນຳເອົາຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດລາວຈີນ ຊຶ່ງໄດ້ສະແດງເຖິງຄວາມເມດຕາຮັກແພງຕໍ່ປະຊາຊົນ ແລະ ຄວາມຫ່ວງໃຍຕໍ່ໂລກມະນຸດອັນເລິກເຊິງດູດດື່ມ ໄດ້ຊີ້ທິດແລະຮຽກຮ້ອງໃຫ້ແກ່ການເສີມສ້າງສາຍພົວພັນລາວຈີນເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດ.

ອ່ານເພີ່ມເຕີມ... 

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404525
ມື້ນີ້1
ມື້ວານ171
ອາທິດນີ້936
ເດືອນນີ້6565