ສປປ ລາວ ແລະ ມຽນມາ ໄດ້ເພີ່ມທະວີການຮ່ວມມື ດ້ານການຄວບຄຸມຢາເສບຕິດ ໂດຍທັງສອງຝ່າຍ ໄດ້ຖອດຖອນບົດຮຽນຮ່ວມກັນ ເພື່ອນຳໄປຈັດຕັ້ງ ປະຕິບັດ ເວົ້າສະເພາະ ກໍຄື ແຜນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຂອງສອງປະເທດຢ່າງຈິງຈັງ ໂດຍເນັ້ນໃສ່ຮ່ວມກັນຊອກຫາວິທີ ແລະ ມາດຕະການອັນເໝາະສົມ ເຮັດໃຫ້ການຮ່ວມມືສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ລະຫວ່າງ ສອງປະເທດໃຫ້ໄດ້ຮັບຜົນດີຍິ່ງຂຶ້ນ.
ກອງປະຊຸມສອງຝ່າຍ ລາວ-ມຽນມາ ວ່າດ້ວຍການຮ່ວມມື ເພື່ອຄວບຄຸມຢາເສບຕິດຄັ້ງທີ V ໄດ້ຈັດຂຶ້ນແຕ່ວັນທີ 11-12 ມີນາ 2015 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ກຸ ຈັນສີນາ, ປະທານຄະນະ ກຳມະການແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ແລະ ທ່ານ ພົນຈັດຕະວາ ຈໍ ຈໍ ທູນ (Kyaw Kyaw Tun), ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນຂອງ ສສ.ມຽນມາ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ກຸ ຈັນສີນາ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງກອງປະຊຸມຄັ້ງນີ້ ທີ່ໄດ້ທົບທວນຄືນຜົນສຳເລັດ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງ ປະຕິບັດບົດບັນທຶກກອງປະຊຸມຄັ້ງທີ IV ທີ່ຜ່ານມາ ພ້ອມທັງຮ່ວມກັນວາງທິດທາງແຜນການ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື ແກ້ໄຂບັນຫາຢາເສບຕິດໃນຊຸມປີຕໍ່ໜ້າ ລະຫວ່າງ ລາວ-ມຽນມາ ໃຫ້ໄດ້ຮັບຜົນສຳເລັດດີຍິ່ງຂຶ້ນ. ໄລຍະຜ່ານມາ ເພື່ອປະກອບສ່ວນເຮັດໃຫ້ຄາດໝາຍສູ້ຊົນ “ອາຊຽນປອດຢາເສບຕິດພາຍໃນປີ 2015” ໃຫ້ບັນລຸຜົນເປັນຈິງນັ້ນ, ລັດຖະບານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ໃນການຈຳກັດ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ພ້ອມ ທັງໄດ້ເນັ້ນໃຫ້ທ້ອງຖິ່ນຕ່າງໆເພີ່ມຄວາມເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ. ນອກນີ້, ຍັງໄດ້ດຳເນີນການສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ ເພື່ອປູກຈິດສຳນຶກໃຫ້ຄົນໃນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃນຫລາຍຮູບການ. ຄຽງຄູ່ກັນນັ້ນ ກໍໄດ້ເອົາໃຈໃສ່ບຳບັດປິ່ນປົວຜູ້ຕິດຢາເສບຕິດຢູ່ຕາມສູນຕ່າງໆ ແລະ ລົງທຶນຈັດຕັ້ງປະຕິບັດໂຄງການຫັນເອົາປະຊາຊົນໄປປະກອບອາຊີບອື່ນແທນການປູກຝິ່ນ. ສ່ວນເຈົ້າໜ້າທີ່ຕຳຫລວດ ແລະ ພາກສ່ວນ ທີ່ກ່ຽວຂ້ອງກໍໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເຊິ່ງໄດ້ສະແດງອອກໃນການຢຶດຂອງກາງຢາເສບຕິດ, ການມ້າງຄະດີ ແລະ ຈັບກຸມຜູ້ຕ້ອງຫາທີ່ພົວພັນກັບຢາເສບຕິດ.
ທະນາຄານ ພັດທະນາອາຊີ ຫລືເອດີບີ (ADB) ຈະສະໜັບສະໜູນ ເງິນກູ້ດອກເບ້ຍຕໍ່າ ຈາກກອງທຶນພັດທະນາອາຊີ ມູນຄ່າ 116,6 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ສຳລັບປີ 2015 ແລະ 2016 ເຂົ້າໃນການສ້າງຄວາມເຂັ້ມແຂງ ໃນຂະແໜງການສຶກສາ, ການພັດທະນາ ແລວທາງເສດຖະກິດ, ເພີ່ມທະວີການຄຸ້ມຄອງ ຂະແໜງຂົນສົ່ງ ແລະ ປັບປຸງຂອດການບໍລິການ ດ້ານສາທາລະນະສຸກ ໃຫ້ດີຍິ່ງຂຶ້ນ.
ໃນວັນທີ 12 ມີນາ 2015 ນີ້, ທ່ານ ທາເຄຮີໂກະ ນາກາໂອະ, ປະທານທະນາຄານ ພັດທະນາອາຊີ ໄດ້ກ່າວຢືນຢັນຈະສືບຕໍ່ ການສະໜັບສະໜູນແກ່ ສປປ ລາວ ເພື່ອຮັກສາການຂະຫຍາຍຕົວ ທາງດ້ານເສດຖະກິດຢ່າງເຂັ້ມແຂງ ພ້ອມທັງເນັ້ນໃສ່ການປັບປຸງ ສະພາບແວດລ້ອມທາງທຸລະກິດ ຈະຊ່ວຍສະໜັບສະໜູນ ການຂະຫຍາຍຕົວ ຂອງການມີສ່ວນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ທີ່ເປັນປັດໄຈຫລັກໃນການສະໜອງທຶນ ແລະ ຄວາມອາດສາມາດເຂົ້າໃນການພັດທະນາ ພື້ນຖານໂຄງລ່າງທີ່ຈຳເປັນ ເປັນຕົ້ນ: ເສັ້ນທາງ, ສະໜາມບິນ ແລະ ການບໍລິການເທສະບານ. ນອກນີ້ຍັງໄດ້ເຫັນຄວາມພະຍາຍາມຂອງລັດຖະບານ ໃນການສ້າງຂອບນະໂຍບາຍ ແລະ ກົດໝາຍທີ່ຊັດເຈນສຳລັບການມີສ່ວນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ. ພ້ອມນີ້ ເອດີບີ ຍັງໄດ້ສະໜອງທຶນກູ້ຢືມ ມູນຄ່າ 35 ລ້ານໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນການປັບປຸງລະບົບຂົນສົ່ງສາທາລະນະໃ ນນະຄອນຫລວງວຽງຈັນ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ເກີດຈາກການຂະຫຍາຍຕົວໄວຂອງຕົວເມືອງ ເມື່ອທຽບກັບພື້ນຖານໂຄງລ່າງ ແລະ ການບໍລິການສາມາດ ແກ້ໄຂໄດ້ໂດຍການສ້າງຜັງເມືອງ ແລະ ການບໍລິຫານທີ່ດິນໃຫ້ໄດ້ດີກວ່າເກົ່າ ໄປພ້ອມໆກັບການມີສ່ວນຮ່ວມ ຂອງພາກເອກະຊົນ ໃຫ້ຫລາຍຂຶ້ນ ໃນການສະໜອງພື້ນຖານ ໂຄງລ່າງຢູ່ເຂດຕົວເມືອງ.
ການຊ່ວຍເຫລືອຂອງເອດີບີ ໃຫ້ແກ່ ສປປ ລາວ ໄລຍະຜ່ານມາ ແມ່ນໄດ້ສຸມໃສ່ຂະແໜງພະລັງງານ ໂດຍຜ່ານການສະໜອງທຶນ ໃຫ້ແກ່ບັນດາໂຄງການ ພະລັງງານໄຟຟ້າຂະໜາດໃຫຍ່ ໂດຍສະເພາະ ໂຄງການພະລັງງານໄຟຟ້າ ນ້ຳເທີນ 2 ແລະ ນ້ຳງຽບ 1 ສຳລັບຂະແໜງການບຸລິມະສິດອື່ນໆທີ່ ເອດີບີ ໃຫ້ການ ຊ່ວຍເຫລືອລວມມີໂຄງການປັບປຸງຄຸນນະພາບພື້ນຖານໂຄງລ່າງກະສິກຳ ແລະ ເສັ້ນທາງຊົນນະບົດ, ປັບປຸງພື້ນຖານໂຄງລ່າງທີ່ຕິດພັນກັບການທ່ອງທ່ຽວ ແລະ ການຄຸ້ມຄອງ, ການຂະຫຍາຍການເຂົ້າເຖິງນ້ຳສະອາດ, ພື້ນຖານໂຄງລ່າງ ແລະ ການບໍລິການໃນຕົວເມືອງ, ການຍົກລະດັບການເຂົ້າເຖິງ ການບໍລິການດ້ານສາທາລະນະສຸກ ໂດຍການສ້າງ ແລະ ບູູລະນະໂຮງໝໍເມືອງ, ໂຮງໝໍ ແຂວງ ແລະ ໃຫ້ການຊ່ວຍເຫລືອ ແກ່ບັນດາທຸລະກິດຂະໜາດນ້ອຍ.
ວັນທີ12 ມີນາ 2015, ລັດຖະບານຍີ່ປຸ່ນ ໄດ້ໃຫ້ທຶນຊ່ວຍເຫລືອລ້າ ມູນຄ່າ 784.661 ໂດລາສະຫະລັດ ປະມານ 6.3 ພັນລ້ານກີບ ແກ່ໂຄງການກໍ່ສ້າງ ແລະ ຂະຫຍາຍໂຮງຮຽນ 7 ແຫ່ງທີ່ແຂວງຫລວງນ້ຳທາ, ຫົວພັນ, ອັດຕະປື, ວຽງຈັນ ແລະ ນະຄອນຫລວງວຽງຈັນ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ ຫລື GGP.
ພິທີເຊັນສັນຍາຊ່ວຍເຫລືອດັ່ງກ່າວ ຈັດຂື້ນທີ່ກະຊວງສຶກສາທິການ ແລະ ກິລາ, ລະຫວ່າງ ທ່ານ ຮິໂຣຢູກິ ກີຊີໂນະ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຫົວໜ້າຫ້ອງການ, ຫົວໜ້າພະແນກສຶກສາ ແລະ ກິລາ ທັງ 5 ທ່ານ, ໂດຍມີ ທ່ານນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະ ມົນຕີຊ່ວຍວ່າການກະຊວງສຶກສາທິການແລະ ກິລາ, ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນ ສັກຂີພະຍານ. 4 ໂຄງການທຳອິດ ແມ່ນໂຄງການກໍ່ສ້າງ ອາຄານຮຽນຫລັງໃໝ່ ທີ່ໂຮງຮຽນມັດທະຍົມຕອນຕົ້ນ ແຂວງ ຫລວງນ້ຳທາ, ຫົວພັນ ແລະ ອັດຕະປື ແລະ ອີກ 3 ໂຄງການແມ່ນໂຄງການຂະຫຍາຍໂຮງຮຽນ ທີ່ແຂວງຫລວງນ້ຳທາ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ. ລັດຖະບານຍີ່ປຸ່ນ ໄດ້ສະໜັບສະໜູນຄວາມພະຍາຍາມ ໃນການພັດທະນາການສຶກສາລາວ. ໂດຍຜ່ານໂຄງການ GGP, ຕັ້ງແຕ່ປີ 1989 ມາຮອດປັດຈຸບັນ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ຈຳນວນ 471 ໂຄງການ, ໃນນັ້ນລວມເອົາ 262 ໂຄງການທີ່ກ່ຽວກັບ ການສຶກສາ ແລະ ໂຄງການອື່ນໆອີກ.