ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ເຄື່ອນໄຫວຢ້ຽມຢາມບັນດາໂຄງການຊ່ວຍເຫຼືອຂອງລຸກຊໍາບວກ ຢູ່ ນະຄອນຫຼວງວຽງຈັນ

        

          

20221206 LXB 1

 

20221206 LXB 3

 

20221206 LXB 4 1

 

 

          ໃນວັນທີ 06 ທັນວາ 2022, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມບັນດາໂຄງການຊ່ວຍເຫຼືອຂອງລຸກຊໍາບວກ ຢູ່ ນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ສະຖາບັນປັດສະເຕີລາວ; ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ; ແລະ ສູນຜ່າຕັດຫົວໃຈ ລາວ-ລຸກຊໍາບວກ, ໂຮງໝໍມະໂຫສົດ.

          ຢູ່ ສະຖາບັນ ປັດສະເຕີລາວ, ສົມເດັດ ພຣະຣາຊາ ອັງຣີ ໄດ້ຖືກຕ້ອນຮັບໂດຍ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ພະນັກງານສະຖາບັນປັດສະເຕີລາວ ຈໍານວນໜຶ່ງ. ສະຖາບັນດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ລຸກຊໍາບວກ ທັງໝົດ 6.715.880 ເອີໂຣ, ເຊິ່ງປະກອບດ້ວຍການຈັດຊື້ອຸປະກອນການແພດ, ໂຄງການຮ່ວມມື ລະຫວ່າງ ລາວ-ລຸກຊໍາບວກ ເພື່ອການຄົ້ນຄວ້າ ແລະ ການສ້າງຄວາມອາດສາມາດໃນການເຝົ້າລະວັງພະຍາດຕິດແປດ (ໂຄງການ PARECIDS) ສໍາລັບ ການດໍາເນີນງານຂອງຫ້ອງວິເຄາະ ສໍາລັບ ພະຍາດທີ່ປ້ອງກັນໄດ້ດ້ວຍວັກຊີນ, ແລະ ການຊ່ວຍເຫຼືອເພື່ອຕ້ານພະຍາດ ໂຄວິດ-19.

          ສໍາລັບຢູ່ ຄະນະນິຕິສາດ ແລະ ລັດຖະສາດ, ສົມເດັດ ພຣະຣາຊາ ອັງຣີ ໄດ້ຖືກຕ້ອນຮັບໂດຍ ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຄູອາຈານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ຈໍານວນໜຶ່ງ. ໃນໂອກາດດັ່ງກ່າວ, ສົມເດັດ ພຣະຣາຊາ ອັງຣີ ໄດ້ຮັບຟັງການລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສະໜັບສະໜູນການສິດສອນ ແລະ ຝຶກອົບຮົມກົດໝາຍ ເພື່ອສົ່ງເສີມການສ້າງລັດແຫ່ງກົດໝາຍ ຢູ່ ສປປ ລາວ, ພ້ອມທັງໄດ້ຢ້ຽມຊົມ ຫໍສະໝຸດ, ຫ້ອງຮຽນ ແລະ ຫ້ອງສານຈໍາລອງ ຢູ່ ສະຖາບັນດັ່ງກ່າວ.

          ສ່ວນຢູ່ ສູນຜ່າຕັດຫົວໃຈ ລາວ-ລຸກຊໍາບວກ, ໂຮງໝໍມະໂຫສົດ, ສົມເດັດ ພຣະຣາຊາ ອັງຣີ ກໍໄດ້ຖືກຕ້ອນຮັບໂດຍ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍບັນດາແພດໝໍ ຈໍານວນໜຶ່ງ. ສູນດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ລຸກຊໍາບວກ ໃນໄລຍະປີ 2019-2021 ດ້ວຍມູນຄ່າ 554.909,27 ເອີໂຣ ໂດຍຜ່ານໂຄງການ ADS (Aide Au Development De La Sante), ເຊິ່ງເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (NGO). ປັດຈຸບັນ, ໂຄງການດັ່ງກ່າວ ໄດ້ສືບຕໍ່ຈັດຕັ້ງປະຕິບັດ ໃນໄລຍະທີ 5, ເຊິ່ງເຫັນວ່າ ເປັນໂຄງການທີ່ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ ເພື່ອປິ່ນປົວຄົນເຈັບພະຍາດຫົວໃຈ ໂດຍການນໍາເອົາຊ່ຽວຊານຈາກ ລຸກຊໍາບວກ, ຝຣັ່ງ, ເຢຍລະມັນ ເຂົ້າມາຜ່າຕັດ ຢູ່ ສປປ ລາວ.

          ໃນວັນດຽວກັນ, ຄະນະຂອງ ສົມເດັດ ພຣະຣາຊາ ອັງຣີ ຍັງໄດ້ໄປຢ້ຽມຊົມ ວັດສີສະເກດ ແລະ ໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ລຸກຊໍາບວກ ຄົບຮອບ 25 ປີ, ທີ່ ໂຮງແຮມ ຄຣາວ ພລາຊາ, ຈັດໂດຍ ສະຖານເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ປະຈໍາ ສປປ ລາວ.

 

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484477
ມື້ນີ້181
ມື້ວານ273
ອາທິດນີ້915
ເດືອນນີ້3782