ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

4 ບໍລິສັດ ເລີ່ມດຳເນີນທຸລະກິດ ຢູ່ເຂດເສດຖະກິດພິເສດ ສະຫວັນ-ເຊໂນ

  ໃນ ​ວັນ​ທີ 10 ມິຖຸນາ 2015, ທີ່​ສຳນັກງານ​ບໍລິຫານ ​ເຂດ​ເສດຖະກິດ​ພິ​ເສດ ​ສະຫວັນ-​ເຊ​ໂນ ​ໄດ້​ຈັດ​ໃຫ້​ມີ​ພິທີ​ເປີດ​ ບໍລິສັດ​ລົງທຶນ​ ຈາກປະ​ເທດ​ຍີ​ປຸ່ນ ຈຳນວນ 4 ບໍລິສັດ ທີ່​ໄດ້​ເຂົ້າ​ມາ​ສ້າ​ງຕັ້ງ​ ບໍລິສັດພາຍ​ໃນ ​ເຂດ​ເສດຖະກິດ​ພິ​ເສດ ສະຫວັນ-​ເຊ​ໂນ ​ແຂວງ​ສະຫວັນ​ນະ​ເຂດ, ​ໂດຍ​ມີ ທ່ານ ນາງ ບົວ​ທາ ຂັດຕິຍະ, ລັດຖະມົນຕີ​ຊ່ວຍ​ວ່າການຫ້ອງວ່າການລັດຖະບານ,​ ຮອງ​ປະທານ,​ ຫົວໜ້າ​ກອງ​ເລຂາ ຄຂພສ, ​ແລະ ພາກສ່ວນ​ກ່ຽວຂ້ອງ​ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ລັດຖະບານລາວ-ລັດ ​ເຊຍ ເສີມຂະຫຍາຍ ​ແລະ ຮັດແໜ້ນສາຍພົວພັນຮ່ວມມື

ລັດຖະບານລາວ-ລັດ ​ເຊຍ ເສີມຂະຫຍາຍ ​ແລະ ຮັດແໜ້ນສາຍພົວພັນຮ່ວມມື ແລະ ທັງເປັນການ ສືບຕໍ່ປະຕິບັດ ສັນຍາຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ,  ທ່ານ ສົມດີ ດວງດີ, ລັດຖະມົນຕີວ່າການ ກະຊວງ ແຜນການ ແລະ ການລົງທຶນ, ປະທານຄະນະກຳມາທິການ ຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ລັດເຊຍ ພ້ອມຄະນະ​ເດີນທາງ ​ເຂົ້າ​ຮ່ວມກອງປະຊຸມຄະນະກຳມາ​ທິການ ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ ​ແລະ ວິທະຍາສາດ​-ເຕັກນິກ ຄັ້ງທີ 11 ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສະຫະພັນ ລັດເຊຍ ທີ່ນະຄອນຫລວງມົດສະກູ ໃນລະຫວ່າງ ວັນທີ 27-28 ເມສາ 2015, ເຊິ່ງທາງຝ່າຍລັດເຊຍຕາງໜ້າໂດຍ ທ່ານ ນິໂກລາຍ ນິກີຟາຣົບ ( Mr. Nikolay NIKIFOROV), ລັດຖະມົນຕີວ່າການກະຊວງ ໂທລະຄົມມະນາຄົມ ແລະ ການສື່ສານ, ປະທານຄະນະກຳມາທີການ ຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລັດເຊຍ-ລາວ.

ອ່ານເພີ່ມເຕີມ... 

ລັດຖະບານຈີນ ສະໜັບສະໜູນ ພາຫະນະ-ອຸປະກອນຮັບໃຊ້ ໃຫ້ລັດຖະບານລາວ

ລັດຖະບານ​ແຫ່ງ ສປ ຈີນ​ ໄດ້​ສະໜັບສະໜູນ​ ພາຫະ​ນະ ​ແລະ ອຸປະກອນ​ຈໍານວນໜຶ່ງ ​​ໃຫ້​​ແກ່ລັດຖະບານ​ແຫ່ງ ສປປ ລາວ ​ເພື່ອ​ນໍາ​ໃຊ້​ເຂົ້າ ​ໃນ​ການ​ສໍາ​ຫລວດ ​ພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ​ຄັ້ງ​ທີ IV ປະກອບ​ມີ: ລົດ​ໃຫຍ່ ຈໍານວນ 22 ຄັນ, ລົດຈັກ 306 ຄັນ, ຈັກ​ອັດ​ເອກະສານ 141 ​ເຄື່ອງ, ຄອມ​ພີ​ວ​ເຕີ​ໂນ​ດ ບຸກ 180 ​ເຄື່ອງ, ​ເຄື່ອງພິມ 180 ​ເຄື່ອງ, ​ເຊີ​ເວີ 6 ​ເຄື່ອງ ​ແລະ ​ເຄື່ອງ​ຈົດ​ບັນທຶກ​ພາກ​ສະໜາມ ​ຈໍານວນ 200 ​ເຄື່ອງ, ລວມມູນ​ຄ່າ​ທັງ​ໝົດ 10 ລ້ານ​ຢວນ (ສະກຸນ​ເງິນ​ຈີນ).

ພິທີ​ມອບ​-ຮັບ​ເຄື່ອງດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມີນາ 2015, ຢູ່​ຫ້ອງ​ວ່າການ​ລັດຖະບານ​​ ໃຫ້​ກຽດ​ຕາງ​ໜ້າ​ລັດຖະບານ ສປ ຈີນ​ ມອບ​ໂດຍ​ທ່ານ ກ່ວນ ຮົວ ປິງ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສປ ຈີນ ປະ​ຈໍາ ສປປ ລາວ ​ແລະ ​ ​​ໃຫ້​ກຽດຕາງໜ້າ​ລັດຖະບານ​ ສປປ ລາວ ​ຮັບ​ໂດຍ ​ທ່ານ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ, ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນໍາ​ວຽກ​ງານ​ເສດຖະກິດ​ມະຫາ​ພາກ ​ແລະ ບໍລິການ ທັງ​ເປັນຫົວໜ້າ​ຄະນະ​ຊີ້​ນໍາ​ການ​​ສໍາ​ຫລວດ​ພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ​ຄັ້ງ​ທີ IV , ມີ​ບັນດາ​ຫົວໜ້າ​ກົມ ​ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ທັງ​ສອງ​ຝ່າຍ​ ເຂົ້າ​ຮ່ວມ.

ແຈ້ງການ

 

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

 

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
404543
ມື້ນີ້19
ມື້ວານ171
ອາທິດນີ້954
ເດືອນນີ້6583