ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານາທິບໍດີ ສິງກະໂປ ຢ້ຽມຢາມລັດຖະກິດ ທີ່ ສປປ ລາວ

PD Singapore1 PD Singapore2

PD Singapore3

 

ໃນຕອນເຊົ້າຂອງວັນທີ 12 ມັງກອນ 2017, ທີ່ ທຳນຽບປະທານປະເທດ (ຫໍຄຳ), ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຈັດພິທີຕ້ອນຮັບຢ່າງເປັນທາງການຂຶ້ນ ຢ່າງສົມກຽດໃຫ້ແກ່ ການເດີນທາງມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ພະນະທ່ານ ດຣ. ໂທນີ ທານ ເກັງ ຢຳ, ປະທານາ ທິບໍດີ ແຫ່ງ ສ. ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນລະຫວ່າງວັນທີ 11-14 ມັງກອນ 2017.

 

ພາຍຫລັງສຳເລັດພິທີຕ້ອນຮັບ, ຜູ້ນຳທັງສອງ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ສືບຕໍ່ດຳເນີນການພົບປະສອງຝ່າຍ ຊຶ່ງໄດ້ຈັດຂຶ້ນທີ່ ທຳນຽບປະທານປະເທດ. ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ແຈ້ງສະພາບການພັດທະນາພາຍໃນປະເທດຂອງຕົນ ໃນໄລຍະຜ່ານມາ ໃຫ້ຕ່າງຝ່າຍຊາບ ໂດຍແຈ້ງໃຫ້ຮູ້ໄດ້ ຜົນສຳເລັດໃນການພັດທະນາປະເທດ. ສຳລັບວຽກງານພົວພັນສອງຝ່າຍ,​ ຜູ້ນຳທັງສອງໄດ້ຕີລາຄາສູງຕໍ່ກັບໝາກຜົນການຮ່ວມມືຂອງສອງປະເທດ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດ ໃນປີ 1974 ເປັນຕົ້ນມາ, ເຫັນໄດ້ວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງໃກ້ຊິດຂອງສອງປະເທດ ນັບມືຶ້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ຝ່າຍສິງກະໂປ ໄດ້ຕີລາຄາສູງຕໍ່ບົດບາດການເປັນປະທານອາຊຽນຂອງ ສປປ ລາວ ແລະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2016 ສຳເລັດດ້ວຍດີ, ຝ່າຍລາວ ໄດ້ຕີລາຄາສູງ ການປະກອບສ່ວນຂອງສິງກະໂປ ໃນວຽກງານອາຊຽນ ແລະ ຂອບໃຈຕໍ່ການຊ່ວຍເຫຼືອຂອງສິງກະໂປ ຕໍ່ ສປປ ລາວ ຕະຫຼອດໄລຍະການເປັນປະທານອາຊຽນ ໃນປີ 2016. ໃນຊຸມປີມໍ່ໆມານີ້, ການພົວພັນສອງຝ່າຍໄດ້ມີໝາກຜົນຕົວຈິງອັນສຳຄັນ ໂດຍສະເພາະໃນດ້ານຕ່າງໆເຊັ່ນ: ການເປີດຖ້ຽວບິນ ຈາກ ສິງກະໂປ-ວຽງຈັນ-ຫຼວງພະບາງ ຂອງບໍລິສັດ ຊິວແອ ຂອງ ສິງກະໂປ ແລະ ການລົງນາມໃນສັນຍາຮ່ວມເສັ້ນທາງບິນນຳກັນ ແລະ ຫວ່າງ ບໍລິສັດ ຊິວແອ ແລະ ບໍລິສັດ ການບິນລາວ; ແລະ ຜົນສຳເລັດໃນການບັງຄັບໃຊ້ ສັນຍາວ່າດ້ວຍການຫຼີກເວັ້ນການເກັບອາກອນຊຳ້ຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ ລະຫວ່າງ ສອງລັດຖະບານ.

 

ໃນໄລຍະຜ່ານມາ, ສິງກະໂປ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນດ້ານການພັດທະນາຊັບພະຍາກອນມະນຸດ, ໂດຍການໃຫ້ທຶນການສຶກສາໄລຍະຍາວ ແລະ ຝຶກອົບຮົມໄລຍະສັ້ນ ທັງຢູ່ປະເທດ ສິງກະໂປ ແລະ ຢູ່ ສູນລາວ-ສິງກະໂປ ທີ່ນະຄອນຫລວງວຽງຈັນ; ສົ່ງອາສາສະໝັກຊາວໜຸ່ມຈາກສິງກະໂປ ເຂົ້າມາຊ່ວຍເຫຼືອບັນດາໂຮງຮຽນ ແລະ ຊຸມຊົນຕ່າງໆ ເພື່ອສອນພາສາອັງກິດ, ຄອມພິວເຕີ, ການຮັກສາສິ່ງແວດລ້ອມ ແລະ ປະກອບສ່ວນທຶນຮອນເພື່ອກໍ່ສ້າງໂຮງຮຽນ ເຊິ່ງມີຈຳນວນຫຼາຍກວ່າ 1.500 ຄົນ ນັບແຕ່ປີ 2008 ເຖິງປັດຈຸບັນ; ພ້ອມນັ້ນຍັງມີອາສາສະໝັກແພດ ທີ່ເປັນຊ່ຽວຊານດ້ານຕ່າງໆ ຈຳນວນຫຼາຍຮ້ອຍຄົນເຂົ້າມາຊ່ວຍເຫຼືອປິ່ນປົວ ໃນຫຼາຍຂົງເຂດ; ແລະ ການລົງທຶນຂອງບັນດານັກທຸລະກິດ ສິງກະໂປ ຢູ່ລາວ ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ກັບສະພາບການສາກົນ ແລະ ພາກພື້ນ ທີ່ມີຄວາມຄວາມສົນໃຈຮ່ວມກັນ.

 

ໃນວັນດຽວກັນ, ພະນະທ່ານ ດຣ. ໂທນີ ທານ ເກັງ ຢຳ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ຢ້ຽມຊົມພະທາດຫຼວງວຽງຈັນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484479
ມື້ນີ້183
ມື້ວານ273
ອາທິດນີ້917
ເດືອນນີ້3784