ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະຫວັດຄວາມເປັນມາຂອງວັນການທູດລາວ

 

ບົດຄວາມ

ປະຫວັດຄວາມເປັນມາຂອງວັນການທູດລາວ

(ເນື່ອງໃນໂອກາດ ຄົບຮອບ 78 ປີ ວັນການທູດລາວ: 12 ຕຸລາ 1945 – 12 ຕຸລາ 2023)

ຮຽບຮຽງໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

 

ວັນການທູດລາວ ວັນທີ 12 ຕຸລາ 1945 ແມ່ນເປັນວັນດຽວກັບ ວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກ ຮັບຮູ້ເຖິງຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ; ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວ, ເຊິ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ສາກົນ ຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນ ມາເປັນເວລາຫຼາຍຮ້ອຍປີ ເນື່ອງຈາກໄດ້ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ຄວາມສາມັກຄີຕໍ່ສູ້ສັດຕູໂຕດຽວກັນຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດການພົວພັນສາກົນຂອງໂລກ. ເຫດການວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງຄວາມສະຫຼາດສ່ອງໃສ ໃນການນໍາພາການຕໍ່ສູ້ ຂອງການນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ ຮັກຄວາມເປັນເອກະລາດ ຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກຄອບຄອງຂອງພວກຮຸກຮານຕ່າງຊາດ, ເຊິ່ງ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ ແມ່ນແກນນໍາລາວຮຸ່ນບຸກເບີກໃຫ້ແກ່ວຽກງານການທູດລາວເຮົາ.

 

ພາຍຫຼັງປະກາດເອກະລາດໂຮມລາວ ໃນວັນທີ 12 ຕຸລາ 1945, ລັດຖະບານລາວອິດສະຫຼະ ໄດ້ປະກາດນະໂຍບາຍ 12 ຂໍ້, ເຊິ່ງໃນນັ້ນ ຂໍ້ທີ 10 ແມ່ນເວົ້າເຖິງວຽກງານການຕ່າງປະເທດ ທີ່ກໍານົດເອົານະໂຍບາຍການຕ່າງປະເທດ ອັນທໍາອິດຂອງລັດຖະບານລາວອິດສະຫຼະ ຄື: “ຜູກມິດກັບທຸກປະເທດ ທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບແຕ່ນັ້ນມາ, ວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງ ທີ່ມີບົດບາດສໍາຄັນ ທີ່ໄດ້ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

 

ນັບຕັ້ງແຕ່ອະດີດເຖິງປັດຈຸບັນ, ນະໂຍບາຍການຕ່າງປະເທດຂອງລາວເຮົາ ແມ່ນຖືກກໍານົດອອກ ຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄໝ ເພື່ອຮັບໃຊ້ການເຄື່ອນໄຫວການທູດແບບພາວະວິໄສ ກໍຄື ຖືກກັບສະພາບພາຍໃນປະເທດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາຜົນປະໂຫຍດສູງສູດມາໃຫ້ປະເທດຊາດ. ໃນໄລຍະຕໍ່ສູ້ກູ້ຊາດ, ວຽກງານການທູດ ແມ່ນຕິດພັນກັບປະຊາຊົນ ຫຼື ເອີ້ນວ່າ ການທູດປະຊາຊົນ, ເຊິ່ງການນໍາຮຸ່ນກ່ອນໄດ້ນໍາໃຊ້ ເພື່ອຂົນຂວາຍ ແລະ ປຸກລະດົມນໍ້າໃຈຮັກຊາດຂອງປະຊາຊົນລາວບັນດາເຜົ່າ ບົນພື້ນຖານການຕິດພັນກັບປະຊາຊົນຢ່າງແທ້ຈິງ ຈົນເຮັດໃຫ້ສາມາດເຕົ້າໂຮມປະຊາຊົນ ເພື່ອລຸກຮື້ຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ຈົນໃນທີ່ສຸດ ກໍສາມາດສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງເປັນທາງການ ແລະ ເຮັດໃຫ້ທົ່ວໂລກໄດ້ຮັບຮູ້ ສປປ ລາວ ມາເຖິງປັດຈຸບັນ. ການປະຕິບັດນະໂຍບາຍການຕ່າງປະເທດ ໄດ້ແບ່ງອອກເປັນ 4 ໄລຍະສໍາຄັນ ຄື:

 

  1. ໄລຍະປີ 1945-1975 (ໄລຍະຕໍ່ສູ້ກູ້ຊາດ):

          ໄລຍະທໍາອິດ ແມ່ນພາຍຫຼັງລາວເຮົາໄດ້ປະກາດເອກະລາດຄັ້ງທໍາອິດ ໃນປີ 1945, ເຊິ່ງເປັນໄລຍະຕໍ່ສູ້ກູ້ຊາດ. ນະໂຍບາຍການຕ່າງປະເທດຂອງລາວ ແມ່ນ “ຜູກມິດກັບທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ຈຸດປະສົງແມ່ນເພື່ອຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈ ຈາກບັນດາປະເທດສັງຄົມນິຍົມ ແລະ ຂະບວນການກ້າວໜ້າໃນໂລກ ເພື່ອສົ່ງເສີມຂະບວນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.

 

  1. ໄລຍະປີ 1975-1982 (ໄລຍະແຫ່ງການຮໍາບາດແຜສົງຄາມ):

          ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ພັກ ແລະ ລັດຖະບານເຮົາ ໄດ້ປະກາດນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ບໍ່ຮ່ວມກຸ່ມ”, ເພື່ອສະແດງຈຸດຢືນເປັນກາງໃນໄລຍະສົງຄາມເຢັນ, ເຊິ່ງມີການສູ້ຢັນກັນ ລະຫວ່າງ 2 ຂົ້ວອໍານາດ ຄື: ສັງຄົມນິຍົມ ແລະ ທຶນນິຍົມ. ການວາງນະໂຍບາຍດັ່ງກ່າວ ແມ່ນເພື່ອສ້າງຄວາມເຊື່ອໝັ້ນ ແລະ ຍາດແຍ່ງເອົາຄວາມເຫັນອົກເຫັນໃຈຈາກປະຊາຄົມໂລກ; ເພື່ອສ້າງເງື່ອນໄຂອັນດີໃນການປົວແປງບາດແຜຈາກສົງຄາມ; ແລະ ເພື່ອສ້າງເງື່ອນໄຂອັນສະເພາະ ໃນການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ແລະ ແນໃສ່ຮັກສາສາຍພົວພັນກັບຂະບວນການບໍ່ຮ່ວມກຸ່ມ, ເຊິ່ງເປັນກຸ່ມປະເທດທີ່ກ້າວໜ້າຢູ່ໃນໂລກ ທີ່ມີເປົ້າໝາຍຕ້ານລັດທິຈັກກະພັດ ແລະ ລ່າເມືອງຂຶ້ນ ທັງນັບຖືບັນດາປະເທດສັງຄົມນິຍົມ ເປັນພັນທະມິດຂອງຕົນ.

 

  1. ໄລຍະປີ 1982-1986 (ໄລຍະເລີ່ມຕົ້ນຂອງການປົກປັກຮັກສາ ແລະ ສ້າງສາປະເທດຊາດ):

          ໃນໄລຍະນີ້, ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ III ໄດ້ວາງແນວທາງການຕ່າງປະເທດໃໝ່ ໂດຍມີການປ່ຽນແປງນະໂຍບາຍການຕ່າງປະເທດ ບາງດ້ານດັ່ງນີ້: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ສັງຄົມນິຍົມ”, ເນື່ອງຈາກຄວາມຈໍາເປັນພາວະວິໄສ ທີ່ຕ້ອງຊອກຫາເພື່ອນມິດຜູ້ທີ່ໄວ້ເນື້ອເຊື່ອໃຈໄດ້ ມາສະໜັບສະໜູນໃນການປະຕິບັດ ສອງໜ້າທີ່ຍຸດທະສາດຂອງພັກເຮົາ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ.

 

  1. ໄລຍະ 1986-ປັດຈຸບັນ (ໄລຍະການດໍາເນີນນະໂຍບາຍປ່ຽນແປງໃໝ່):

      ນັບຕັ້ງແຕ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ IV ມາເຖິງປັດຈຸບັນ, ພັກ ໄດ້ວາງແນວທາງນະໂຍບາຍການຕ່າງປະເທດ ຄື: “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືກັບນາໆປະເທດ”. ນະໂຍບາຍການຕ່າງປະເທດລາວ ຈຶ່ງຈໍາເປັນຕ້ອງໄດ້ປັບປ່ຽນ ເພື່ອຈະສາມາດຮັບມືກັບການຜັນແປຂອງສະພາບການເມືອງໂລກ ແລະ ຮຸບແບບການຮ່ວມມືຂອງບັນດາປະເທດໃນໂລກ. ໃນນັ້ນ, ການຮ່ວມມືແມ່ນຕ້ອງຢູ່ບົນພື້ນຖານ 5 ຫຼັກການ ຢູ່ຮ່ວມກັນໂດຍສັນຕິ ຄື: ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ; ບໍ່ຮຸກຮານກັນ; ບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ; ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ແລະ ຢູ່ຮ່ວມກັນໂດຍສັນຕິ.

 

ໃນທ່າມກາງສະພາບການໂລກ ທີ່ມີການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ, ໂດຍສະເພາະແມ່ນພາຍຫຼັງ ສະຫະພາບໂຊວຽດ ພັງທະລາຍ ໃນປີ 1991 ເຮັດໃຫ້ລະບົບຂອງຄ້າຍສັງຄົມນິຍົມທີ່ມີ ສະຫະພາບໂຊວຽດ ເປັນແກນຫຼັກນັ້ນ ໄດ້ສິ້ນສຸດລົງ, ການພົວພັນຮ່ວມມືກັບບັນດາປະເທດໃນໂລກ ກໍມີຄວາມຈໍາເປັນຕ້ອງເປີດກວ້າງ, ບໍ່ຈໍາກັດພຽງແຕ່ປະເທດທີ່ມີລະບອບການເມືອງດຽວກັນ ຫຼື ສອງຝ່າຍ, ເຊິ່ງພັກ-ລັດຖະບານລາວເຮົາ ໄດ້ເປີດກວ້າງການພົວພັນຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ທັງປະຕິບັດຕາມທິດນໍາ“ເພີ່ມມິດ ຫຼຸດຜ່ອນສັດຕູ” ຕາມແນວທາງການປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ ແລະ ສືບຕໍ່ລົງເລິກປະຕິບັດຄໍາຂວັນການຕ່າງປະເທດ: “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ຢ່າງໄດ້ຮັບຜົນດີ, ອັນສະແດງອອກໃນການເສີມຂະຫຍາຍ ແລະ ຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ທີ່ມີໝາກຜົນຕົວຈິງຢ່າງເລິກເຊິ່ງ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດຕ່າງໆ ໃນທົ່ວໂລກ, ໄດ້ສືບຕໍ່ເຮັດໃຫ້ບົດບາດຂອງ ສປປ ລາວ ນັບມື້ນັບພົ້ນເດັ່ນຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ.

 

ມາຮອດປັດຈຸບັນ ສປປ ລາວ ໄດ້ມີການພົວພັນການທູດກັບ 148 ປະເທດໃນໂລກ, ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ; ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 03 ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ.

 

ຍ້ອນເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນ ແລະ ໝາກຜົນອັນໃຫຍ່ຫຼວງຂອງການເຄື່ອນໄຫວການທູດ ໃນຕະຫຼອດໄລຍະຜ່ານມາ; ສະນັ້ນ, ໃນປີ 2013, ລັດຖະບານ ຈຶ່ງໄດ້ຕົກລົງເຫັນດີກໍານົດເອົາ ວັນທີ 12 ຕຸລາ ເປັນວັນການທູດລາວ ຢ່າງເປັນທາງການ.

 

*********************************

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486527
ມື້ນີ້81
ມື້ວານ142
ອາທິດນີ້189
ເດືອນນີ້5832