ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ຕາງໜ້າພິເສດຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ຢ້ຽມຢາມ ກຳປູເຈຍ

HESounthone6x8  HESounthone16x8

 

ສະ​ຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ຜູ້​ຕາງ​ໜ້າ​ພິ​ເສດຂອງ​ ສະ​ຫາຍ​ ບຸນ​ຍັງ ວໍລະ​ຈິດ, ເລ​ຂາ​ທິ​ການ​ໃຫ​ຍ່​​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ພ້ອມ​ດວ້ຍຄະນະ ໄດ້​​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່ ກຳປູ​ເຈຍ ແຕ່​ວັນ​ທີ 1-4 ກຸມພາ 2016.

ໃນ​ຕອນ​​​ແລງ​ຂອງ​ ວັນ​ທີ 2 ກຸມພາ 2016, ສະຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ​ພ້ອມ​ດ້ວຍ​ຄະ​ນະ ໄດ້​​ເຂົ້າ​ຢ້ຽມ​ຄຳນັບ​ ສົມ​ເດັດ ອັກຄະມະຫາ ເສນາ​ບໍດີ ​ເຕ​ໂຈ ຮຸນ​​ແຊນ, ​ປະທານ​ພັກ ປະຊາຊົນ ກຳປູ​​ເຈຍ. ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ເປັນ​ກຽດ​ຢ່າງສູງທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ຜູ້ຕາງໜ້າພິ​ເສດ​ຂອງ ​ສະຫາຍ ບຸນ​ຍັງ ວໍລະ​ຈິດ, ເລຂາທິການ​ໃຫຍ່ ​​​ໄປ​ແຈ້ງ​ຜົນ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ ​ພັກ ປປ ລາວ ​ແລະ ​ໄດ້ມອບ​ໂທລະ​ເລກຂອບ​​ໃຈຂອງ​ສະຫາຍ​ ບຸນ​ຍັງ ວໍລະ​ຈິດ, ເລຂາທິການ​ໃຫຍ່ ​ໃຫ້​​ແກ່ສົມ​ເດັດ ອັກຄະມະຫາ ເສນາ​ບໍດີ ​ເຕ​ໂຈ ຮຸນ​​ແຊນ, ປະທານ​ພັກ ປະຊາຊົນ ກຳປູ​​ເຈຍ ​ແລະ ຄໍາ​ເຊື້ອ​ເຊີ​ນ ສົມ​ເດັດ ອັກຄະມະຫາ ເສນາ​ບໍດີ ​ເຕ​ໂຈ ຮຸນ​​ແຊນ, ປະທານ​ພັກ ປະຊາຊົນ ກຳປູ​ເຈຍ ມາ​ຢ້ຽມຢາມ ສປປ ລາວ.

ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ ປະຊາຊົນ ກຳປູເຈຍ ທີ່ໄດ້ສົ່ງ​ສານຊົມ​ເຊີຍກອງປະຊຸມໃຫຍ່ ຄັ້ງທີ X ຂອງ​ພັກ ປປ ລາວ ເຊິ່ງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ມິດ​ຈິດ​ມິດ​​ໃຈ ​ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ ລະຫວ່າງ ສອງ​ພັກ, ​ເປັນກຳລັງ​ໃຈ​ອັນ​ແຮງ​ກ້າ​ໃຫ້​ແກ່ພັກ, ລັດຖະບານ ​ແລະ ປະຊາຊົນ ລາວ​ບັນດາ​ເຜົ່າ.

ສະຫາຍ ຜູ້ຕາງໜ້າພິເສດ ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈຕໍ່​ສາຍ​ພົວພັນ​ມິດຕະພາບອັນ​ເປັນ​ມູນ​ເຊື້ອ​ທີ່​ດີງາມ ລະ​ຫ່ວາງ ລາວ- ກໍາປູ​ເຈຍ ສືບ​ຕໍ່ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຂື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ຕົວ​ຈິງ​ມາ​ໃຫ້ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​​ໃນ​ພາລະກິດ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ ​ເພື່ອ​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ໃນ​ໂລກ. ​ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ຮູ້​ບຸນ​ຄຸນ ​ເປັນ​ຢ່າງ​ສູງຕໍ່​ພັກ ປະຊາຊົນ ກຳປູ​ເຈຍ ແລະ ປະຊາຊົນ ​ກໍາປູ​​ເຈຍ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ, ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ, ລໍ້ຳຄ່າ​ໃຫ້​ແກ່​ພັກ, ລັດ ​ແລະ ປະຊາຊົນ​ ລາວ ​​ຕະຫລອດ​ໄລຍະ​ທີ່​ຜ່ານ​ມາ ​ແລະ ​ໄດ້​ຢືນຢັນ​ວ່າ ພັກ, ລັດຖະບານ ​ແລະ ປະຊາຊົນ ລາວ ຈະ​ເຮັດ​ສຸດ​ຄວາ​ມສາມາດ​ຂອງ​ຕົນ ​ເພື່ອ​ຮ່ວມ​ກັບ ປະຊາຊົນ ກຳປູ​ເຈຍ ອ້າຍ​ນ້ອງ ​ໃນ​ການ​ປົກ​ປົກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ ທີ່ເປັນ​ມູນ​ເຊື້ອອັນ​ດີງາມ ລະຫວ່າງ ​ລາວ- ກໍາປູ​ເຈຍ ​ໃຫ້​ແຕກ​ດອກ​ອອກ​ຜົນຍິ່ງ​ໆ​ຂື້ນ.

ສົມ​ເດັດ ອັກຄະມະຫາ ເສນາ​ບໍດີ ​ເຕ​ໂຈ ຮຸນ​​ແຊນ ​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ ປປ ລາວ, ​ເຊິ່ງ​ເປັນ​ເຫດການ​ການ​ເມືອງ​ທີ່​ສຳ​ຄັນ​ໃນ​ຊີວິດ​ການ​ເມືອງ​-ສັງຄົມ​ຂອງ​ ລາວ, ​​​ເປັນ​ຂີດ​ໝາຍ​​​ແຫ່ງ​ການ​ພັດທະນາ​ໃໝ່ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ ລາວ ​ໃຫ້​ນັບ​ມື້​ມີ​ຄວາມ​ວັດທະນາ​ຖາ​ວອນ, ປະຊາຊົນ​ນັບ​ມື້​ມີ​ຄວາມ​ອີ່ມໝຳສຳລານ ​ແລະ ມີຄວາມ​ຜາ​ສຸກ. ສົມ​ເດັດ ຮຸນ​​ແຊ​ນ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ທີ່​ພັກ, ລັດ ​ແລະ ປະຊາຊົນ ລາວ ຍາດ​ມາ​ໄດ້ໃນ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ຕະ ຫລອດ​ໄລຍະ​ 30 ປີ​ທີ່​ຜ່ານ​ມາ ​ ​ໂດຍ​ສະ​ເພາະ​ແມ່ນ​ໄລຍະ 5 ປີ​ ​ແຫ່ງ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ປະຊາຊົນ ປະຕິວັດ​ລາວ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນຢ່າ​ງໜັກ​ແໜ້ນ​​ວ່າ ພາຍ​ໃຕ້​ການ​ນຳພາ​​ຂອງ​ພັກ ປະຊາຊົນ ປະຕິວັດ ລາວ ​ໂດ​ຍມີ​ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເປັນ​ຜູ້ນຳ​ນັ້ນ​, ພັກ, ລັດຖະບານ ​ແລະ ປະຊາຊົນ ລາວ ບັນດາ​ເຜົ່າ​ ​ຈະບັນລຸ​ຜົນສຳ​ເລັດ​ໃນ​ການຈັດ​ຕັ້ງຜັນ​ຂະຫຍາຍ​​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ພັກ ປປ ລາວ.

ສົມ​ເດັດ ຮຸນ​​ແຊນ ​ໄດ້ຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ກໍາປູ​ເຈຍ ຈະ​​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ຮ່ວມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ລາວ ບັນດາ​ເຜົ່າ ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ລະຫວ່າງ ກຳປູ​ເຈຍ - ລາວ ​​ໃຫ້​ຍືນ​ຍົງ​ຄົງ​ຕົວຕະຫລອດ​ໄປ; ພ້ອມ​ກັນ​ນັ້ນ, ສົມ​ເດັດ ຮຸນ​​ແຊນ ​ໄດ້​ຝາກ​ຄຳ​ຢື້ຢາມ​ຖາມ​ຂ່າວ ອັນ​ສະໜິດສະໜົມ ​ເຖິງ​ສະຫາຍ ​ເລຂາທິການ​ໃຫຍ່ ບຸນ​ຍັງ ວໍລະ​ຈິດ ​ແລະ ບັນດາ​ສະຫາຍ​ການ​ນຳ​ຂອງ ພັກ, ລັດ ລາວ ແລະ ຕອບ​ຮັບ​ຄຳ​ເຊື້​ອເຊີນ​ຂອງ ​ສະຫາຍ ບຸນ​ຍັງ ວໍລະ​ຈິດ, ເລຂາທິການ​ໃຫຍ່ ​ມາ​ຢ້ຽມຢາມ ລາວ ​ໃນ​ເວລາ​ທີ່​ເໝາະ​ສົມ​.

ໃນ​ວັນ​ດຽວ​ກັນ, ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ໄດ້​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ສະຫາຍ ຢົວະຊົນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນກາງ​ພັກ ປະຊາຊົນ ກຳປູ​ເຈຍ. ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ພົ້ນ​ເດັ່ນພາຍ​ໃນ​ຂອງ​ແຕ່​ປະ​ເທດ, ຕີ​ລາຄາ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໜື່ງປີທີ່​ຜ່ານ​ມາ ແລະ ແລກປ່ຽນ​ຄຳ​ຄິດ​ເຫັນ​ຕໍ່​ສະພາບ​ການ​ພາກ​ພື້ນ​ ​ແລະ ສາກົນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

ໃນ​ໄລຍະ​ຢ້ຽມຢາມ ຣາຊະ​ອານາຈັກ ກຳປູ​ເຈຍ ນອກ​ຈາກ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ພະນົມ​ເປັນ​ ​ແລ້ວຄະນະ​ຍັງ​ໄດ້​​ໄປຢ້ຽມຢາມ ​ແລະ ທ່ຽວ​ຊົມ​ສະຖານ​ທີ່​ທ່ອງທ່ຽວ​ທາງ​ປະຫວັດສາດ​ ​ແລະ ວັດທະນະທຳ ຂອງແຂວງ ສຽມ​ຣຽບ ​ອີກ​ດ້ວຍ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486407
ມື້ນີ້103
ມື້ວານ220
ອາທິດນີ້69
ເດືອນນີ້5712