ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອກໍ່ສ້າງ ແລະ ຂະຫຍາຍໂຮງຮຽນ

ວັນ​ທີ12 ມີ​ນາ 2015, ລັດ​ຖະ​ບາ​ນຍີ່​ປຸ່​ນ ​ໄດ້​ໃຫ້​ທຶນ​ຊ່ວຍ​ເຫລືອ​ລ້າ​ ມູນ​ຄ່າ 784.661 ໂດ​ລາ​ສະ​ຫະ​ລັດ ປະ​ມານ 6.3 ພັນ​ລ້ານ​ກີບ ແກ່​ໂຄງ​ການກໍ່​ສ້າງ ແລະ ຂະ​ຫຍາຍ​ໂຮງ​ຮຽນ 7 ແຫ່ງທີ່​​ແຂວງຫລວງ​ນ້ຳ​ທາ, ຫົວ​ພັນ, ​ອັດ​ຕະ​ປື, ວຽງ​ຈັນ ແລະ ນະ​ຄອນ​ຫລວງວຽງ​ຈັນ ພາຍ​ໃຕ້ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ ຫລື GGP.

ພິທີເຊັນສັນຍາຊ່ວຍເຫລືອດັ່ງ​ກ່າວ ຈັດຂື້ນທີ່ກະຊວງສຶກສາທິການ ແລະ ກິລາ, ລະຫວ່າງ ທ່ານ ຮິໂຣຢູກິ ກີຊີໂນະ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຫົວໜ້າຫ້ອງ​ການ, ຫົວ​ໜ້າ​ພະ​ແນກສຶກ​ສາ ແລະ ກິ​ລາ ທັງ 5 ທ່ານ, ໂດຍມີ ທ່ານນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະ ມົນຕີຊ່ວຍວ່າການກະ​ຊວງ​ສຶກ​ສາທິການແລະ ກິ​ລາ, ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມເປັນ ສັກຂີພະຍານ. 4 ໂຄງ​ການ​ທຳ​ອິດ ແມ່ນ​ໂຄງ​ການກໍ່​ສ້າງ ອາ​ຄານ​ຮຽນຫລັງ​ໃໝ່ ທີ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ແຂວງ ຫລວງ​ນ້ຳ​ທາ, ຫົວ​ພັນ ແລະ ອັດ​ຕະ​ປື ​ແລະ ອີກ 3 ໂຄງ​ການ​ແມ່ນ​ໂຄງ​ການຂະ​ຫ​ຍາຍ​ໂຮງ​ຮຽນ​ ທີ່ແຂວງຫລວງ​ນ້ຳ​ທາ, ແຂວງວຽງ​ຈັນ ແລະ ນະ​ຄອນຫລວງວຽງ​ຈັນ. ລັດ​ຖະ​ບານຍີ່​ປຸ່ນ ໄດ້​ສະ​ໜັບ​ສະ​ໜູນຄວາມ​ພະ​ຍາ​ຍາມ​ ໃນ​ການ​ພັດ​ທະ​ນາການ​ສຶກ​ສາ​ລາວ. ໂດຍ​ຜ່ານໂຄງ​ການ GGP, ຕັ້ງ​ແຕ່​ປີ 1989 ມາຮອດ​ປັດ​ຈຸ​ບັນ, ລັດ​ຖະ​ບານ​ຍີ່​ປຸ່ນ ໄດ້​ໃຫ້​ການ​ຊ່ວຍ​ເຫລືອ ຈຳ​ນວນ 471 ໂຄງ​ການ, ໃນ​ນັ້ນລວມ​ເອົາ 262 ໂຄງ​ການທີ່​ກ່ຽວ​ກັບ ​ການ​ສຶກ​ສາ ແລ​ະ ໂຄງ​ການ​ອື່ນ​ໆ​ອີກ.

ແຈ້ງການ

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404541
ມື້ນີ້17
ມື້ວານ171
ອາທິດນີ້952
ເດືອນນີ້6581