ໃນຕອນເຊົ້າວັນທີ 13 ສິງຫາ 2015, ທີ່ ຫ້ອງວ່າການປະທານປະເທດ, ທ່ານ ພົງສະຫວັດ ບຸບຜາ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ອັສກາມູຊິນັອບ (Askar MUSSINOV), ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກາຊັກສະຖານ. ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງຈາກ ປະທານາທິບໍດີສ.ກາ ຊັກສະຖານ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຖານະທູດພິເສດມາຢືນຈົດໝາຍຕໍ່ປະທານປະເທດ ແຫ່ງ ສປປ ລາວ ເພື່ອຂໍສຽງສະໜັບສະໜູນຈາກ ສປປ ລາວ ໃນການລົງສະໝັກເຂົ້າເປັນສະມາ ຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ ສປຊ ສຳລັບສົກປີ 2017-2018 ເຊິ່ງຈະມີການເລືອກຕັ້ງຂຶ້ນໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 71 ທີ່ ນິວຢອກ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ແລກປ່ຽນທັດສະນະຕໍ່ການຮ່ວມມືເຂດພາກພື້ນ ແລະ ສາກົນເຊິ່ງໄລຍະຜ່ານມາ ສປປ ລາວ ແລະ ສ.ກາຊັກສະຖານ ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ, ສອງຝ່າຍຍັງໄດ້ທົບທວນຄືນການພົວພັນ ຮ່ວມມືກັນ ລະຫວ່າງ ສອງປະເທດ ທີ່ມີມາແຕ່ດົນນານ. ພ້ອມນີ້ສອງຝ່າຍຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດໃຫ້ກັນຊາບ ພ້ອມທັງໄດ້ ຢືນຢັນຈະປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ກາຊັກສະຖານ ໂດຍສະເພາະໃນຂົງເຂດຂະແໜງການຮ່ວມມືກັນທາງ ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກຳ, ການສຶກສາ ແລະ ຂະແໜງການອື່ນໆທີ່ສອງຝ່າຍມີຄວາມ ສົນໃຈຮ່ວມກັນ ແລະ ມີບາງອັນ ສອງຝ່າຍກະກຽມທີ່ຈະເຊັນສັນຍານຳກັນ.
ທ່ານ ພົງສະຫວັດ ບຸບຜາ ໄດ້ສະແດງຄວາມຍິນດີທີ່ ທ່ານ ອັສກາ ມູຊິນັອບໄດ້ຖືກແຕ່ງຕັ້ງເປັນທູດ ພິເສດ ມາປະຕິບັດພາລະກິດຢູ່ ສປປ ລາວເຊິ່ງຈະເປັນການປະກອບສ່ວນຊຸກຍູ້ການພົວພັນ ຮ່ວມມືສອງຝ່າຍ ໃນອະນາຄົດ. ພ້ອມນີ້ທ່ານຍັງໄດ້ອວຍພອນໃຫ້ ທ່ານ ອັສກາ ມູຊິນັອບ ປະສົບຜົນສຳເລັດໃນການປະຕິບັດພາລະກິດຂອງຕົນ ຢູ່ ສປປ ລາວ ໃນຄັ້ງນີ້.
ກອງປະຊຸມໜ່ວຍງານ ຜູ້ຊ່ຽວຊານດ້ານການຊ່ວຍເຫລືອມະນຸດສະທຳ ແລະບັນເທົາທຸກໄພພິບັດໃນຂອບຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ+ ຄັ້ງທີ 6 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 5 ສິງຫາ 2015 ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງກອງທັບປະຊາຊົນລາວແລະ ກຳລັງປ້ອງກັນຕົວຍີ່ປຸ່ນ ເຊິ່ງນຳໂດຍ ທ່ານ ພັນໂທ ໄພວັນຈັນທະພົມມາ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າກອງເລຂາອາຊຽນກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຄນໂກະ ຊາໂຕະ, ຫົວໜ້າຫ້ອງການນະໂຍບາຍສາກົນ ແລະ ປ້ອງກັນຊາດຂອງກະຊວງປ້ອງກັນປະເທດຍີ່ປຸ່ນ, ກອງປະຊຸມ ຍັງໄດ້ຮັບກຽດຕ້ອນຮັບທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ, ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ຫົວໜ້າຄະນະກຳມະການ ຄວບຄຸມໄພພິບັດ ຂອງກອງທັບປະຊາຊົນລາວ, ມີຄະນະຜູ້ແທນຈາກ 10 ປະເທດ ສະມາຊິກອາຊຽນ ແລະ ອີກ 8 ປະເທດ+ ຄື:ອົດສະຕຣາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ ເກົາຫລີ, ນິວຊີແລນ, ຣັດເຊຍແລະ ສະຫະລັດອາເມຣິກາ.
ການຈັດກອງປະຊຸມຄັ້ງນີ້ ເພື່ອຜັນຂະຫຍາຍ ແຜນງານຮ່ວມມືຂອງກອງທັບປະຊາຊົນລາວ ແລະ ກອງທັບຍີ່ປຸ່ນ ເຊັ່ນ: ທົບທວນ ແລະ ຕີລາຄາກ່ຽວກັບການຈັດຕັ້ງ ປະຕິບັດກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການຊ່ວຍເຫລືອ ມະນຸດສະທຳ ແລະບັນເທົາທຸກໄພພິບັດ ໃນຂອບຂອງກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ+ ໃນໄລຍະຜ່ານມາ, ພ້ອມທັງກວດສອບບັນດານິຕິກຳກ່ຽວກັບຫລັກການພື້ນຖານ ການຮ່ວມມືຊ່ວຍເຫລືອ ມະນຸດສະທຳ ແລະບັນເທົາທຸກໄພພິບັດ; ການວາງແຜນຝຶກຊ້ອມເທິງແຜ່ນທີ່-ແຜ່ນຮ່າງ ແລະ ການຝຶກຊ້ອມພາກສະໜາມ ໃນການຊ່ວຍເຫລືອ ມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ແລະ ຜ່ານແຜນງານການຮ່ວມມືຊ່ວຍເຫລືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກອງທັບລາວ ແລະ ກອງທັບຍີ່ປຸ່ນ ໃນປີ 2015-2016.
ໃນກອງປະຊຸມ ຍັງໄດ້ຄົນຄວ້າ, ປຶກສາຫາລືກ່ຽວກັບ ແຜນການຝຶກຊ້ອມເທິງແຜນທີ່-ແຜນຮ່າງ ແລະ ການຝຶກຊ້ອມ ພາກສະໜາມຕົວຈິງໃນການຊ່ວຍເຫລືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດເຊິ່ງຄາດວ່າຈະມີກອງທັບ 4 ຝ່າຍ ຄື: ລາວ, ຍີ່ປຸ່ນ, ໄທ ແລະ ຣັດເຊຍເຂົ້າຮ່ວມເປັນເຈົ້າພາບ ຈັດຢູ່ແຂວງຊົນບູລີ ປະເທດໄທ ໃນເດືອນກັນຍາ 2016, ຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ສຶກສາບັນດາຂໍ້ສົມມຸດຖານ ຫລືເຫດການຈຳລອງຕ່າງໆ ກ່ຽວກັບບັນຫາ ໄພພິບັດທີ່ເກີດຂຶ້ນຢູ່ໃນພາກພື້ນອາຊຽນ ຈາກນັ້ນ ຈະໄດ້ປຶກສາຫາລື ແລະຄົ້ນຄວ້າມາດຕະການ ທີ່ສາມາດຊົມໃຊ້ເຂົ້າໃນການປະຕິບັດການຊ່ວຍເຫລືອດ້ານ ມະນຸດສະທຳ ແລະ ບັນເທົາທຸກໄພພິບັດ, ໂດຍສະເພາະແມ່ນແຜນຝຶກຊ້ອມ ພາກສະໜາມ ທີ່ຈະຈັດຂຶ້ນທີ່ປະເທດໄທ
ກະຊວງອຸດສາຫະກໍາ-ການຄ້າ ຮ່ວມກັບກອງເລຂາອາຊຽນໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກເອກະຊົນ, ສະຖາບັນ ແລະ ອົງການຈັດຕັ້ງສາກົນ, ໃນວັນທີ 28 ກໍລະກົດ 2015 ນີ້ຢູ່ໂຮງແຮມແລນມາກແມ່ຂອງຣີເວີໄຊ ນະຄອນຫລວງວຽງຈັນ.
ໃນກອງປະຊຸມແມ່ນຈະໄດ້ກໍານົດແນວຄວາມຄິດໃນການກໍານົດແຜນງານບູລິມະສິດ ຂອງເສົາຄໍ້າເສດຖະກິດໃນໄລຍະການເປັນປະທານອາຊຽນ ໃນປີ 2016 ຂອງ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການກະຊວງອຸດສາຫະກໍາ-ການຄ້າ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ ການຈັດຕັ້ງກອງປະຊຸມໃນຄັ້ງນີ້ເປັນການປະຊຸມໃນລະດັບເປີດກ້ວາງ ໂດຍຈະມີຜູ້ຊຽວຊານມາຈາກພາກພື້ນອາຊຽນ ແລະ ຈາກພາຍໃນຂອງ ສປປ ລາວ ຈະໃຫ້ກຽດຂື້ນບັນລະຍາຍໃນຫົວຂໍ້ຕ່າງໆ ເຊັ່ນ: ການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນໃນປີ 2015 ແລະ ແຜນວຽກພາຍຫລັງການເຂົ້າເປັນປະຊາຄົມ ເສດຖະກິດອາຊຽນໃນປີ 2016 ພ້ອມນີ້ໄດ້ແລກປ່ຽນບົດຮຽນປະສົບການ ເພື່ອກໍານົດເອົາໜ້າວຽກຫລັກ, ທິດທາງໃນການພັດທະນາ ເສດຖະກິດໃນ ສປປ ລາວ ເພື່ອເປັນເງື່ອນໄຂໃນການສ້າງ ສິ່ງອໍານວຍຄວາມສະດວກທີ່ຕິດພັນກັບ 3 ເຂດບູລິມະສິດເຊັ່ນ: ການພິຈາລະນາເປີດດ່ານຊາຍແດນ ຢູ່ຈຸດສໍາຄັນຂອງ ສປປ ລາວ ຕະຫລອດ 24 ຊົ່ວໂມງ ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ລວມທັງການຈັດຕັ້ງປະຕິບັດ ນະໂຍບາຍການເປີດນ່ານຟ້າ, ການເຂົ້າເຖິງແຫລ່ງທຶນ ຂອງພາກທຸລະກິດໃຫ້ມີຄວາມສະດວກວ່ອງໄວຂຶ້ນ, ປັບປຸງການຊໍາລະສະສາງ ດ້ານການເງິນ, ຄວາມເປັນໄປໄດ້ ໃນການຍົກເວັ້ນວີຊາໃຫ້ແກ່ນັກທ່ອງທ່ຽວທົ່ວໄປໂດຍບໍ່ຈໍາກັດ ແຕ່ພາຍໃນອາຊຽນ, ການສົ່ງເສີມການທ່ອງທ່ຽວຕາມຊາຍແດນ, ຫລື ວັດທະນະທໍາ ຊົນເຜົ່າ ແລະ ອື່ນໆ.