ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວອື່ນໆ

ມອບ-ຮັບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນຢູ່ແຂວງຊຽງຂວາງ ແລະ ແຂວງຫົວພັນ

mop khg1  mop khg2

    ໃນວັນທື 27/02-03/03/2016 ນີ້, ຕາງໜ້າໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ ນຳໂດຍທ່ານ ບຸນຍັງ ໄຊຊະນະວົງ, ຫົວໜ້າກົມພົວພັນສາກົນຂອງອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງຊ່ວຍເຫລືອຈາກສະມາຄົມມິດຕະພາບ .ເກົາຫລີ-ລາວໂດຍແມ່ນເຄື່ອງນຸ່ງຮົ່ມກັນໜາວຈຳນວນ 60 ແກັດ ແລະ ເກີບກິລາ (ບັງຕຸບ) ຈຳນວນ 800 ຄູ່ ເພື່ອມອບໃຫ້ປະຊາຊົນສອງແຂວງພາກເໜືອຄື: ແຂວງຊຽງຂວາງ ແລະ ແຂວງຫົວພັນ, ຈຸດປະສົງໃນການມອບ-ຮັບເຄື່ອງຊ່ວຍເຫລືອຄັ້ງນີ້ ແມ່ນເພື່ອຊ່ວຍເຫລືອປະຊາຊົນທີ່ໄດ້ຮັບເຄາະຮ້າຍ ຈາກຜົນກະທົບໄພໜາວທີ່ຜ່ານມາ, ໂດຍສະເພາະປະຊາຊົນຢູ່ເຂດມືອງຄູນ, ເມືອງໝອກ ແລະ ເມືອງຜາໄຊແຂວງຊຽງຂວາງ. ສ່ວນຢູ່ແຂວງຫົວພັນແມ່ນໄດ້ມອບໃຫ້ປະຊາຊົນເຂດເມືອງ ຊຳເໜືອ, ເມືອງຊຳໃຕ້ ແລະ ເມືອງວຽງໄຊ.

ອ່ານເພີ່ມເຕີມ... 

ລາວ-ອາເມຣິກາ ເພີ່ມການຮ່ວມມືດ້ານການຄ້າ ແລະ ການລົງທຶນ

khemman usa

ຜູ້​ແທນ​ການ​ຄ້າ​ປະເທດ​ສະຫະ​ລັດ​ອາ​ເມ​ຣິ​ກາ ທ່ານ ໄມ​ໂຄ ໂຟຼ​ແມນ ແລະ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າຂອງ ​ສປປ ລາວ ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ໄດ້​ເຊັນ​ສັນຍາ​ການ​ຄ້າ ແລະ ການ​ລົງທຶນສອງ​ຝ່າຍ ເຊິ່ງ​ທັງ​ສອງ​ທ່ານ​ໄດ້ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ ​ລັດຖະ​ມົນຕີ​ເສດຖະກິດ​ອາ​ຊຽນ-ອາເມ​ຣິ​ກາ​ ຢູ່​ຊານ​ຟຼານ​ຊິດ​ໂກ ລັດແຄ​ລິ​ຟໍ​ເນຍ​ ອາທິດ​ທີ່​ຜ່ານ​ມາ.

ອ່ານເພີ່ມເຕີມ... 

ສະມາຄົມ​ມິດຕະພາບ​ລາວ-ສປປ ​ເກົາຫລີ ຈັດ​ປາຖະກະຖາ ເນື່ອງ​ໃນ​ໂອກາດ ວັນ​ເກີດ​ຜູ້​ນໍາ ສປປ ​ເກົາຫລີ​

​ໃນຕອນ​ເຊົ້າ ຂອງ ​ວັນ​ທີ 15 ກຸມພາ 2016 ທີ່​ສະ​ໂມ​ສອນ​ໃຫ່ຍ ຂອງຫ້ອງ​ວ່າການ​ເມືອງ​ສັງ​ທອງ, ໄດ້​ມີ​ຈັດ​ປາຖະກະຖາ, ສາຍຮູບ​ເງົາ ​ແລະ ວາງສະ​ແດງ​ຮູບ​ພາບ ​ເພື່ອ​ລະນຶກ​ວັນ​ຄ້າຍ​ວັນ​ເກີດ ຂອງ​ສະຫາຍ ກິມ ​ເຈິ​ງ ອິນ,ຜູ້​ນໍາ​ທີ່​ຍິ່ງ​ໃຫ່ຍຕະຫລອດ​ການຂອງ​ປະຊາຊົນ ​ເກົາຫລີ ຄົບຮອບ 74 ປີ(16/2/1942-16/2/2016). ​ເຂົ້າຮ່ວມ​ໃນ​ງານ​ປາຖະກະຖາ​ຄັ້ງນີ້ ມີ ສະຫາຍ ຄໍາ​ພັນ ສິດທິ​ດໍາ​ພາ, ກໍາມະການ​ສູນ​ກາງ​ພັກ ປະທານ​ສານປະຊາຊົນ​ສູງ​ສຸດ, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ລາວ-ສປປ ເກົາຫລີ, ສະຫາຍ ຄໍາໝູນ ຕຽງທະລາ​ດ, ​ເລຂາ​ພັກ​ເມືອງ ​ເຈົ້າ​ເມືອງ ​ເມືອງ​ສັງ​ທອງ ​ແລະ ສະຫາຍ ລີ​ຊາງ ກູນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງສປປ ​ເກົາຫລີ ປະ​ຈໍາ ສປປ ລາວແລະ ມີ​ພະນັກງານ​ຫລັກ​ແຫ​ລ່ງອ້ອມ​ຂ້າງ​ເມືອງ​ສັງ​ທອງ​ເຂົ້າຮ່ວມ​ເປັນ​ຈໍານວນ 200 ກ່ວາ​ຄົນ.

ອ່ານເພີ່ມເຕີມ... 

ແຈ້ງການ

 

ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

 

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

 

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

 

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

 

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

 

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

 

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
442891
ມື້ນີ້146
ມື້ວານ244
ອາທິດນີ້522
ເດືອນນີ້4695