ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ໃນການສ້າງເຂື່ອນໄຟຟ້າ ຢູ່ແຂວງເຊກອງ

mou

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການສຳຫລວດ ແລະ ສຶກສາ ຄວາມເປັນໄປໄດ້  ໃນການສ້າງເຂື່ອນໄຟຟ້ານ້ຳຕົກ 4A ຕອນລຸ່ມ ແລະ 4B ຕອນເທິງ ຢູ່ແຂວງເຊກອງ ໄດ້ມີຂຶ້ນໃນວັນທີ 6 ພະຈິກ 2015 ຢູ່ ນະຄອນຫລວງວຽງຈັນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດລາວເວີນວິສະວະກຳ ແລະ ກໍ່ສ້າງຂົວທາງ ຈຳກັດ ໂດຍການລົງນາມສັນຍາ ລະຫວ່າງທ່ານ ດຣ.ບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການ  ກະຊວງແຜນການ ແລະການລົງທຶນ ແລະ ທ່ານ ສະຕີເວັນ ຈັນ ປະທານບໍລິສັດລາວເວີນ ວິສະວະກຳ ແລະກໍ່ສ້າງຂົວທາງຈຳກັດ, ​​ເປັນ​ກຽດ​ເຂົ້າ​ຮ່ວມ​ ເປັນ​ສັກຂີ​ພິຍານ​ຂອງ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ເສດຖະກິດ ການຜະລິດ ແລະ ຈໍລະຈອນ ພ້ອມ​ດ້ວຍທ່ານ ໄຊປະເສີດ ພົມສຸພາ ຫົວໜ້າກົມທຸລະກິດພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວັນນະວົງ ພົນສະລາດ ຮອງຫົວໜ້າ ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ, ທ່ານ ຮົວ ແສງອາ ລຸນ ແລະ ທ່ານ ສຸດທະເສນ  ບູລົມ ທີ່ປຶກສາ ບໍລິສັດລາວເວີນ ວິສະວະກຳ ແລະ ກໍ່ສ້າງຂົວທາງ ຈຳກັດ​ເຂົ້າ​ຮ່ວມ.

ອ່ານເພີ່ມເຕີມ... 

ນັກສຶກສາລາວ ກຽມພ້ອມອອກເດີນທາງໄປສຶກສາຕໍ່ຢູ່ບັນດາມະຫາວິທະຍາໄລ ລັດເຊຍ

RussiaStd

ໃນ​ວັນ​ທີ 08 ກັນຍາ 2015, ທ່ານ ມີ​ຄາຍ​ອິນ ບາຣານົບ, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສ. ລັດ​ເຊຍ ປະ​ຈຳລາວ​ໄດ້ຈັດ​ງານ​ສົ່ງ​ນັກ​ສຶກສາລາວ ທີ່​ໄດ້​ຮັບ​ທຶນ​ການ​ສຶກສາ​ຈາກ​ລັດ​ເຊຍຈຳນວນທັງ​ໝົດ 37 ທຶນ. ​ໃນ​ນີ້, ​ມີທຶນ​ປະລິນຍາ​ຕີ 26 ທຶນ ​ແລະທຶນ​ປະລິນຍາ​ໂທ 11 ​ໃນ​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ: ​ໄອ​ທີ, ການ​ປົກຄອງ​ລັດ, ການ​ພົວພັນ​ສາກົນ, ວິທະຍາສາດ​ການ​ເມືອງ, ​ເສດຖະກິດ ​ແລະ ພາສາ​ສາດ​ເປັນ​ຕົ້ນ. ​​ໃຫ້​ກຽດ​ເຂົ້າ​ຮ່ວມຝ່າຍ​ລາວ​​ໂດຍ ທ່ານ ກອງ​ສີ ​ແສງ​ມະນີ, ລັດຖະມົນ​ຕີ​ຊ່ວຍ​ວ່າການກະ ຊວງ​ສຶກສາ ​ແ​ລະ ກິລາ, ມີຜູ້ຕາງໜ້າ​ງຈາກກະຊວງ​ການ​ຕ່າງປະ​ເທດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ແລະພາກສ່ວນ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.

ລັດຖະບານ ສປ ຈີນ ​ໄດ້​ໃຫ້​ທຶນ​ແກ່​ນັກ​ສຶກສາລາ​ວ

china lao

 

ໃນ​ຕອນ​ຄ່ຳ​ວັນ​ທີ 20​ ສິງຫາ 2015 ນີ້ທ່ານ ກວນ ຮວາ ປິງ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປ ຈີນ ປະຈຳ​ລາວໄດ້​ເປັນ​ເຈົ້າ​ພາບຈັດ​ງານ​ລ້ຽງສົ່ງ​ນັກ​ສຶກສາ​ລາວ ທີ່​ສະຖານທູດ​ຈີນນະຄອນຫລວງ​ວຽງຈັນ, ​ໂດຍ​ມີ ທ່ານ ລີ​ຕູ້ ບົວ​ປາວ, ລັດຖະມົນຕີ​ຊ່ວຍ​ວ່າກາ​ນກະຊວງ​ສຶກ ສາ​ທິການ ​ແລະ ກິລາ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ລາວ-ຈີນ, ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​ແລະ ພະນັກງານ​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.

ທ່ານ ກວນ ຮວາ ປີງ ກ່າວ​ວ່າ: ​​ປີນີ້ ລັດຖະບານ​ ສປ ຈີນ​ ໄດ້​ສະໜອງທຶນ​ການ​ສຶກສາ ​ຫລາຍ​ປະ​ເພດ​​ໃຫ້ແກ່ ສປປ ລາວ, ຈຳນວນ 82 ຄົນ​​ໄປ​ສຶກສາຕໍ່ຢູ່​ປະ​ເທດ​ຈີນ ໃນນັ້ນ ​ຈະ​ໄປ​ສຶກສາຕໍ່​ໃນ​ລະດັບປະລິນຍາ​ເອກ 10 ຄົນ, ຍິງ 3 ຄົນ, ​ປະລິນຍາ​ໂທ 35 ຄົນ, ຍິງ 12 ຄົນ ​ແລະ ປະລິນຍາ​ຕີ 37 ຄົນ, ຍິງ 14 ຄົນ​. ເຊິ່ງເປັນເງື່ອນໄຂທີ່ດີເຮັດໃຫ້​ນັກ​ສຶກສາລາ​ວຈຳນວນດັ່ງກ່າວໄດ້ມີໂອກາດ ສຶກສາຮ່ຳຮຽນເອົາວິຊາຄວາມຮູ້ ແລະ ປະສົບການຈາກ ສປຈີນ ຢ່າງຕັ້ງໜ້າ ແລະ ຮຽນຮູ້ກ່ຽວ ກັບປະເທດຈີນຢ່າງຮອບດ້ານ, ຮຽນຮູ້​ວັດທະນະທຳ​ຈີນ ​ທີ່​ມີ​ປະຫວັດສາດ​ຍາວ​ນານ, ອຸດົມສົມບູນ ​ແລະການ​ປ່ຽນ​ແປງ​ຢ່າງ​ຫລວງຫລາຍ​ ທາງ​ດ້ານ​ເສດຖະກິດ-ສັງຄົມ​ຂອງ ສປ ​ຈີນ.ການສະໜອງທຶນ ການສຶກສາດັ່ງກ່າວເປັນ​ການ​ປະກອບສ່ວນສໍາຄັນ​ເຂົ້າໃນ​ການ​ເສີມຂະຫຍາຍສາຍ ພົວພັນມິດຕະ ພາບ​ຈີນ-ລາວ ​ພ້ອມ​ທັງ​ເພີ່ມ​ທະວີຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ ລະຫວ່າງ​​ປະຊາຊົນ​ສອງ​ຊາດ​ ຈີນ-ລາວ ​ໃຫ້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.

ໃນໂອກາດ​ນີ້ ທ່ານ ລີ​ຕູ້ ບົວ​ປາວ ​ໄດ້​ຮຽກຮ້ອງ​ໃຫ້​ນັກ​ສຶກສາທີ່​ໄດ້​ຮັບ​ທຶນ​ໃນ​ຄັ້ງນີ້ ​ເພີ່ມທະວີ​ຄວາມ​​ສາມັກຄີ ​ແລະ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ ລະຫວ່າງ ສອງປະເທດ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ເອົາ​ໃຈ​ໃສ່​ໃນ​ການ​ສຶກສາ​ຮ່ຳຮຽນ, ຄົ້ນ​ຄວ້າໃຫ້​ສົມ​ກັບ​ຄວາມເອົາ​ໃຈ​ໃສ່​ຂອງ​ພັກ-ລັດຖະບານ ​ຂອງ​ສອງ​ປະ​ເທດ, ​ເປັນ​ຕົວ​ແທນ​ເຜີຍ​ແຜ່​ສິລະປະ, ວັນນະຄະດີ ​ແລະ ວັດທະນະທຳ ​ອັນ​ດີງາມ​ຂອງ​ຊາດ ໃນ​ວັນ​ສຳຄັນ​ ຕ່າ​ງໆຂອງ​ລາວ ​ແລະ ຈີນ.

ແຈ້ງການ

 

ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
442897
ມື້ນີ້152
ມື້ວານ244
ອາທິດນີ້528
ເດືອນນີ້4701