ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານທູດ ຣູມານີ

 

Saleumxayromaniaweb

 

ໃນວັນທີ 14 ກຸມພາ 2017, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ Gruia Jacota, ເອກອັກຄະລັດຖະທູດ ຣູມານີ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ກ່າວແຈ້ງໂດຍຫຍໍ້ ກ່ຽວກັບ ການປະຕິບັດໜ້າທີ່ການທູດຂອງຕົນໃນໄລຍະຜ່ານມາ, ຊົມເຊີຍຜົນສຳເລັດຂອງ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນຜົນສຳເລັດໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ຜ່ານມາ ແລະ ທ່ານທູດ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປະກອບສ່ວນຊຸກຍູ້ໃຫ້ມີການຢ້ຽມຢາມຂອງສອງປະເທດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີໃນອະນາຄົດ. ພ້ອມນີ້, ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ກໍ່ຄືກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານການທູດຢູ່ ສປປ ລາວ ຈົນປະສົບຜົນສຳເລັດເປັນຢ່າງດີ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງ ແລະ ຂອບໃຈຕໍ່ການເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນຂອງທ່ານເອກອັກຄະລັດຖະທູດ ໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ຣູມານີ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງ ອວຍພອນ ໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485995
ມື້ນີ້126
ມື້ວານ168
ອາທິດນີ້1031
ເດືອນນີ້5300