ແຕ່ວັນທີ 11-14 ມິຖຸນາ 2016, ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ, ຜູ້ຕາງໜ້າພິເສດ ຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ພ້ອມດວ້ຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສ ປປ ເກົາຫຼີ ເພື່ອແຈ້ງຜົນສຳເລັດ ຂອງ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ ປປ ລາວ ແລະ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ພັກແຮງ ງານເກົາຫຼີ.
ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2016, ສະຫາຍ ນາງ ສູນທອນ ໄຊຍະຈັກ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ກິມຢົງນາມ, ຄະນະປະຈໍາກົມການເມືອງ ສູນກາງພັກແຮງງານເກົາຫລີ, ປະທານຄະນະປະທານສະພາປະຊາຊົນ ສູງສຸດ ສປປ ເກົາຫລີ. ໃນການພົບປະຄັ້ງນີ້, ສະຫາຍຜູ້ຕາງໜ້າພິເສດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາ ອວຍພອນຊົມເຊີຍຢ່າງສຸດອົກສຸດໃຈ ຂອງ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄປຍັງ ສະຫາຍ ກິມ ເຈິງອູນ ທີ່ຖືກເລືອກຕັ້ງເປັນ ປະທານພັກແຮງງານເກົາຫຼີ ໃນກອງປະຊຸມໃຫ່ຍຄັ້ງທີ VII ຂອງພັກແຮງງານເກົາຫລີ ແລະ ຄວາມຊົມເຊີຍ ຜົນສຳເລັດອັນຈົບງາມ ຂອງ ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກແຮງງານເກົາຫຼີ.
ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ແຈ້ງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ ປປ ລາວ ກໍ່ຄື ສະພາບການອັນພົ້ນເດັ່ນ ຂອງ ສ ປປ ລາວ ໃນໄລຍະຫຼັງໆມານີ້ ໃຫ້ການນໍາພັກ, ລັດ ສ ປປ ເກົາຫຼີ ຊາບ ແລະ ໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດ ລາວ-ສ ປປ ເກົາຫຼີ ທີ່ ປະທານ ໄກສອນ ພົມວິຫານ ແລະ ປະທານ ກິມອິນຊຸງ ໄດ້ສ້າງຕັ້ງ ແລະ ໄດ້ຮັບການເສີມຂະຫຍາຍໂດຍການນໍາລຸ້ນຕໍ່ມາ ຂອງ 2 ປະເທດ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດສັນຕິພາບ, ມິດຕະພາບ, ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ; ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ ພັກ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແກ່ພາລະກິດການປົດປ່ອຍຊາດ ລາວ ໃນເມື່ອກ່ອນ ກໍ່ຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ.
ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ພັກແຮງງານເກົາຫຼີ ເຊິ່ງເປັນເຫດການການເມືອງ ທີ່ມີຄວາມໝາຍສຳຄັນ ຂອງ ສ ປປ ເກົາຫຼີ, ເຊິ່ງໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ VI ແລະ ກຳນົດແນວທາງຂອງພັກ ເພື່ອສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສ ປປ ເກົາຫລີ ສັງຄົມນິຍົມ ໃຫ້ນັບມື້ນັບເຂັ້ມແຂງຈະເລີນຮຸ່ງເຮືອງ, ພ້ອມກັນນັ້ນ ກໍ່ໄດ້ສະແດງ ຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນເດັດດ່ຽວໜຽວແໜ້ນຂອງພັກແຮງງານເກົາຫລີ ອັນມີ ສະຫາຍ ກິມອິນຊຸງ ແລະ ສະຫາຍ ກິມເຈິງອິນ, ຜູ້ນຳທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫລີ ໃນເມື່ອກ່ອນ, ກໍ່ຄື ສະຫາຍ ກິມເຈິງອຸນ ຜູ້ນໍາ ທີ່ເຄົາລົບຮັກ ຂອງ ປະຊາຊົນ ສປປ ເກົາຫລີ ທີ່ເປັນຜູ້ສືບທອດນັ້ນ, ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງ ຈະປະຕິບັດບັນດາມະຕິ ທີ່ ກອງປະຊຸມໃຫ່ຍຄັ້ງທີ VII ຂອງພັກແຮງງານເກົາຫຼີ ວາງອອກຢ່າງມີໄຊ.
ສະຫາຍ ກິມຢົງນາມ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໄປແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ x ຂອງ ພັກ ປປ ລາວ ແລະ ໄດ້ຕີລາຄາສູງ ຕໍ່ ຜົນສຳເລັດຂອງກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກ ປປ ລາວ, ເຊິ່ງເປັນເຫດການການເມືອງທີ່ສຳຄັນໃນຊີວິດການເມືອງ-ສັງຄົມຂອງ ສ ປປ ລາວ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງ ພັກປະຊາຊົນ ປະຕິວັດລາວ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເປັນຜູ້ນຳໜ້ານັ້ນ, ປະຊາຊົນລາວບັນດາເຜົ່າຈະສືບຕໍ່ຍາດໄດ້ບັນດາຜົນສຳເລັດອັນໃໝ່, ໃຫຍ່ຫຼວງກ່ວາເກົ່າໃນພາລະກິດປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງ ພັກປປ ລາວ, ປະສົບຜົນສໍາເລັດໃນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ນຳເອົາປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ ໃນປີ 2020.
ໃນໂອກາດດັ່ງກ່າວ ສະຫາຍ ກິມຢົງນາມ ໄດ້ຝາກຄຳຢື້ຢາມຖາມຂ່າວ ອັນສະໜິດສະໜົມ ຈາກ ສະຫາຍປະ ທານພັກແຮງງານເກົາຫຼີ ກິມເຈິງອູນ ເຖິງ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະ ບັນດາສະຫາຍການນຳຂັ້ນສູງຂອງ ພັກ, ລັດ ສປປ ລາວ. ຄະນະຍັງໄດ້ພົບປະກັບ ສະຫາຍ ຣີຊູຢອງ, ກໍາມະການກົມການເມືອງ, ຮອງປະທານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກແຮງງານເກົາຫຼີ ໂດຍທັງສອງຝ່າຍ ໄດ້-Á¥É¤-¦½²¾®-¡¾-ພົ້ນເດັ່ນ¢º¤-ÁªÈ-ì½-²ñກ ກໍ່ຄືສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ປຶກສາຫາລື ກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງ ພັກໃນຕໍ່ໜ້າ.