ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ມຽນມາ ເພີ່ມທະວີການຮ່ວມມື ຄວບຄຸມຢາເສບຕິດ

ສປປ ລາວ ​ແລະ ມຽນມາ ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ ດ້ານ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ ​ໂດຍ​ທັງ​ສອງ​ຝ່າຍ​ ໄດ້​ຖອດ​ຖອນ​ບົດຮຽນ​ຮ່ວມ​ກັນ​ ເພື່ອ​ນຳ​ໄປ​ຈັດຕັ້ງ ປະຕິບັດ ​ເວົ້າສະ​ເພາະ​ ກໍ​ຄື ​ແຜນກາ​ນສະກັດ​ກັ້ນ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ ຂອງ​ສອງ​ປະ​ເທດ​ຢ່າງ​ຈິງ​ຈັງ ​ໂດຍ​ເນັ້ນ​ໃສ່​ຮ່ວມ​ກັນຊອກ​ຫາ​ວິທີ ​ແລະ ມາດ​ຕະການ​ອັນ​ເໝາະ​ສົມ ​ເຮັດ​ໃຫ້ການ​ຮ່ວມ​ມື​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ ລະຫວ່າງ​ ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ຜົນ​ດີ​ຍິ່ງ​ຂຶ້ນ.

ກອງ​ປະຊຸມ​ສອງ​ຝ່າຍ ລ​າວ-ມຽນມາ​ ວ່າ​ດ້ວຍ​ການ​ຮ່ວມ​ມື ເພື່ອ​ຄວບ​ຄຸມ​ຢາ​ເສບ​ຕິດ​ຄັ້ງທີ V ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 11-12 ​ມີນາ 2015 ທີ່​​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ ທ່ານ ກຸ ຈັນ​ສີນາ, ປະທານ​ຄະນະ​ ກຳມະການ​ແຫ່ງ​ຊາດ ​ເພື່ອ​ກວດກາ ​ແລະ​ ຄວບ​ຄຸມ​ຢາ​ເສບ​ຕິດ ​ແລະ ທ່ານ ພົນ​ຈັດຕະວາ ຈໍ ຈໍ ທູນ (Kyaw Kyaw Tun), ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພາຍ​ໃນ​ຂອງ​ ສສ.ມຽນມາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນທັງ​ສອງ​ຝ່າຍ ​ເຂົ້າຮ່ວມ. ​ໃນ​ໂອ​ກາດ​ນີ້ ທ່ານ ກຸ ຈັນ​ສີນາ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງນີ້ ທີ່​ໄດ້​ທົບ​ທວນຄືນ​ຜົນສຳ​ເລັດ, ຂໍ້ຄົງຄ້າງ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ການ​ຈັດຕັ້ງ ປະຕິບັດ​ບົດ​ບັນທຶກ​ກອງ​ປະຊຸມ​ຄັ້ງທີ IV ທີ່​ຜ່ານ​ມາ ພ້ອມ​ທັງ​ຮ່ວມ​ກັນ​ວາງ​ທິດ​ທາງ​ແຜນການ​ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ໃນຊຸມ​ປີ​ຕໍ່ໜ້າ ​ລະຫວ່າງ ລາວ-ມຽນມາ​ ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​ດີ​ຍິ່ງ​ຂຶ້ນ. ໄລຍະຜ່ານມາ ​ເພື່ອ​ປະກອບສ່ວນ​ເຮັດ​ໃຫ້​ຄາດໝາຍ​ສູ້​ຊົນ “ອາ​ຊຽນປອດ​ຢາ​ເສບ​ຕິດ​ພາຍ​ໃນ​ປີ 2015”​ ໃຫ້​ບັນລຸ​ຜົນ​ເປັນ​ຈິງ​ນັ້ນ, ລັດຖະບານ​ແຫ່ງ ສປປ ລາວ​ ໄດ້​ເອົາ​ໃຈ​ໃສ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ ​ໃນ​ການ​ຈຳກັດ, ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ພ້ອມ ​ທັງ​ໄດ້​ເນັ້ນ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ຢ່າງ​ຈິງ​ຈັງ. ນອກ​ນີ້,​ ຍັງ​ໄດ້​ດຳ​ເນີນ​ການ​ສຶກສາ​ອົບຮົມ ​ແລະ ​ໂຄສະນາ​ເຜີຍ​ແຜ່ ​ເພື່ອ​ປູກ​ຈິດ​ສຳນຶກ​ໃຫ້​ຄົນ​ໃນ​ທົ່ວສັງຄົມ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ລະບຽບ​ກົດໝາຍ ​ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ​ໃນ​ຫລາຍ​ຮູບ​ການ. ຄຽງ​ຄູ່​ກັນນັ້ນ ກໍ​ໄດ້​ເອົາ​ໃຈ​ໃສ່​ບຳບັດ​ປິ່ນປົວ​ຜູ້​ຕິດ​ຢາ​ເສບ​ຕິດ​ຢູ່​ຕາມ​ສູນ​ຕ່າງໆ ​ແລະ ລົງທຶນ​ຈັດຕັ້ງປະຕິບັດໂຄງການຫັນ​ເອົາ​ປະຊາຊົນ​ໄປ​ປະກອບ​ອາຊີບ​ອື່ນ​ແທນ​ການ​ປູກ​ຝິ່ນ. ສ່ວນ​ເຈົ້າໜ້າ​ທີ່​ຕຳຫລວດ ​ແລະ ພາກສ່ວນ ​ທີ່​ກ່ຽວ​ຂ້ອງ​ກໍໄດ້​ປະຕິບັດ​ໜ້າ​ທີ່​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ເຊິ່ງ​ໄດ້​ສະ​ແດງ​ອອກ​ໃນ​ກາ​ນຢຶດຂອງ​ກາງ​ຢາ​ເສບ​ຕິດ, ການມ້າງ​ຄະດີ ​ແລະ ​ຈັບ​ກຸມ​ຜູ້​ຕ້ອງ​ຫາ​ທີ່​ພົວພັນ​ກັບ​ຢາ​ເສບ​ຕິດ.

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404541
ມື້ນີ້17
ມື້ວານ171
ອາທິດນີ້952
ເດືອນນີ້6581