ຄະນະຜູ້ແທນລາວ ນຳໂດຍ ທ່ານ ປອ.ຄຳລຽນ ພົນເສນາ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະຈາກສະພາແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ສຳເລັດການເຂົ້າຮ່ວມ ກອງປະຊຸມທົບທວນຄືນກາງສະໄຫມ ການຈັດຕັ້ງປະຕິບັດແຜນດຳເນີນງານ ອິດສະຕັນບູນ (Istanbul Programme of Action - IPoA) ແຕ່ປີ 2011 ເຖິງປີ 2020 ສຳລັບປະເທດດ້ອຍພັດທະນາ, ຊຶ່ງໄດ້ຈັດຂຶ້ນແຕ່ວັນທີ 27-29 ພຶດສະພາ 2016, ທີ່ ເມືອງອານຕາເລຍ, ປະເທດຕວັກກີ. ກອງປະຊຸມດັ່ງກ່າວຖືກຈັດຂຶ້ນຮ່ວມກັນ ໂດຍລັດຖະບານຕວັກກີ ແລະ ອົງການສະຫະປະຊາຊາດ ພາຍໃຕ້ຫົວຂໍ້ ''ການເປັນຄູ່ຮ່ວມມືເພື່ອສ້າງການປ່ຽນແປງດ້ານການພັດທະນາຢ່າງຕັ້ງຫນ້າຢູ່ປະເທດດ້ອຍພັດທະນາ'' ໂດຍການເປັນປະທານ ຂອງ ພະນະທ່ານ ເມບລຸດ ຊາວວຸສໂອກໂລ (MevlütÇavuşoğlu), ລັດຖະມົນຕີກະຊວງການຕ່າງປະເທດ ຂອງປະເທດຕວັກກີ ແລະ ມີຜູ້ແທນຂັ້ນສູງ ຈາກລັດຖະບານຂອງປະເທດສະມາຊິກ ແລະ ຜູ້ຕາງຫນ້າທີ່ກ່ຽວຂ້ອງຈາກສະພາ, ອົງການຈັດຕັ້ງພາກພື້ນແລະສາກົນ, ສັງຄົມພົນລະເຮືອນ, ພາກເອກະຊົນ, ມູນນິທິ, ສະຖາບັນຄົ້ນຄວ້າແລະສື່ມວນຊົນ ເຂົ້າຮ່ວມ 2 ພັນກວ່າຄົນ.
ກອງປະຊຸມລະດັບລັດຖະບານໄດ້ດຳເນີນໄປທັງໃນຮູບແບບກອງປະຊຸມຄົບຄະນະ ແລະ ກອງປະຊຸມໂຕະມົນລະດັບສູງ 4 ຄັ້ງ. ນອກຈາກນັ້ນ, ຍັງມີກອງປະຊຸມທີ່ປິ່ນອ້ອມແຕ່ວັນທີ 26 ຫາ 29 ພຶດສະພາ ລວມທັງຫມົດ 25 ກອງປະຊຸມ, ເຊິ່ງຈັດໂດຍອົງການເຄື່ອຂ່າຍສະຫະປະຊາຊາດ ຮ່ວມກັບປະເທດຕ່າງໆ, ພາກເອກະຊົນ, ສະພາ ແລະ ສັງຄົມພົນລະເຮືອນ. ກອງປະຊຸມເຫລົ່ານັ້ນ ໄດ້ພ້ອມກັນທົບທວນຄືນຄວາມຄືບຫນ້າ ແລະ ປຶກສາຫາລືກ່ຽວກັບສິ່ງທ້າຍທາຍ ແລະ ຂໍ້ສະເຫນີແນະສຳລັບ 5 ປີຕໍ່ຫນ້າ ໃນການຈັດຕັ້ງປະຕິບັດແຜນດຳເນີນງານ ອິດສະຕັນບູນ ທີ່ໄດ້ຖືກຮັບຮອງເອົາໃນກອງປະຊຸມສະຫະປະຊາຊາດ ວ່າດ້ວຍປະເທດດ້ອຍພັດທະນາ ຄັ້ງທີ 4 ໃນເດືອນ ພຶດສະພາ ປີ 2011 ທີ່ອິດສະຕັນບູນໂດຍມີເປົ້າຫມາຍລວມ ເພື່ອຊ່ວຍເຫລືອບັນດາປະເທດດ້ອຍພັດທະນາໃຫ້ສາມາດບັນລຸເງື່ອນໄຂການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃຫ້ໄດ້ເຄິ່ງຫນຶ່ງ ໂດຍການຈັດຕັ້ງປະຕິບັດ 8 ຂົງເຂດບູລິມະສິດຄື: 1) ຂີດຄວາມສາມາດດ້ານການຜະລິດ; 2) ກະສິກຳ, ໂພຊະນາການ ແລະ ການພັດທະນາຊົນນະບົດ; 3) ການຄ້າ; 4) ການຜະລິດສິນຄ້າ; 5) ການພັດທະນາຊັບພະຍາກອນມະນຸດ ແລະ ສັງຄົມ; 6) ການຮັບມືກັບວິກິດການແລະສິ່ງທ້າຍທາຍຕ່າງໆທີ່ເກີດຂຶ້ນ; 7) ແຫລ່ງເງິນທຶນ; ແລະ 8) ການປົກຄອງທີ່ດີ.
ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ເນັ້ນເຖິງຄວາມສຳຄັນໃນການຊ່ວຍເຫລືອປະເທດດ້ອຍພັດທະນາ ເພື່ອເຊື່ອມສານການຈັດຕັ້ງປະຕິບັດຂອບການຮ່ວມມືສາກົນອື່ນໆເຊັ່ນ: ວາລະການພັດທະນາແບບຍືນຍົງ ຮອດປີ 2030 ແລະ ເປົ້າຫມາຍການພັດທະນາແບບຍືນຍົງ, ວາລະການດຳເນີນງານອາດີສອາບາບາ (Addis Ababa) ວ່າດ້ວຍການສະຫນອງທຶນເພື່ອການພັດທະນາ, ແຜນດຳເນີນງານເຊັນໄດກ່ຽວກັບການຫລຸດຜ່ອນຄວາມສ່ຽງໄພພິບັດ (Sendai 2015-2030) ແລະ ສັນຍາປາຣີວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (Paris Climate Conference – COP21).
ໃນພິທີເປີດກອງປະຊຸມວັນທີ 27 ພຶດສະພາ, ທ່ານປະທານກອງປະຊຸມ ໄດ້ເນັ້ນຫນັກວ່າ ຕ້ອງສ້າງຄູ່ຮ່ວມມືໃຫມ່ ແລະ ຕິດຕາມການຈັດຕັ້ງປະຕິບັດຂອບການຮ່ວມມືຕ່າງໆ, ຕ້ອງເພີ້ມສະມັດຕະພາບດ້ານການຜະລິດ, ເສີມຂະຫຍາຍໂຄງລ່າງພື້ນຖານ ແລະ ໃຫ້ການສະຫນັບສະຫນູນດ້ານການເງິນ ແລະ ເຕັກນິກວິຊາການແກ່ປະເທດດ້ອຍພັດທະນາຫລາຍຍິ່ງຂຶ້ນ, ວົງຄະນາຍາດສາກົນ ຕ້ອງຮັກສາຄຳຫມັ້ນສັນຍາສາກົນທີ່ໃຫ້ໄວ້ໂດຍສະເພາະການຊ່ວຍເຫລືອທາງການເພື່ອການພັດທະນາທີ່ໄດ້ຫລຸດລົງໃນຊຸມປີຜ່ານມາ. ນອກຈາກນັ້ນ, ທ່ານປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດ ກໍ່ກ່າວວ່າ ປະຊາຊົນຜູ້ທຸກຍາກ ບໍ່ສາມາດຈະທົນລໍຖ້າກາລະໂອກາດໃນອານາຄົດໄດ້ອີກ, ສະນັ້ນ, ຈຶ່ງເປັນເວລາ ທີ່ສາກົນ ຕ້ອງຈັດຕັ້ງປະຕິບັດບັນດາຂໍ້ຕົກລົງດ້ານການຮ່ວມມືຫລາຍໆອັນທີ່ໄດ້ກຳນົດແນວທາງການພັດທະນາຢ່າງຊັດເຈນ ໂດຍສະເພາະຕ້ອງເສີມສ້າງການເປັນຄູ່ຮ່ວມໃຫ້ເຂັ້ມແຂງ ເພື່ອພັກດັນໃຫ້ມີການຫັນປ່ຽນດ້ານໂຄງສ້າງການພັດທະນາຢູ່ປະເທດດ້ອຍພັດທະນາ ເພື່ອຮັບປະກັນໃຫ້ປະເທດເຫລົ່ານີ້ ສາມາດບັນລຸເງື່ອນໄຂຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃຫ້ໄດ້ເຄິ່ງຫນຶ່ງ ໃນ 5 ປີ ຕໍ່ຫນ້າ.ພ້ອມກັນນັ້ນ, ທ່ານ ນາງ ເຮເລັນ ຄລາກ, ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາ ກໍ່ໄດ້ອ່ານສານ ຂອງທ່ານ ບັນ ກີ-ມູນ, ເລຂາທິການໃຫຍ່ອົງການສະຫະປາຊາດ, ເຊິ່ງໃນນັ້ນ ໄດ້ຊີ້ໃຫ້ເຫັນວ່າ ຄວາມຄືບຫນ້າດ້ານການພັດທະນາໃນໄລຍະຜ່ານມາ ແມ່ນບໍ່ທົ່ວເຖິງແລະເທົ່າທຽມກັນ, ການຊ່ວຍເຫລືອທາງການເພື່ອການພັດທະນາພຽງຢ່າງດຽວ ແມ່ນບໍ່ພຽງພໍ, ຈຳເປັນຕ້ອງມີການເປັນຄູ່ຮ່ວມລະຫວ່າງພາກລັດແລະເອກະຊົນ ແລະ ມີຂໍ້ລິເລີ່ມຕ່າງໆລະຫວ່າງປະເທດພັດທະນາແລ້ວ ແລະ ປະເທດກຳລັງພັດທະນາ ແລະ ລະຫວ່າງປະເທດກຳລັງພັດທະນາດ້ວຍກັນເພີ້ມຂຶ້ນ ເພື່ອສະຫນັບສະຫນູນການພັດທະນາປະເທດຂອງປະເທດດ້ອຍພັດທະນາ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ປອ.ຄໍາລຽນ ພົນເສນາ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຫົວຫນ້າຄະນະຜູ້ແທນແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປະກອບຄຳເຫັນໃນກອງປະຊຸມຄົບຄະນະ ໂດຍໄດ້ຊີ້ໃຫ້ຄວາມຄືບຫນ້າ ແລະ ສິ່ງທ້າທາຍໂດຍລວມຂອງປະເທດດ້ອຍພັດທະນາໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະບູນ ລວມທັງຄວາມພະຍາຍາມຂອງສປປລາວໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະເພື່ອນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ລວມທັງການເຊື່ອມສານວາລະການພັດທະນາສາກົນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະໃຫ້ມີຄວາມສອດຄ່ອງ. ນອກຈາກນັ້ນ, ທ່ານ ຄຳລຽນພົນເສນາກໍ່ໄດ້ຖືກເຊີນໃຫ້ເປັນຫນຶ່ງໃນຜູ້ນຳສະເຫນີຢູ່ເວທີສົນທະນາ ໂດຍການເປັນປະທານຂອງ Ms. Shamshad Akhtar, ເລຂາທິການຂອງຄະນະກຳມາທິການເສດຖະກິດ-ສັງຄົມສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິກ (Executive Secretaryof United Nations Economic and Social Commission for Asia and the Pacific), ໃນນັ້ນທ່ານໄດ້ສະເໜີບົດຮຽນຂອງ ສປປ ລາວ ກ່ຽວກັບການເຊື່ອມສານ ແລະ ການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນ ກໍຄືເປົ້າຫມາຍການພັດທະນາແບບຍືນຍົງຂອງສາກົນ ໃນຂອບແຜນພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII. ພ້ອມກັນນັ້ນ, ກໍໄດ້ປະກອບຄຳເຫັນກ່ຽວກັບບັນຫາປະຊາກອນ ແລະ ການພັດທະນາ ຢູ່ກອງປະຊຸມທີ່ຈັດໂດຍ ອົງການສະຫະປະຊາຊາດກອງທຶນປະຊາກອນ ອີກດ້ວຍ.
ກອງປະຊຸມໄດ້ປິດລົງໃນຕອນແລງຂອງວັນທີ 29 ພຶດສະພາດ້ວຍຜົນສຳເລັດຕາມຈຸດປະສົງທີ່ວາງໄວ້ ໂດຍການຮັບຮອງເອົາຖະແຫລງການດ້ານການເມືອງຂອງກອງປະຊຸມຄັ້ງນີ້, ເຊິ່ງໃນນັ້ນໄດ້ຢ້ຳຄືນຄຳຫມາຍຫມັ້ນໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນໃຫ້ມີປະສິດທິຜົນຢ່າງເຕັມປ່ຽມ ແລະ ທັນການ, ຄວາມຈຳເປັນໃນການຊຸກຍູ້ໃຫ້ທຸກຂະແຫນງການມີຄວາມຄືບຫນ້າ, ຮັດແຫນ້ນການເປັນຄູ່ຮ່ວມມືສາກົນໃຫ້ເຂັ້ມແຂງ, ສະຫນັບ ສະຫນູນການນຳພາ ແລະ ຄວາມເປັນເຈົ້າການຂອງປະເທດດ້ອຍພັດທະນາ. ພ້ອມນັ້ນຍັງມີຂໍ້ສະເຫນີແນະໃນ 14 ຂົງເຂດວຽກງານ ອັນສຳຄັນແມ່ນກ່ຽວຂ້ອງກັບການສະຫນອງທຶນເພື່ອການພັດທະນາ ລວມທັງການຊ່ວຍເຫລືອທາງການເພື່ອການພັດທະນາໂດຍຈະຈັດສັນ 0.2% ຂອງລວມຍອດລາຍຮັບແຫ່ງຊາດຂອງປະເທດພັດທະນາແລ້ວໃຫ້ແກ່ປະເທດດ້ອຍພັດທະນາ ກໍຄືການລະດົມທຶນພາຍໃນປະເທດ.
ອົງການສະຫະປະຊາຊາດໄດ້ຮັບຮອງເອົາກຸ່ມປະເທດດ້ອຍພັດທະນາໃນປີ 1971, ເຊິ່ງໃນຕອນນັ້ນມີພຽງ 25 ປະເທດ ແລະ ມາຮອດປະຈຸບັນປະເທດດ້ອຍພັດທະນາໄດ້ເພີ້ມຂຶ້ນເປັນ 48 ປະເທດ. ນັບຕັ້ງແຕ່ປີ 1971 ເປັນຕົ້ນມາ, ມີແຕ່ 4 ປະເທດເທົ່ານັ້ນ ທີ່ໄດ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄື: ປະເທດບົດສະວານາປີ 1994, ປະເທດກັບແວກ ປີ 2007, ປະເທດມານດິຟປີ 2011 ແລະ ປະເທດຊາມົວປີ 2014.