ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການຈາກໄປຂອງ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ສະມາພັນທະລັດ ສະວິດ

  

  

20230526 Hon Cons Swiss

  

 

ທ່ານ ດຣ. ກິໂດ້ ໂຈເຊັບ ກາແປ້ນລີ້ (Guido Josef Käppeli), ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ສະມາພັນທະລັດ ສະວິດ, ເກີດເມື່ອວັນທີ 19 ມີນາ 1944 ທີ່ ເມືອງ Wohlen, ກັງຕົງ (ແຂວງ) Agrau, ປະຈຸບັນ ອາໄສຢູ່ ກັງຕົງ Schwyz, ປະ​ເທດ ສະ​ວິດ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 23 ພຶດສະພາ 2023 ທີ່ ປະເທດ ຝຣັ່ງ.

   

ທ່ານ ດຣ. ກາແປ້ນລີ້ ໄດ້ເດີນທາງມາ ສປປ ລາວ ໃນເດືອນ ມີນາ 1996. ດ້ວຍຄວາມມັກ ແລະ ເຫັນໄດ້ຄວາມສວຍງາມທາງດ້ານວັດທະນະທໍາ ປະເພນີຂອງລາວ ແລະ ກາລະໂອກາດແຫ່ງການລົງທຶນໃນປະເທດລາວ,  ທ່ານ ໄດ້ດໍາເນີນເຮັດທຸລະກິດ ຢູ່ ສປປ ລາວ ໂດຍການຮ່ວມກໍ່ຕັ້ງ ແລະ ເປັນຜູ້ຈັດການບໍລິສັດນໍາເຂົ້າຍານພາຫະນະ ແລະ ເຄື່ອງກົນຈັກ ຈາກປະເທດ ສະວິດ ເຂົ້າມາ ສປປ ລາວ, ພ້ອມທັງໃຫ້ການຝຶກອົບຮົມຊາວຫນຸ່ມລາວ ໃນບໍລິສັດກໍ່ສ້າງຂອງທ່ານ ຢູ່ ປະເທດ ​ສະ​ວິດ. ໃນໄລຍະການດໍາເນີນທຸລະກິດຢູ່ ສປປ ລາວ, ທ່ານ ຍັງໄດ້ເຄື່ອນໄຫວສະໜັບສະໜູນບັນດາໂຄງການຊ່ວຍເຫຼືອແກ່ ສປປ ລາວ ທີ່ບໍ່ຫວັງຜົນກໍາໄລ ໂດຍການລະດົມທຶນ ແລະ ນໍາໃຊ້ທຶນສ່ວນຕົວ ເຂົ້າໃນໂຄງການສ້າງໂຮງຮຽນ ຢູ່ ສປປ ລາວ. ດ້ວຍ​ຄວາມ​ມຸ່ງ​ໝັ້​ນ​ໃນ​ການ​ສືບ​ຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ​ໂດຍ​ສະ​ເພາະ​ການ​ເປັນ​ຕົວ​ແທນ​ຂອງ ສ​ປ​ປ ລາວ ໃນ​ການ​ຊຸກ​ຍູ້​ສົ່ງ​ເສີມ​ການ​ພົວ​ພັນ​ຮ່ວມ​ມືກັບ ສະ​ວິດ, ທ່ານ ດຣ. ກາແປ້ນລີ້ ໄດ້ຍື່ນ​ຄຳ​ຮ້ອງ​ສະ​ໝັກ​ໃຈ​ເຮັດ​ໜ້າ​ທີ່​ເປັນ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສະມາພັນທະລັດ ສະວິດ ແລະ ໄດ້​ຮັບ​ການ​ແຕ່ງ​ຕັ້ງ ຈາກລັດຖະບານ ສປປ ລາວ ໃຫ້​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວ ເລີ່ມ​ແຕ່​ປີ 2006 ເປັນ​ຕົ້ນ​ມາ.

  

 ຕະຫຼອດໄລຍະ 17 ກວ່າປີ ໃນການ​ເຮັດ​ໜ້າ​ທີ່ເປັນກົງສູນກິຕິມະສັກ ແຫ່ງ ສປປ ລາວ ປະຈໍາ ປະເທດ ສະວິດ, ທ່ານ ດຣ. ກິໂດ້ ໂຈເຊັບ ກາແປ້ນລີ້ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ໃຫ້ແກ່ການບໍລິການ, ຕິດຕໍ່, ເຜີຍແຜ່ຂໍ້ມູນຂ່າວສານ  ແລະ ສະໜັບສະໜູນດ້ານຕ່າງໆ ໃຫ້ແກ່ພົນລະເມືອງລາວ ຢູ່ສະວິດ; ເປັນຕົວແທນຂອງ ສປປ ລາວ ໃນອົງການຈັດຕັ້ງຂອງລັດຖະບານ ແລະ ພາກເອກະຊົນລາວ ໃນການຂົນຂວາຍການຮ່ວມມື ແລະ ການຊ່ວຍເຫຼືອຈາກປະຊາຊົນ ສະວິດ ແລະ ສົ່ງເສີມການພົວພັນ ລະຫວ່າງ ປະຊາຊົນ ສະວິດ ແລະ ປະຊາຊົນລາວ; ໄດ້ປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດ ສະວິດ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ຊຶ່ງສະແດງອອກສອງປະເທດ ລາວ-ສະວິດ ມີການພົວພັນທີ່ດີນໍາກັນ ແລະ ມີການໄປມາຫາສູ່ລະຫວ່າງການນໍາຂັ້ນສູງລະຫວ່າງສອງປະເທດ ຊຶ່ງ ທ່ານ ດຣ. ກາແປ້ນລີ້ ໄດ້ໃຫ້ການຊ່ວຍເຫຼືອ, ອຳນວຍຄວາມສະດວກ ແລະ ຕ້ອນຮັບຢ່າງອົບອຸ່ນ; ທ່ານ ດຣ. ກາແປ້ນລີ້ ຍັງໄດ້ເປັນຜູ້ສະໜັບສະໜູນຫຼັກ ແກ່ ສປປ ລາວ ໃນການເຂົ້າຮ່ວມງານວາງສະແດງໂລກປີ 2015 (WORLD EXPO 2015), ທີ່ ເມືອງ ມິລານ, ປະເທດ ອີຕາລີ. ນອກຈາກການຊ່ວຍເຫຼືອດ້ານຕ່າງໆ ທີ່ກ່າວມານັ້ນ, ທ່ານ ດຣ. ກາແປ້ນລີ້ ຍັງໄດ້ເຄື່ອນໄຫວລະດົມທຶນ ແລະ ນໍາໃຊ້ທຶນສ່ວນຕົວ ປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການສ້າງ​ໂຮງຮຽນ ຈຳນວນ 27 ​ແຫ່ງ​ ໃນ 8 ​ແຂວງຂອງ ສປປ ລາວ, ໃຫ້ການສະຫນັບສະຫນູນ​ຊ່ວຍເຫຼືອອຸປະກອນການຮຽນ ແລະ ນໍ້າສະອາດ ຢູ່​ບັນດາ ​ບ້ານທຸກຍາກ ແລະ ໂຮງຮຽນທີ່ຂາດເຂີນ ແລະ ​ຫ່າງໄກສອກຫຼີກ ຈໍານວນ 34 ໂຄງການ,  ​ລວມມູນຄ່າທັງຫມົດ ຫຼາຍ​ກວ່າ 2 ລ້ານ ໂດລາສະຫະລັດ.

  

ຈາກຜົນງານ ແລະ ຄຸນງາມຄວາມດີທີ່ກ່າວມາຂ້າງເທິງ, ທ່ານ ດຣ. ກິໂດ້ ໂຈເຊັບ ກາແປັນລີ້ ຈຶ່ງໄດ້ຮັບການຍ້ອງຍໍ ໃນຂັ້ນຕ່າງໆ ແລະ ການປະດັບຫຼຽນກາມິດຕະພາບ ແລະ ຫຼຽນໄຊພັດທະນາ ຊັ້ນ III ຈາກລັດຖະບານ ແຫ່ງ ສປປ ລາວ.

  

ການຈາກໄປຂອງ ທ່ານ ດຣ. ກາແປ້ນລີ້ ເປັນການສູນເສຍບຸກຄົນທີ່ດີ, ທີ່ມີຄວາມສຳຄັນ ແລະ ມີນໍ້າໃຈເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອແກ່ ສປປ ລາວ ແບບບໍ່ຫວັງຜົນຕອບແທນ. ດ້ວຍຜົນງານ ແລະຄຸນງານຄວາມດີເຫຼົ່ານັ້ນ, ທ່ານໄດ້ກາຍເປັນບຸກຄົນທີ່ ປະຊາຊົນ ກໍຄືລັດຖະບານແຫ່ງ ສປປ ລາວ ຈົດຈໍາຜົນງານ ແລະ ຈາລຶກບຸນຄຸນຄວາມດີ ໄວ້ຕະຫຼອດໄປ. ສະ​ນັ້​ນ, ຕາງຫນ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກໍຄື ປະຊາຊົນລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງ ຄວາມເຫັນ​ໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເຖິງ ທ່ານ ນາງ ມາເຣຍ ກາແປ້ນລີ້ ມາເຊນອຍເອີ, ພັນລະຍາ ຂອງ ທ່ານ ດຣ. ກິໂດ້ ໂຈເຊັບ ກາແປັນລີ້ ແລະ ຄອບຄົວ ຕໍ່​ການ​ຈາກ​ໄປ​ຂອງ ທ່ານ ດຣ. ກາແປ້ນລີ້ ຢ່າງ​ບໍ່​ມີ​ວັນ​ຫວນ​ຄືນ​ມາ​ໃນ​ຄັ້ງ​ນີ້.

  

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485524
ມື້ນີ້29
ມື້ວານ196
ອາທິດນີ້560
ເດືອນນີ້4829