ຄະນະຜູ້ແທນລາວ ນຳໂດຍ ທ່ານ ປອ.ຄຳລຽນ ພົນເສນາ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະຈາກສະພາແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ສຳເລັດການເຂົ້າຮ່ວມ ກອງປະຊຸມທົບທວນຄືນກາງສະໄຫມ ການຈັດຕັ້ງປະຕິບັດແຜນດຳເນີນງານ ອິດສະຕັນບູນ (Istanbul Programme of Action - IPoA) ແຕ່ປີ 2011 ເຖິງປີ 2020 ສຳລັບປະເທດດ້ອຍພັດທະນາ, ຊຶ່ງໄດ້ຈັດຂຶ້ນແຕ່ວັນທີ 27-29 ພຶດສະພາ 2016, ທີ່ ເມືອງອານຕາເລຍ, ປະເທດຕວັກກີ. ກອງປະຊຸມດັ່ງກ່າວຖືກຈັດຂຶ້ນຮ່ວມກັນ ໂດຍລັດຖະບານຕວັກກີ ແລະ ອົງການສະຫະປະຊາຊາດ ພາຍໃຕ້ຫົວຂໍ້ ''ການເປັນຄູ່ຮ່ວມມືເພື່ອສ້າງການປ່ຽນແປງດ້ານການພັດທະນາຢ່າງຕັ້ງຫນ້າຢູ່ປະເທດດ້ອຍພັດທະນາ'' ໂດຍການເປັນປະທານ ຂອງ ພະນະທ່ານ ເມບລຸດ ຊາວວຸສໂອກໂລ (MevlütÇavuşoğlu), ລັດຖະມົນຕີກະຊວງການຕ່າງປະເທດ ຂອງປະເທດຕວັກກີ ແລະ ມີຜູ້ແທນຂັ້ນສູງ ຈາກລັດຖະບານຂອງປະເທດສະມາຊິກ ແລະ ຜູ້ຕາງຫນ້າທີ່ກ່ຽວຂ້ອງຈາກສະພາ, ອົງການຈັດຕັ້ງພາກພື້ນແລະສາກົນ, ສັງຄົມພົນລະເຮືອນ, ພາກເອກະຊົນ, ມູນນິທິ, ສະຖາບັນຄົ້ນຄວ້າແລະສື່ມວນຊົນ ເຂົ້າຮ່ວມ 2 ພັນກວ່າຄົນ.
ຄະນະຜູ້ແທນຂອງ ສປປ ລາວ ນຳໂດຍ ທ່ານ ນາງ ມອນມະນີ ຍອຍບົວກ່ອງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າກອງປະຊຸມສຸດຍອດໂລກວ່າດ້ວຍມະນຸດສະທໍາ, ຊຶ່ງຈັດຂຶ້ນລະຫວ່າງວັນທີ 23 - 24 ພຶດສະພາ 2016, ທີ່ ເມືອງອິສຕັນບູນ, ປະເທດຕວກກີ. ກອງປະຊຸມຄັ້ງນີ້ ດຳເນີນໂດຍຫ້ອງການຜູ້ປະສານງານດ້ານມະມຸດສະທຳຂອງອົງການ ສປຊ (UNOCHA) ຮ່ວມກັບລັດຖະບານຕວກກີ ໃນຖານະປະເທດເຈົ້າພາບ, ເຊິ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “One Humanities- Shared Responsibilities”. ກອງປະຊຸມສຸດຍອດໂລກຄັ້ງນີ້ ແມ່ນເກີດຂຶ້ນຈາກຂໍ້ລິເລີ່ມຂອງທ່ານເລຂາທິການໃຫ່ຍ ອົງການສະຫະຊາຊາດ ເພື່ອໃຫ້ມີການທົບທວນຄືນ ກ່ຽວກັບການດໍາເນີນງານດ້ານມະນຸດສະທຳ ແລະ ການຕອບສະຫນອງຕໍ່ບັນຫາສິ່ງທ້າທາຍຕ່າງໆ ໂດຍຖືເອົາແນວທາງແກ້ໄຂບັນຫາຜ່ານຫລັກການຄວາມຮັບຜິດຊອບ ເພື່ອສ້າງແຮງບັນດານໃຈ ແລະ ເພີ່ມທະວີຄວາມຄໍາໝັ້ນໝາຍທາງດ້ານມະນຸດສະທໍາ ແລະ ຫຼັກການມະນຸດສະທໍາສາກົນ ທີ່ເປັນຮູບປະທໍາ ແນໃສ່ຊ່ວຍເຮັດໃຫ້ບັນດາປະເທດ ແລະ ຊຸມຊົນຕ່າງໆ ມີການກະກຽມຄວາມພ້ອມໃນການຮັບມືກັບວິກິດການຕ່າງໆ ແລະ ສ້າງຄວາມເຂັ້ມແຂງໃຫ້ຕ້ານທານຕໍ່ຜົນກະທົບຈາກວິກິດການທີ່ເກີດຂຶ້ນ.