ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ

 

DSC 4176

DSC 4197

DSC 4203

ໃນໂອກາດທີ່ໄດ້ນໍາຄະ​ນະຜູ້​ແທນ​ຂັ້ນ​ສູງ ແຫ່ງ ສສ ຫວຽດນາມ ​ເດີນ​ທາງ​​ຢ້ຽມ​ຢາມ ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນລາວ ຢ່າງເປັນທາງການ ແຕ່ວັນທີ 11-12 ມັງກອນ 2023, ສະ​ຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ໃນຕອນແລງຂອງວັນທີ 11 ມັງກອນ 2023, ທີ່ ໂຮງແຮມ ຄລາວ ພລາຊາ.

 

ໃນໂອກາດນີ້, ສະຫາຍ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຄັ້ງນີ້ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະ ຖືເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງປະຊາຊົນຫວຽດນາມອ້າຍນ້ອງ ໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ. ພ້ອມນີ້, ສະຫາຍ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາກິດຈະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ຂອງ ສະມາຄົມມິດຕະພາບລາວ-ຫວຽດນາມ, ໃນນັ້ນພິເສດແມ່ນໄດ້ຮ່ວມກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ຈັດບຸນມະໂຫລານມິດຕະພາບປະຊາຊົນສອງປະເທດລາວ ແລະ ຫວຽດນາມ ຄັ້ງທີ 5, ຈັດພິມວາລະສານສະບັບພິເສດ “ສອງຟາກສາຍພູຫຼວງ ຕາເວັນອອກ ແລະ ຕາເວັນຕົກ” ແລະ ກິດຈະກໍາອື່ນໆ. ພ້ອມນັ້ນ, ຍັງໄດ້ຢືນຢັນຈະຮ່ວມກັບສະມາຄົມມິດຕະພາບ ຫວຽດນາມ-ລາວ ເຄື່ອນໄຫວຕາມພາລະບົດບາດ ເພື່ອສຶກສາອົບຮົມປະຊາຊົນ ຂອງສອງປະເທດ ໂດຍສະເພາະຮຸ່ນສືບ​ທອດໄດ້ສຶກສາຮຽນຮູ້ ແລະ ເຂົ້າໃຈ​ຢ່າງເລິກເຊິ່ງ ກ່ຽວກັບ ສາຍ​ພົວພັນອັນ​ເປັນ​ມູນ​ເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ເພື່ອໃຫ້ເຂົາເຈົ້າເປັນເຈົ້າການປົກ​ປັກ​ຮັກສາ, ເສີມ​ຂະຫຍາຍ​ ແລະ ເພີ່ມພູນຄູນສ້າງສາຍພົວພັນ ທີ່​ປະທານ ​ໂຮ່ຈິ​ມິນ ຜູ້​ຍິ່ງ​ໃຫຍ່, ປະທານ​ ​ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ​ໄດ້​ສ້າງ ​ແລະ ການ​ນຳ​ແຕ່ລະລຸ້ນ​ ໄດ້​ຮ່ວມ​ກັນ​ຖະໜຸຖະຫນອມ ປົກປັກຮັກສາ ແລະ ເສີມຂະຫຍາຍມາແລ້ວນັ້ນ ​ໃຫ້​ໝັ້ນຄົງຂະໜົງ​ແກ່​ນຕະຫຼອດ​ຊົ່ວກາລະນານ.

 

ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ ສອງຊາດ ລາວ ແລະ ຫວຽດ​ນາມ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆຕະຫຼອດມາ ເວົ້າລວມ, ເວົ້າສະເພາະ ກໍຄື ການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ, ພ້ອມທັງໄດ້ໃຫ້ທິດຊີ້ນໍາ ສອງສະມາຄົມມິດຕະພາບ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ, ປະຕິບັດພາລະບົດບາດ ແລະ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຕື່ມ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ອ້າຍນ້ອງ, ກໍຄື ລະຫວ່າງ ສອງສະມາຄົມມິດຕະພາບ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483953
ມື້ນີ້77
ມື້ວານ183
ອາທິດນີ້391
ເດືອນນີ້3258