ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ມີຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 13 ແລະ ກອງປະຊຸມທີ່ກ່ຽວຂ້ອງຕ່າງໆ

   

  

  

20240221 ECO CLV

   

  

ສປປ ລາວ ມີ​ຄວາມ​ພ້ອມ​​ໃນ​ການເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ

ຄະນະ​ກຳມະການ​ປະສານ​ງານ​ຮ່ວມ​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 13 ​ແລະ ກອງ​ປະຊຸມທີ່​ກ່ຽວຂ້ອງ​ຕ່າງໆ

(The 13th Meeting of Joint Coordination Committee on Cambodia-Laos-Viet Nam Development Triangle Area and Related Meetings)

ໃນວັນ​ທີ 26 ກຸມພາ-01 ມີນາ 2024 ທີ່ ​ແຂວງອັດຕະປື, ສປປ ລາວ.

   

ສປປ ລາວ ຈະເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ລັດຖະມົນຕີຄະນະ​ກຳມະການ​ປະສານ​ງານ​ຮ່ວມ​ເຂດ​ສາມຫຼ່ຽມພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 13 ​ໃນລະຫວ່າງວັນທີ 26 ກຸມພາ - 01 ມີນາ 2024 ທີ່ ແຂວງອັດຕະປື. ກອງປະຊຸມລັດຖະມົນຕີດັ່ງກ່າວ ແມ່ນກົນໄກໜຶ່ງຂອງ ຂອບການຮ່ວມມື ເຂດສາມຫຼ່ຽມພັດທະນາ ຂອງ 3 ປະເທດ    ກໍາປູ​ເຈຍ-ລາວ-ຫວຽດນາມ ​ເຊິ່ງໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1999 ໂດຍ​ມີ​ເປົ້າ​ໝາຍ​ສ້າງ​ເຂດ​ແຂວງຊາຍ​ແດນ ຂອງສາມ​ປະ​ເທດ ລາວ-ກຳປູ​ເຈ​ຍ-ຫວຽດນາມ ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ ​ແລະ ສົ່ງ​ເສີມ​ການ​ພັດທະນາ​​ເສດຖະກິດ​-ສັງຄົມ​ຮອບດ້ານ​ ​ເພື່ອ​ເຮັດ​ໃຫ້ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ດີ​ຂຶ້ນ ​ແລະ ​ເພີ່ມ​ທະວີ​ການໄປມາຫາສູ່​ກັນ ​ແລະ ກັນ​ໃນ​ຂົງ​ເຂດ​ດັ່ງກ່າວ. ​​ນັບຕັ້ງແຕ່ ເຂດ​ສາມຫຼ່ຽມ​ພັດທະນາໄດ້​ຮັບການສ້າງຕັ້ງຂຶ້ນມາກໍໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ພາກສ່ວນ​ຕ່າງໆ ບໍ່ວ່າຈະເປັນພາກລັດ ແລະ ເອກະຊົນ ເປັນ​ກ້າວໆມາ ​ແລະ ທັງມີການເຕີບໃຫຍ່ຂະຫຍາຍຕົວ ເຊິ່ງໃນປັດຈຸບັນແມ່ນໄດ້ກວມເອົາ 13 ​ແຂວງ ຂອງ​ສາມ​ປະ​ເທດ ຄື ​: ສປປ ລາວ ມີ 4 ແຂວງ (​ແຂວງອັດ​ຕະປື, ​ເຊ​ກອງ, ສາລະ​ວັນ ​ແລະ ຈຳປາ​ສັກ), ກຳປູເຈຍ ມີ 4 ແຂວງ (ຊຽງ​ແຕງ, ຣັດຕະນະ​ຄີຣີ, ມົນທົນ​ຄີຣີ ​ແລະ ກະ​ແຈະ) ແລະ ຫວຽດນາມ ມີ 5 ແຂວງ (ດັກ​ລັກ, ຢາ​ລາຍ, ກອນ​ຕຸ​ມ, ດັກ​ນົງ ​ແລະ ບິງ​ເຟືອ​ກ) ກວມເອົາເນື້ອທີ່ ຈຳນວນ 144,600 ຕາລາງກິໂລແມັດ ແລະ  ພົນລະເມືອງປະມານ 6,7 ລ້ານຄົນ. ກອງ​ປະຊຸມ​ລັດຖະມົນຕີຄະນະ​ກຳມະການ​ປະສານ​ງານ​ຮ່ວມ ​ເຂດ​ສາມຫຼ່ຽມພັດທະນາ ກໍາປູ​ເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 13 ແລະ ກອງປະຊຸມຕ່າງໆ ໄດ້ໄຂຂຶ້ນບົນພື້ນຖານການປະສານງານ ແລະ ການຮ່ວມມື ທີ່ເປັນມູນເຊື້ອຂອງສາມປະເທດ: ກຳປູເຈຍ-ລາວ-ຫວຽດນາມ ທີ່ໄດ້ຮັບການສົ່ງເສີມໃຫ້ກ້າວຂຶ້ນສູ່ລະດັບໃໝ່ ແລະ ​ແໜ້ນ​ແຟ້ນຍິ່ງຂຶ້ນ ເພື່ອສ້າງເຂດດັ່ງກ່າວໃຫ້ມີການພັດທະນາ​ແບບ​ຍືນ​ຍົງ ​ແລະ ເປັນຊາຍແດນແຫ່ງມິດຕະພາບ ແລະ ຄວາມສີວິໄລ ໃນຕໍ່ໜ້າ.

   

ຈຸດປະສົງ​ ຂອງ​ ການ​ຈັດ​ກອງ​ປະຊຸມ ແມ່ນເພື່ອ: (1). ທົບທວນຄືນການຈັດຕັ້ງຜັນ​ຂະຫຍາ​ຍຖະແຫຼງການຮ່ວມຂອງກອງ​ປະຊຸມ​ສຸດ​ຍອດ ​ເຂດ​ສາມຫຼ່ຽມ​ພັດທະນາ ກໍາປູ​ເຈຍ-ລາວ​-ຫວຽດນາມ (CLV) ຄັ້ງ​ທີ 11 ທີ່ໄດ້ຈັດຂຶ້ນໃນປີ 2020, ຮູບແບບວີດີໂອທາງໄກ ທີ່ ນະຄອນຫຼວງວຽງຈັນ ແລະ ກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກໍາປູ​ເຈຍ-ລາວ​-ຫວຽດນາມ (JCC CLV DTA) ຄັ້ງທີ 12 ໃນເດືອນມີນາ 2019 ທີ່ ແຂວງກະແຈະ, ກໍາປູເຈຍ; ທົບທວນຄືນການຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ໃນເຂດສາມຫຼ່ຽມພັດທະນາ CLV ຮອດປີ 2020 ແລະ ສະບັບປັບປຸງ ຮອດປີ 2030; ປຶກສາຫາລືແຜນປະຕິບັດ​ງານ ວ່າ​ດ້ວຍການເຊື່ອມຈອດເສດຖະກິດ ກໍາປູເຈຍ-ລາວ-ຫວຽດນາມ ຮອດປີ 2030; ແລະ ແຜນພັດທະນາການທ່ອງທ່ຽວໃນ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ແລະ ຈະໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນ  ຕໍ່ໜ້າ, ໂດຍສຸມໃສ່ຮ່ວມມືກັນເພື່ອ ສົ່ງ​ເສີມ ​ແລະ ດຶງດູດການຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ​ສູ່ເຂດດັ່ງກ່າວໃຫ້​ຫລາຍ​ຂຶ້ນ ແລະ ຂົນຂວາຍລະດົມແຫຼ່ງທຶນຈາກ​​ຄູ່​ຮ່ວມ​ພັດທະນາ ເຂົ້າມາສະໜັບສະໜູນການຈັດ​ຕັ້ງ​ປະຕິບັດບັນດາແຜນງານ, ໂຄງການ ແລະ ການກໍ່ສ້າງພື້ນຖານໂຄງລ່າງ ໃນເຂດດັ່ງກ່າວ.

   

ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການ​ຟົດ​ຟື້ນ​ ໃຫ້ແກ່ກອງ​ປະຊຸມ​ລັດຖະມົນຕີ ຄະນະ​ກຳມະການ​ປະສານ​ງານ​ຮ່ວມ ​ເຂດ​ສາມຫຼ່ຽມພັດທະນາ ຄັ້ງ​ນີ້, ສປປ ລາວ ຈະ​ໄດ້​​ຈັດ​ກິດຈະກຳ​ຕ່າງໆ ທີ່​ສຳຄັນທີ່ປິ່ນອ້ອມ ​ເຊັ່ນ: ກອງປະຊຸມ​ເວທີສົ່ງເສີມ ການຄ້າ,  ການລົງທຶນ ແລະ ທ່ອງທ່ຽວ ​ຄັ້ງທີ 13, ກອງປະຊຸມເວທີພົບປະຊາວໜຸ່ມ ຄັ້ງທີ 9, ງານ​ສະ​ແດງ​ສິນລະປະຂອງ​ສາມ​ຊາດ CLV, ງານ​ວາງສະ​ແດງ​ສິນຄ້າ ​ແລະ ທ່ອງ​ທ່ຽວ; ​ເຊິ່ງຄາດ​ວ່າຈະ​ມີ​ຄະນະ​ຜູ້​ແທນ​ຈາກ​ພາກ​ລັດ ​ແລະ ພາກ​ທຸລະ​ກິດ; ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ ຂອງ​ສາມ​ປະ​ເທດ ​ເຂົ້າ​ຮ່ວມກິດຈະກຳໃນຄັ້ງນີ້ ເປັນຈຳນວນຫຼວງຫຼາຍ.

   

ມາ​ຮອດປະຈຸ​ບັນ, ​ກະຊວງການ​ຕ່າງປະ​ເທດ, ກະຊວງແຜນການ ແລະ ການລົງທຶນ ​ແລະ ກະຊວງ ​ແລະ ຂະ​ແໜງ​ການທີ່​ກ່ຽວຂ້ອງ​ຮ່ວມ​ກັບບັນດາ​ແຂວງ​ເຂດ​ສາມຫຼ່ຽມ​ພັດທະນາ ​ຄື: ​ແຂວງອັດ​ຕະປື (​ເຈົ້າພາບ), ​ແຂວງ​ເຊ​ກອງ, ​ແ​ຂວງສາລະ​ວັນ ​ແລະ ​ແຂວງຈໍາປາສັກ ກຳລັງ​ດຳ​ເນີນ​ການ​ກະກຽມຄວາມ​ພ້ອມ​ດ້ານ​ຕ່າງໆ ເພື່ອແນໃສ່ໃຫ້ການເປັນເຈົ້າພາບກອງປະຊຸມລະດັບລັດຖະມົນຕີ ແລະ ກອງປະຊຸມ ແລະ ກິດຈະກໍາຕ່າງໆໃນຄັ້ງນີ້ ໄດ້ຮັບຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

    

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486080
ມື້ນີ້211
ມື້ວານ168
ອາທິດນີ້1116
ເດືອນນີ້5385