ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກປະຊາຊົນ ປະຕິວັດລາວ, ຜູ້ຕາງໜ້າພິເສດຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ ພ້ອມດວ້ຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ ແຕ່ວັນທີ 1-4 ກຸມພາ 2016.
ໃນໂອກາດທີ່ ທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບ ທ່ານ ຊິເກໂຢຊິ ອາເບະ ຜູ້ຕາງໜ້າການທ່ອງທ່ຽວ ລາວ ປະຈຳປະເທດ ຍີ່ປຸ່ນ ເມື່ອວັນທີ 25 ມັງກອນ 2016 ນີ້, ທ່ານ ໄດ້ສະແດງຄວາມຍິນດີ ໃຫ້ມີການຈັດງານວາງສະແດງ ຜະລິດຕະພັນການທ່ອງທ່ຽວ, ອາຫານ ແລະ ສົ່ງເສີມການທ່ອງທ່ຽວ ລາວ-ຍີ່ປຸ່ນ ເປັນຄັ້ງທີສອງ ເພື່ອສົ່ງເສີມການທ່ອງທ່ຽວ ລະຫວ່າງ ສອງປະເທດໃຫ້ນັບມື້ຫລາຍຂຶ້ນ ເນື່ອງຈາກວ່າການຈັດງານດັ່ງກ່າວ, ໃນປີຜ່ານມາແມ່ນມີຜົນສຳເລັດສູງ, ບັນດາບໍລິສັດທ່ອງທ່ຽວ, ພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນຍີ່ປຸ່ນ ຮັບຮູ້ປະເທດລາວຫລາຍຂຶ້ນ ໄດ້ປະກອບສ່ວນໃຫ້ນັກທ່ອງທ່ຽວຍີ່ປຸ່ນ ເຂົ້າມາປະເທດລາວຫລາຍຂຶ້ນ.
ໃນວັນທີ 11 ທັນວາ 2015, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ຄັ້ງທີ 10 ທີ່ ແຂວງຈຳປາສັກ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມດີ ດວງດີ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາສຳລັບ ສປປ ລາວ; ທ່ານ ຊຸນ ຈັນໂທລ, ລັດຖະມົນຕີອາວຸໂສ, ລັດຖະມົນຕີວ່າການກະຊວງການຄ້າ, ປະທານຄະນະກໍາມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ສໍາລັບ ລາຊະອານາຈັກ ກຳປູເຈຍ ແລະ ທ່ານ ບຸຍ ກວາງ ວິງ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ສຳລັບ ສສ ຫວຽດນາມ ແລະ ມີຄະນະຜູ້ແທນຈາກກະຊວງຂະແໜງການ ແລະ ບັນດາແຂວງຂອງເຂດສາມຫລ່ຽມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLV ຄັ້ງທີ 8 ໃນປີ 2014 ທີ່ນະຄອນຫຼວງວຽງຈັນ, ໂດຍສະເພາະຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນແມ່ບົດການພັດທະນາເສດຖະກິດ-ສັງຄົມ ຂອງເຂດສາມຫລ່ຽມພັດທະນາ ແຕ່ປີ 2010 ຫາ 2020, ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ກ່ຽວກັບນະໂຍບາຍທີ່ດຶງດູດກວ່າເກົ່າຂອງເຂດສາມຫລ່ຽມພັດທະນາ ແລະ ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ໂດຍສຸມໃສ່ສ້າງເຂດການຮ່ວມມືດັ່ງກ່າວໃຫ້ກາຍເປັນເຂດທີ່ໄດ້ຮັບການສົ່ງເສີມ ແລະ ດຶງດູດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ຫລາຍກວ່າເກົ່າລວມທັງການຊອກຫາວິທີທາງຂົນຂວາຍລະດົມແຫຼ່ງທຶນຈາກປະເທດຄູ່ຮ່ວມພັດທະນາ, ສະຖາບັນການເງິນ ແລະ ພາກເອກະຊົນ ເຂົ້າມາສະໜັບສະໜູນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆຂອງຂອບການຮ່ວມມືດັ່ງກ່າວ.
ການປະຊຸມໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງຂອບການຮ່ວມມືເຂດສາມຫລ່ຽມພັດທະນາ ເຮັດໃຫ້ຂົງເຂດດັ່ງກ່າວ ສືບຕໍ່ຮັກສາໄດ້ຄວາມສາມັກຄີເພື່ອນມິດ ແລະ ບ້ານໃກ້ເຮືອນຄຽງ ທີມີມູນເຊື້ອອັນໄດ້ເຮັດໃຫ້ເຂດສາມຫລ່ຽມພັດທະນາ ມີສັນຕິພາບ ແລະ ສະຖຽນລະພາບ ແລະ ເອື້ອອຳນວຍໃຫ້ການພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ນັບຂະຫຍາຍຕົວ, ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ເຂດສາມຫລ່ຽມພັດທະນາ ຮອດປີ 2020 ສະບັບປັບປຸງໃໝ່ ແມ່ນມີຄວາມຄືບໜ້າຫຼາຍດ້ານ,ໂດຍສະເພາະບັນດາໂຄງການພັດທະນາພື້ນຖານໂຄງລ່າງ, ໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງເຊື່ອມຈອດພາຍໃນແຕ່ລະປະເທດ ແລະ ເພື່ອເຊື່ອມຈອດກັບບັນດາແຂວງໃນເຂດສາມຫລ່ຽມພັດທະນາ. ການລົງທຶນຂອງພາກລັດ ແລະ ເອກະຊົນໃນເຂດສາມຫລ່ຽມພັດທະນາມີທ່າອ່ຽງເພີ່ມຂື້ນ,ໂດຍສະເພາະແມ່ນການລົງທຶນຂອງ ຫວຽດນາມຢູ່ 4 ແຂວງພາກໃຕ້ຂອງ ສປປ ລາວ ມີມູນຄ່າຫລາຍກວ່າ 2 ຕື້ໂດລາສະຫະລັດ.
ກອງປະຊຸມໄດ້ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ 4 ຄະນະອະນຸກຳມະການ; ເວທີສົ່ງເສີມການຄ້າ ການລົງທຶນ ແລະ ທ່ອງທ່ຽວ; ງານວາງສະແດງສິນຄ້າ ແລະ ທ່ອງທ່ຽວ ແລະ ເວທີພົບປະຊາວໜຸ່ມຂອງເຂດສາມຫລ່ຽມພັດທະນາ ຊຶ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສິນຄ້າ, ການລົງທຶນ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ໃນເຂດສາມຫລ່ຽມພັດທະນາ.
ພ້ອມດຽວກັນນີ້, ລັດຖະມົນຕີໄດ້ມອບໝາຍໃຫ້ຄະນະເຈົ້າໜ້າທີ່ຈາກກະຊວງຂະແໜງການກ່ຽວຂ້ອງສືບຕໍ່ໜ້າວຽກສຳຄັນດັ່ງນີ້: 1. ສຶກສາ ກ່ຽວກັບການພັດທະນາອຸດສາຫະກຳຢາງພາລາໃນເຂດສາມຫລ່ຽມພັດທະນາ; 2. ສ້າງແຜນປະຕິບັດງານ ເຂດເຊື່ອມຈອດເສດຖະກິດເຂດສາມຫລ່ຽມພັດທະນາ; 3. ມອບໝາຍໃຫ້ຄະນະເຈລະຈາ ວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າ ສືບຕໍ່ເຈລະຈາ ວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກ ດ້ານການຄ້າ ສືບຕໍ່ເຈລະຈາໃຫ້ສຳເລັດຜົນ ແລະ ສະເໜີຕໍ່ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາຄັ້ງທີ 9 ທີ່ຈະຈັັດຂຶ້ນໃນປີ 2016 ທີ ລາຊະອານາຈັກ ກຳປູເຈຍ.
ກອງປະຊຸມລັດຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ຄັ້ງທີ 11ຈະໄດ້ຈັດຂຶ້ນໃນປີ 2017 ໂດຍການເປັນເຈົ້າພາບຂອງ ສສ ຫວຽດນາມ.