ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023

 

 

1

 

ອາຊຽນ ຈະຈັດການແຂ່ງຂັນຊີງລາງວັນອາຊຽນ ປະຈໍາປີ 2023 (ASEAN Prize 2023), ເພື່ອມອບເປັນກຽດໃຫ້ແກ່ບຸກຄົນ ຫຼື ອົງການຈັດຕັ້ງ ທີ່ມີຜົນງານໂດດເດັ່ນ ໃນການປະກອບສ່ວນສ້າງປະຊາຄົມອາຊຽນ ພ້ອມທັງສົ່ງເສີມ ແລະ ຍົກສູງເອກະລັກຂອງອາຊຽນ (ASEAN Identity). ຜູ້ຊະນະເລີດ ລາງວັນອາຊຽນປະຈໍາປີ 2023 ຈະໄດ້ຮັບ ໂລ້ລາງວັນອາຊຽນ ແລະ ເງິນສົດ ຈຳນວນ 20.000 ໂດລາ ສະຫະລັດ ໂດຍການສະຫນັບສະຫນູນຈາກອົງການ Temasek ຂອງ ສິງກະໂປ ແລະ Yayasan Hasanah ຂອງ ມາເລເຊຍ.

 

ເງື່ອນໄຂໃນການຄັດເລືອກ

 

1.) ຕ້ອງເປັນພົນລະເມືອງລາວ ຫຼື ອົງການຈັດຕັ້ງ ກໍຄື ຫົວໜ່ວຍຕ່າງໆຂອງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສະຫະກອນ, ກຸ່ມການຜະລິດ-ບໍລິການ ແລະ ຄອບຄົວຕົວແບບ.

2.) ຕ້ອງມີຜົນງານໂດດເດັ່ນ ແລະ ເປັນທີ່ຍອມຮັບຈາກສັງຄົມຢ່າງກວ້າງຂວາງ ນັບຕັ້ງແຕ່ການສ້າງຕັ້ງປະຊາຄົມອາຊຽນ ວັນທີ 31 ທັນວາ 2015 ​ເປັນ​ຕົ້ນ​ມາ ໂດຍສະເພາະໃນດ້ານການປະສານງານຮ່ວມມື ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ສາກົນ, ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ປະຊາຊົນ ໃນອາຊຽນ, ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ໃນການປະກອບສ່ວນສ້າງປະຊາຄົມອາຊຽນ.

3.) ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ລະບຽບກົດໝາຍຂອງປະເທດຊາດ, ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ.

 

ຂັ້ນຕອນການສະໝັກ

 

1.) ບຸກຄົນ ຫຼື ອົງການຈັດຕັ້ງທີ່ສົນໃຈສະໝັກ ແມ່ນຕ້ອງຂຽນບົດປະເມີນຜົນງານຂອງຕົນ ລະຫວ່າງ 3-5 ໜ້າ ເປັນພາສາອັງກິດ ໂດຍອີງໃສ່ເງື່ອນໄຂໃນການຄັດເລືອກທີ່ລະບຸໄວ້ໃນ ຂໍ້ 2.

2.) ກະລຸນາສົ່ງຟອມສະໝັກ ​ແລະ ບົດປະເມີນຂອງທ່ານ ມາຍັງຈຸດປະສານງານລາງວັນອາຊຽນແຫ່ງຊາດລາວ (ກົມອາຊຽນ, ກະຊວງການຕ່າງປະເທດ) ໂດຍກົງ ຫຼື ອີເມວ This email address is being protected from spambots. You need JavaScript enabled to view it. ພາຍໃນວັນທີ 24 ເມສາ 2023. ລາຍລະອຽດເພີ່ມເຕີມສາມາດເຂົ້າເບິ່ງໄດ້ທີ່: https://asean.org/asean-prize-2023-calls-for-nominations/ ຫຼື ຕິດຕໍ່ ເບີໂທລະສັບຕັ້ງໂຕ: 021-415-109; ມືຖື: 020-99699355.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485884
ມື້ນີ້15
ມື້ວານ168
ອາທິດນີ້920
ເດືອນນີ້5189