ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຍີ່ປຸ່ນ ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ

b japane

ໃນ​ໂອກາດ​ທີ່ ທ່ານ ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາລາ, ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຕ້ອນຮັບ ທ່ານ ຊິ​ເກ​ໂຢຊິ ອາ​ເບະ ຜູ້ຕາງໜ້າ​ການທ່ອງທ່ຽວ ລາວ ປະຈຳ​ປະ​ເທດ ຍີ່ປຸ່ນ ​ເມື່ອ​ວັນ​ທີ 25 ມັງກອນ 2016 ນີ້, ທ່ານ​ ໄດ້​ສະ​ແດງ​ຄວາມ​ຍິນ​ດີ ​​ໃຫ້​ມີ​ການຈັດ​ງານ​ວາງສະ​ແດງ ຜະລິດ​ຕະພັນ​ການທ່ອງທ່ຽວ, ອາຫານ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ລາວ-​ຍີ່ປຸ່ນ ​ເປັນຄັ້ງທີ​ສອງ ​ເພື່ອ​ສົ່ງ​ເສີມ​ການທ່ອງທ່ຽວ ລະຫວ່າງ​ ສອງ​ປະ​ເທດ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ ​ເນື່ອງ​ຈາກ​ວ່າການ​ຈັດ​ງານ​ດັ່ງກ່າວ,​ ໃນ​ປີຜ່ານມາແມ່ນ​ມີ​ຜົນສຳ​ເລັດ​ສູງ, ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ, ພາກສ່ວນ​ກ່ຽວຂ້ອງ ​ແລະ ປະຊາຊົນ​ຍີ່ປຸ່ນ ​ຮັບ​ຮູ້​ປະ​ເທດ​ລາວ​ຫລາຍ​ຂຶ້ນ ​ໄດ້​ປະກອບສ່ວນ​ໃຫ້​ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ ​ເຂົ້າມາ​ປະ​ເທດ​ລາວ​ຫລາຍ​ຂຶ້ນ.

ທ່ານ ຊິ​ເກ​ໂຢຊິ ອາ​ເບະ ​ໄດ້​ລາຍ​ງານ​ຕໍ່ ທ່ານ ​ລັດຖະມົນຕີ​ວ່າ: ການຈັດ​ງານ​ວາງສະ​ແດງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ, ອາຫານ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ລາວ-ຍີ່ປຸ່ນ ຄັ້ງທຳ​ອິດ ທີ່​ຈັດ​ຢູ່ນະຄອນຫລວງ​ໂຕ​ກຽວ​ໃນ​ປີຜ່ານມາ ​ເຫັນ​ວ່າ​ມີ​ຜົນສຳ​ເລັດ​ສູງ ​ເປັນ​ການ​ເປີດ​ໂອກາດ​ໃຫ້​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຂອງ​ຍີ່ປຸ່ນ ຮູ້ຈັກປະ​ເທດ​ລາວ, ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ລາວ ຫລາຍ​ຂຶ້ນ ​ເຮັດ​ໃຫ້​ບັນດາ​ບໍລິສັດ​ເຫລົ່ານັ້ນ ສາມາດ​ຈັດ​ຕາຕະລາງ​ການທ່ອງທ່ຽວລາວ ​ໄດ້​ຢ່າງ​ເໝາ​ະສົມ ທັງ​ສາມາດ​ດຶງດູດ ​​ຄວາມ​ສົນ​ໃຈ​ຈາກ​ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ ​ໃຫ້​ຢາກ​ມາ​ທ່ອງ​ທ່ຽວ​ລາວ ​ແລະ ຮູ້ຈັກ​ປະ​ເທດ​ລາວ​ຫລາຍ​ຂຶ້ນ​ກວ່າ​ເກົ່າ, ສະ​ແດງ​ອອກ​​ໃນ​ປີຜ່ານມາ ​ມີ​ນັກ​ທ່ອງ​ທ່ຽວ​ຍີ່ປຸ່ນ ​ເຂົ້າມາ​ທ່ຽວ​ປະ​ເທດ​ລາວ ຫລາຍ​ກວ່າ 40 ພັນ​ຄົນ ​ແລະ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486169
ມື້ນີ້85
ມື້ວານ215
ອາທິດນີ້1205
ເດືອນນີ້5474