ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປາຖະກະຖາ, ຫົວຂໍ້: “ຮັດແໜ້ນການພົວພັນ ລາວ - ຟິລິບປິນ ໂດຍຖືເອົາປະຊາຊົນເປັນໃຈກາງ”

 

PhilippinesTalk0PhilippinesTalk1

PhilippinesTalk2

 

ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ Enrique A. Manalo, ລັດຖະມົນຕີການຕ່າງປະເທດ ຟີລິບປີນ, ໃນຕອນເຊົ້າຂອງວັນທີ 04 ສິງຫາ 2023, ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ຟີລິບປິນ ປະຈໍາ ສປປ ລາວ ໄດ້ຈັດປາຖະກະຖາຂຶ້ນພາຍໃຕ້ຫົວຂໍ້: ຮັດແໜ້ນການພົວພັນ ລາວຟິລິບປິນ ໂດຍຖືເອົາປະຊາຊົນເປັນໃຈກາງ (Closer Together: People at the Center of Laos – Philippines Relations), ທີ່ ສູນການຮ່ວມມືສາກົນ ແລະ ການຝືກອົບຮົມ (ICTC), ໂດຍການໃຫ້ກຽດບັນຍາຍຂອງລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ, ມີບັນດາຄະນະນໍາ ຂອງກະຊວງການຕ່າງປະເທດ, ບັນດາທ່ານທູດອາວຸໂສບໍານານ, ອະດີດເອກອັກຄະລັດຖະທູດລາວ ປະຈໍາ ຟີລິບປີນ, ບັນດາທຸຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ, ບັນດາທ່ານຫົວໜ້າກົມ, ຄະນະກົມ, ຄະນະພະແນກ ຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນດາກະຊວງຂະແໜງການອ້ອມຂ້າງສູນກາງ ລວມທັງສະມາຄົມມິດຕະພາບລາວ-ຟິລີບປີນ ທັງໝົດປະມານ 150 ທ່ານ.  ຈຸດປະສົງຂອງການຈັດປາຖະກະຖາໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ນະໂຍບາຍການຕ່າງປະເທດຂອງ ຟີລິບປິນ ແລະ ຕີລາຄາທົບທວນການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຟິລິບປິນ ຕະຫຼອດໄລຍະ 68 ປີ ໂດຍຖືເອົາຜົນປະໂຫຍດຂອງປະຊາຊົນສອງຊາດເປັນສໍາຄັນ. ນອກນັ້ນ,  ຍັງເປັນໜຶ່ງໃນກິດຈະກໍາການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມຄະນະກໍາມະທິການ ວ່າດ້ວຍການຮ່ວມມື ລາວ-ຟີລິບປິນ, ຄັ້ງທີ II ໃນລະຫວ່າງ ວັນທີ 03–05 ສິງຫາ 2023.

 

ໃນໂອກາດນີ້, ທ່ານ Enrique A. Manalo, ລັດຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ ໄດ້ຕີ​ລາ​ຄາ​ສູງ​ ຕໍ່​ການ​ພົວ​ພັນຮ່ວມມື ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ​ ແລະ ມິດ​ຕະ​ພາບອັນຍາວນານ ລະຫວ່າງ ສອງປະເທດ ລາວ-ຟີລິບປິນ ທີ່ໄດ້ຮັບການພັດທະນາ ແລະ ຮັດແໜ້ນໃຫ້ມີຄວາມແໜ້ນແຟ້ນຂຶ້ນຕາມລໍາດັບ, ຊຶ່ງເຫັນໄດ້ຈາກການແລກປ່ຽນ-ຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງສອງປະເທດ ຢ່າງເປັນປົກກະຕິ, ການສົ່ງເສີມການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ແລະ ບັນດາຂະແໜງການຕ່າງໆອ້ອມຂ້າງສູນກາງຢ່າງ ຮອບດ້ານ ເຊັ່ນ: ການຮ່ວມມືປ້ອງການຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດການຄ້າ-ລົງທຶນ, ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ວັດທະນະທຳ-ສັງຄົມ ແລະ ທ່ອງທ່ຽວ, ການຕ້ານການຄ້າຢາເສບຕິດ ແລະ ອື່ນໆ ເພື່ອເຮັດໃຫ້ບັນດາປະເທດພາຍໃນພາກພື້ນ ກໍຄື ປະຊາຊົນຂອງທັງສອງປະເທດ ມີຄວາມປອດໄພ ແລະ ພັດທະນາຢ່າງໝັ້ນທ່ຽງເຂັ້ມແຂງ. ພ້ອມດຽວກັນນີ້ລາວ-ຟີລິບປິນ ຍັງໄດ້ປຶກສາຫາລື ແຜນວຽກໃນຕໍ່ໜ້າຮ່ວມກັນ ເພື່ອ ກະກຽມໃຫ້ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ໃນປີ 2025 ທີ່ຈະມາເຖິງ.

 

ໃນຕອນທ້າຍຂອງການປາຖະກະຖາ, ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະ ເທດ, ຜູ້ນໍາພາການປາຖະກະຖາ ແລະ ຕາງໜ້າໃຫ້ກະຊວງການຕ່າງປະເທດ ກໍໄດ້ສະແດງຄວາມຂອບໃຈມາຍັງລັດຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ ພ້ອມດ້ວຍຄະນະທີ່ໄດ້ເສຍເວລາອັນມີຄ່າໃຫ້ກຽດບັນຍາຍທີ່ມີຄວາມໝາຍສໍາຄັນໃນຄັ້ງນີ້ ແລະ  ບັນດາຄະນະນໍາກະຊວງ, ບັນດາແຂກທັງໝົດທີ່ເຂົ້າຮ່ວມພິທີໃນຄັ້ງນີ້ ເຮັດໃຫ້ການຮັບຟັງປາຖະກະຖາໃນຄັ້ງນີ້ ມີບັນຍາກາດ ແລະ ເນື້ອໃນຄົບຖ້ວນສົມບູນ, ພ້ອມທັງ ເປັນການເນັ້ນໃຫ້ເຫັນເຖິງການພົວພັນການທູດ ແລະ ການຮ່ວມມື ລະຫວ່າງ ລາວ - ຟີລິບປິນ ຈະສືບຕໍ່ຮັດແໜ້ນ ແລະ ຜັນຂະຫຍາຍ ໃຫ້ເປັນຮູບປະທໍາຂຶ້ນເທື່ອລະກ້າວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486428
ມື້ນີ້124
ມື້ວານ220
ອາທິດນີ້90
ເດືອນນີ້5733