ແຕ່ວັນທີ 11-14 ມິຖຸນາ 2016, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ, ຜູ້ຕາງໜ້າພິເສດ ຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດວ້ຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສ ປປ ເກົາຫຼີ ເພື່ອແຈ້ງຜົນສຳເລັດ ຂອງ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ ປປ ລາວ ແລະ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ພັກແຮງ ງານເກົາຫຼີ.
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພັກກອມມູນິດຝຣັ່ງ, ຄະນະຜູ້ແທນພັກ ປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 37 ຂອງພັກກອມມູນິດຝຣັ່ງ, ຊຶ່ງໄດ້ຈັດຂຶ້ນແຕ່ວັນທີ 2-5 ມິຖຸນາ 2016, ທີ່ ນະຄອນຫຼວງປາຣີ, ສາທາລະນະລັດ ຝຣັ່ງ.
ກອງປະຊຸມໃຫຍ່ ຄັ້ງທີ 37 ຂອງພັກກອມມູນິດຝຣັ່ງ ເປັນເຫດການການເມືອງທີ່ມີຄວາມໝາຍສຳຄັນໃນຊີວິດການເມືອງຂອງພັກກອມມູນິດ ແລະ ຊາວຜູ້ອອກແຮງງານຝຣັ່ງ, ກອງປະຊຸມໃຫຍ່ໄດ້ໄຂຂຶ້ນໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນທີ່ຜັນແປໄປຢ່າງສັບສົນ. ກອງປະຊຸມໃຫຍ່ ໄດ້ສະຫຼຸບຕີລາຄາການຜັນແປຂອງສະພາບການສາກົນ ແລະ ພາຍໃນປະເທດ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 36 ຂອງພັກວາງອອກ, ຄົ້ນຄວ້າ ແລະ ຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ 37 ເປັນຕົ້ນແມ່ນການກຳນົດທິດທາງໃນການສືບຕໍ່ເພີ່ມທະວີປັບປຸງບົດບາດການນຳພາ ແລະ ການຈັດຕັ້ງຂອງພັກໃຫ້ໜັກແໜ້ນເຂັ້ມແຂງ, ພ້ອມກຳນົດເປົ້າໝາຍສູ້ຊົນແນໃສ່ສ້າງສັງຄົມຝຣັ່ງ ເພື່ອສ່ວນລວມ, ເພີ່ມການພົວພັນຮ່ວມມືກັບພັກຝ່າຍ ແລະ ກຳລັງທີ່ກ້າວໜ້າໃນໂລກ. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ 37.
ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສູນກາງພັກກອມມູນິດຍີ່ປຸ່ນ, ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ ພັກກອມມູນິດຍີ່ປຸ່ນ ແຕ່ວັນທີ 01-04 ມິຖຸນາ 2016.