ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ສືບຕໍ່ເຄື່ອນໄຫວຢ້ຽມຢາມບັນດາໂຄງການຊ່ວຍເຫຼືອ ຢູ່ ແຂວງວຽງຈັນ

 

20221207 Grand Duke Henri Vientiane 01

 

20221207 Grand Duke Henri Vientiane 02

 

20221207 Grand Duke Henri Vientiane 03

 

20221207 Grand Duke Henri Vientiane 04

 

ໃນວັນທີ 07 ທັນວາ 2022, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມບັນດາໂຄງການຊ່ວຍເຫຼືອຂອງລຸກຊໍາບວກ ຢູ່ ແຂວງວຽງຈັນ, ເຊິ່ງໄດ້ເລີ່ມຕົ້ນຢ້ຽມຢາມ ໂຮງໝໍ Maria-Teresa ຢູ່ ເມືອງວຽງຄໍາ, ໂດຍການຮັບຕ້ອນຈາກ ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍການນໍາແຂວງ ແລະ ພະນັກງານແພດໝໍ ຈໍານວນໜຶ່ງ. ໃນໂອກາດດັ່ງກ່າວ, ສົມເດັດ ພຣະຣາຊາ ອັງຣີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ສະພາບໂດຍລວມ, ການໃຫ້ບໍລິການໃນໄລຍະຜ່ານມາ ແລະ ແຜນການພັດທະນາໂຮງໝໍໃນອະນາຄົດ, ພ້ອມທັງຢ້ຽມຊົມຫ້ອງປະຕິບັດການຕ່າງໆ ແລະ ຢ້ຽມຢາມຄົນເຈັບຢູ່ໂຮງໝໍດັ່ງກ່າວ. ໂຮງໝໍແຫ່ງນີ້ ໄດ້ຮັບການສະໜັບສະໜູນການກໍ່ສ້າງຈາກລັດຖະບານ ລຸກຊໍາບວກ ໃນປີ 1998 ແລະ ໄດ້ເປີດໃຫ້ບໍລິການ ໃນປີ 2000 ແລະ ໄດ້ຈັດພິທີເປີດນຳໃຊ້ຢ່າງເປັນທາງການ ໃນປີ 2003 ໃນໂອກາດການເດີນທາງຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ພຣະຣາຊິນີ ມາເຣຍ ເຕເຣຊາ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ໄດ້ໃສ່ຊື່ໂຮງໝໍຫຼັງດັ່ງກ່າວ ໃນນາມຊື່ຂອງ ສົມເດັດ ພຣະຣາຊິນີ ເພື່ອເປັນສັນຍາລັກແຫ່ງການຊ່ວຍເຫຼືອ. ໂຮງໝໍຫຼັງດັ່ງກ່າວ, ເປັນໂຮງໝໍຂັ້ນແຂວງ ມີພາລະບົດບາດໜ້າທີ່ໃນການຮັກສາສຸຂະພາບຂອງປະຊາຊົນ ໃນແຂວງວຽງຈັນ.

 

ຫຼັງຈາກນັ້ນ, ກໍໄດ້ໄປຢ້ຽມຢາມໂຮງຮຽນພະຍາບານສາດເຕັກນິກແຂວງວຽງຈັນ ໂດຍໄດ້ຢ້ຽມຊົມບັນດາຫ້ອງຮຽນ, ເບິ່ງການສິດສອນ ແລະ ຫ້ອງພາກສະແດງ, ພ້ອມທັງໄດ້ໃຫ້ກຽດປູກຕົ້ນໄມ້ ທີ່ເດີ່ນດ້ານໜ້າຂອງໂຮງຮຽນ ເພື່ອເປັນອານຸສອນໃຫ້ແກ່ໂຮງຮຽນດັ່ງກ່າວ. ຕໍ່ມາ, ກໍໄດ້ເດີນທາງໄປຢ້ຽມຢາມໂຮງແຮມ ແລະ ຮ້ານອາຫານ ຝຶກປະຕິບັດ ເດີ ອະຄາເດມີ້ ຢູ່ ເມືອງວັງວຽງ ຊຶ່ງເປັນສູນ ແລະ ທັງເປັນບ່ອນຝຶກອົບຮົມທັກສະດ້ານການບໍລິຫານໂຮງແຮມ, ການເຮັດອາຫານ ແລະ ການສ້າງຂີດຄວາມສາມາດດ້ານພາສາຕ່າງປະເທດໃນການບໍລິການ ແລະ ການຕ້ອນຮັບຕ່າງໆໃຫ້ແກ່ນັກທ່ອງທຽວ ຊຶ່ງພາຍໃຕ້ໂຄງການຝຶກທັກສະດ້ານການທ່ອງທ່ຽວ (ໂຄງການ ລາວ/029). ໂຮງແຮມ ແລະ ຮ້ານອາຫານ ຝຶກປະຕິບັດນີ້ ແມ່ນເປັນບ່ອນຝຶກວິຊາຊີບທີ່ມີປະສິພາບ ແລະ ປະສິດທິຜົນເປັນຢ່າງດີ.

 

ແຂວງວຽງຈັນ ເປັນແຂວງໜຶ່ງທີ່ນອນຢູ່ໃນຫຼາຍໂຄງການຊ່ວຍເຫຼືອເພື່ອການພັດທະນາຂອງລຸກຊໍາບວກ ເປັນຕົ້ນແມ່ນໂຄງການສະໜັບສະໜູນຂະແໜງສາທາລະນະສຸກ (ໂຄງການ ລາວ/027) ທີ່ໄດ້ໃຫ້ທຶນຊ່ວຍເຫຼືອປິ່ນປົວຜູ້ທຸກຍາກ ໂດຍບໍ່ໄດ້ເສຍຄ່າ ພາຍໃຕ້ກອງທຶນສຸຂະພາບ ສໍາລັບ ຜູ້ທຸກຍາກ (ກສທ) ຢູ່ ແຂວງວຽງຈັນ, ເຊິ່ງໃນໄລຍະທີ 1 (2014-2016) ມີມູນຄ່າ 114.700 ໂດລາສະຫະລັດ ຫຼື ປະມານ 922 ລ້ານກີບ ແລະ ໄລຍະທີ 2 (2017-2017) ມີມູນຄ່າ 1.5 ຕື້ກວ່າກີບ; ໃນນັ້ນ, ຝ່າຍລາວໄດ້ສົມທົບທຶນ 20% ເພື່ອຊ່ວຍຄົນເຈັບທຸກຍາກອານາຖາ ລວມທັງແມ່ຍິງ ແລະ ເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 5 ປີ ຢູ່ ແຂວງວຽງຈັນ. ໂຄງການດັ່ງກ່າວຍັງໃຫ້ການຊ່ວຍເຫຼືອທາງດ້ານວຽກງານສະຖິຕິແບບອອນລາຍ, ວຽກງານປະກັນສຸຂະພາບ ແລະ ດ້ານບໍລິການ. ນອກຈາກນັ້ນ, ຍັງມີໂຄງການພັດທະນາທ້ອງຖິ່ນ (ໂຄງການ ລາວ/030) ທີ່ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຂົງເຂດການປົກຄອງ, ການພັດທະນາຊົນນະບົດ ແລະ ການເຂົ້າເຖິງພື້ນຖານໂຄງລ່າງ.

 

ໃນຕອນບ່າຍຂອງວັນດຽວກັນ, ສົມເດັດ ພຣະຣາຊາ ອັງຣີ ແລະ ຄະນະ ກໍໄດ້ເດີນທາງກັບຄືນນະຄອນຫຼວງວຽງຈັນ ແລະ ໄດ້ໄປຢ້ຽມຊົມ ບໍລິສັດ ຫັດຖະກໍາ ຕໍ່າແຜ່ນແພ ລາວ ຈໍາກັດ ຕື່ມອີກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484683
ມື້ນີ້199
ມື້ວານ188
ອາທິດນີ້1121
ເດືອນນີ້3988