ໃນວັນທີ 11 ທັນວາ 2015, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ຄັ້ງທີ 10 ທີ່ ແຂວງຈຳປາສັກ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມດີ ດວງດີ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາສຳລັບ ສປປ ລາວ; ທ່ານ ຊຸນ ຈັນໂທລ, ລັດຖະມົນຕີອາວຸໂສ, ລັດຖະມົນຕີວ່າການກະຊວງການຄ້າ, ປະທານຄະນະກໍາມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ສໍາລັບ ລາຊະອານາຈັກ ກຳປູເຈຍ ແລະ ທ່ານ ບຸຍ ກວາງ ວິງ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ສຳລັບ ສສ ຫວຽດນາມ ແລະ ມີຄະນະຜູ້ແທນຈາກກະຊວງຂະແໜງການ ແລະ ບັນດາແຂວງຂອງເຂດສາມຫລ່ຽມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLV ຄັ້ງທີ 8 ໃນປີ 2014 ທີ່ນະຄອນຫຼວງວຽງຈັນ, ໂດຍສະເພາະຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນແມ່ບົດການພັດທະນາເສດຖະກິດ-ສັງຄົມ ຂອງເຂດສາມຫລ່ຽມພັດທະນາ ແຕ່ປີ 2010 ຫາ 2020, ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ກ່ຽວກັບນະໂຍບາຍທີ່ດຶງດູດກວ່າເກົ່າຂອງເຂດສາມຫລ່ຽມພັດທະນາ ແລະ ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ໂດຍສຸມໃສ່ສ້າງເຂດການຮ່ວມມືດັ່ງກ່າວໃຫ້ກາຍເປັນເຂດທີ່ໄດ້ຮັບການສົ່ງເສີມ ແລະ ດຶງດູດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ຫລາຍກວ່າເກົ່າລວມທັງການຊອກຫາວິທີທາງຂົນຂວາຍລະດົມແຫຼ່ງທຶນຈາກປະເທດຄູ່ຮ່ວມພັດທະນາ, ສະຖາບັນການເງິນ ແລະ ພາກເອກະຊົນ ເຂົ້າມາສະໜັບສະໜູນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆຂອງຂອບການຮ່ວມມືດັ່ງກ່າວ.
ການປະຊຸມໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງຂອບການຮ່ວມມືເຂດສາມຫລ່ຽມພັດທະນາ ເຮັດໃຫ້ຂົງເຂດດັ່ງກ່າວ ສືບຕໍ່ຮັກສາໄດ້ຄວາມສາມັກຄີເພື່ອນມິດ ແລະ ບ້ານໃກ້ເຮືອນຄຽງ ທີມີມູນເຊື້ອອັນໄດ້ເຮັດໃຫ້ເຂດສາມຫລ່ຽມພັດທະນາ ມີສັນຕິພາບ ແລະ ສະຖຽນລະພາບ ແລະ ເອື້ອອຳນວຍໃຫ້ການພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ນັບຂະຫຍາຍຕົວ, ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ເຂດສາມຫລ່ຽມພັດທະນາ ຮອດປີ 2020 ສະບັບປັບປຸງໃໝ່ ແມ່ນມີຄວາມຄືບໜ້າຫຼາຍດ້ານ,ໂດຍສະເພາະບັນດາໂຄງການພັດທະນາພື້ນຖານໂຄງລ່າງ, ໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງເຊື່ອມຈອດພາຍໃນແຕ່ລະປະເທດ ແລະ ເພື່ອເຊື່ອມຈອດກັບບັນດາແຂວງໃນເຂດສາມຫລ່ຽມພັດທະນາ. ການລົງທຶນຂອງພາກລັດ ແລະ ເອກະຊົນໃນເຂດສາມຫລ່ຽມພັດທະນາມີທ່າອ່ຽງເພີ່ມຂື້ນ,ໂດຍສະເພາະແມ່ນການລົງທຶນຂອງ ຫວຽດນາມຢູ່ 4 ແຂວງພາກໃຕ້ຂອງ ສປປ ລາວ ມີມູນຄ່າຫລາຍກວ່າ 2 ຕື້ໂດລາສະຫະລັດ.
ກອງປະຊຸມໄດ້ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ 4 ຄະນະອະນຸກຳມະການ; ເວທີສົ່ງເສີມການຄ້າ ການລົງທຶນ ແລະ ທ່ອງທ່ຽວ; ງານວາງສະແດງສິນຄ້າ ແລະ ທ່ອງທ່ຽວ ແລະ ເວທີພົບປະຊາວໜຸ່ມຂອງເຂດສາມຫລ່ຽມພັດທະນາ ຊຶ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສິນຄ້າ, ການລົງທຶນ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ໃນເຂດສາມຫລ່ຽມພັດທະນາ.
ພ້ອມດຽວກັນນີ້, ລັດຖະມົນຕີໄດ້ມອບໝາຍໃຫ້ຄະນະເຈົ້າໜ້າທີ່ຈາກກະຊວງຂະແໜງການກ່ຽວຂ້ອງສືບຕໍ່ໜ້າວຽກສຳຄັນດັ່ງນີ້: 1. ສຶກສາ ກ່ຽວກັບການພັດທະນາອຸດສາຫະກຳຢາງພາລາໃນເຂດສາມຫລ່ຽມພັດທະນາ; 2. ສ້າງແຜນປະຕິບັດງານ ເຂດເຊື່ອມຈອດເສດຖະກິດເຂດສາມຫລ່ຽມພັດທະນາ; 3. ມອບໝາຍໃຫ້ຄະນະເຈລະຈາ ວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານການຄ້າ ສືບຕໍ່ເຈລະຈາ ວ່າດ້ວຍການສົ່ງເສີມ ແລະ ອຳນວຍຄວາມສະດວກ ດ້ານການຄ້າ ສືບຕໍ່ເຈລະຈາໃຫ້ສຳເລັດຜົນ ແລະ ສະເໜີຕໍ່ກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາຄັ້ງທີ 9 ທີ່ຈະຈັັດຂຶ້ນໃນປີ 2016 ທີ ລາຊະອານາຈັກ ກຳປູເຈຍ.
ກອງປະຊຸມລັດຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ຄັ້ງທີ 11ຈະໄດ້ຈັດຂຶ້ນໃນປີ 2017 ໂດຍການເປັນເຈົ້າພາບຂອງ ສສ ຫວຽດນາມ.