ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ເດີນທາງຢ້ຽມຢາມແຂວງຫຼວງພະບາງ

 

20221208 Grand Duke Henri LPB 01

 

20221208 Grand Duke Henri LPB 02

 

20221208 Grand Duke Henri LPB 03

 

20221208 Grand Duke Henri LPB 04

 

ໃນຕອນເຊົ້າຂອງວັນທີ 8 ທັນວາ 2022, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງພະບາງ ດ້ວຍລົດໄຟ ລາວ-ຈີນ ຂະບວນພິເສດ, ຊຶ່ງກ່ອນການອອກເດີນທາງ ສົມເດັດ ພຣະຣາຊາ ອັງຣີ ໄດ້ຢ້ຽມຊົມ ແລະ ຮັບຟັງການລາຍສະພາບ ຈາກຜູ້ຮັບຜິດຊອບ ສະຖານີລົດໄຟ ລາວ-ຈີນ, ພ້ອມນີ້ ສົມເດັດ ກໍໄດ້ຢ້ຽມຊົມລົດໄຟຂະບວນດັ່ງກ່າວ. ໃນເວລາທີ່ເດີນທາງໄປເຖິງສະຖານີລົດໄຟຫຼວງພະບາງ ສົມເດັດ ພຣະຣາຊາ ອັງຣີ ພ້ອມຄະນະ ໄດ້ຖືກຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງໆ ຫຼວງພະບາງ ພ້ອມດ້ວຍບັນດາການນໍາແຂວງຈໍານວນໜຶ່ງ.

 

ໃນໂອກາດຢ້ຽມຢາມແຂວງຫຼວງພະບາງຄັ້ງນີ້, ສົມເດັດ ພຣະຣາຊາ ອັງຣີ ໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາຂອງແຂວງ ເຊັ່ນ: ຫໍພິພິທະພັນແຫ່ງຊາດຫຼວງພະບາງ ແລະ ວັດຊຽງທອງ, ພ້ອມທັງໄດ້ໄປຢ້ຽມຊົມ ສູນຢ້ຽມຢາມໂຄງການເກັບກູ້ລະເບີດ ແລະ ທ່ຽວຊົມຮ້ານຄ້າຢູ່ໃນຕົວເມືອງຫຼວງພະບາງຈໍານວນໜຶ່ງ. ລຸກຊໍາບວກ ກໍເປັນປະເທດໜຶ່ງທີ່ໄດ້ໃຫ້ການຊ່ວຍເຫຼືອວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ ສປປ ລາວ ໂດຍຜ່ານຂອບການຮ່ວມມືຫຼາຍຝ່າຍ ຄື: ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ.

 

ໃນຕອນແລງຂອງວັນດຽວກັນ, ທີ່ ໂຮງແຮມ ສຸພັດຕຣາ, ສົມເດັດ ພຣະຣາຊາ ອັງຣີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ ແຂວງຫຼວງພະບາງ, ໂດຍ ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງໆຫຼວງພະບາງ. ຫຼັງຈາກນັ້ນ, ສົມເດັດ ພຣະຣາຊາ ອັງຣີ ກໍໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ຕາມຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ, ເພື່ອອວຍພອນໄຊອັນປະເສີດ ໃຫ້ແກ່ ສົມເດັດ ພຣະຣາຊາ ອັງຣີ ແລະ ຄະນະຜູ້ແທນຂັ້ນສູງຂອງ ລຸກຊໍາບວກ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້. ຫຼັງຈາກນັ້ນ, ທ່ານ ເຈົ້າແຂວງໆຫຼວງພະບາງ ກໍ່ໄດ້ຈັດງານລ້ຽງອາຫານຄໍ່າ ເພື່ອເປັນກຽດໃຫ້ແກ່ ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ພ້ອມຄະນະ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485493
ມື້ນີ້194
ມື້ວານ227
ອາທິດນີ້529
ເດືອນນີ້4798