ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດລາວ ຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ

 

Saleumxaycambodia3web Saleumxaycambodia1web

 

Saleumxaycambodia4web Saleumxaycambodia2web

 

ໂດຍຕອບສະໜອງຕາມການເຊີນຂອງ ທ່ານ ປຣາກ ໂຊຄົນ, ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງຣາຊະອານາຈັກກຳປູເຈຍ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້​ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-25 ມັງກອນ 2017.

ໃນວັນທີ 24 ມັງກອນ 2017, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ​ເຈົ້າ​ຊີວິດ ໂນໂຣດົມສີຫາໂມນີ ແລະ ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນແຊນ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກຳປູເຈຍ. ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແລະ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມາຍັງ ພະມະຫາກະສັດ ແລະ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ຕາມລໍາດັບ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະໄດ້ພົບປະສອງຝ່າຍກັບ ທ່ານ ປຣາກ ໂຊຄົນ, ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງຣາຊະອານາຈັກກຳປູເຈຍ, ເຊິ່ງໃນການພົບປະຄັ້ງນີ້ ສອງຝ່າຍກໍໄດ້ແຈ້ງສະພາບການພັດທະນາພາຍໃນປະ​ເທດຂອງຕົນໃນໄລຍະຜ່ານມາໃຫ້ກັນຊາບ, ໂດຍສະເພາະຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ; ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນແລະການຮ່ວມມືສອງລັດຖະບານ ກໍ​ຄື​ 2 ກະຊວງ​ການ​ຕ່າງປະ​ເທດ ລາວ - ກໍາປູ​ເຈຍ ໃນໄລຍະຜ່ານມາ;ໄດ້ເປັນເອກະພາບກັນໃນທິດທາງການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າໃຫ້​ແໜ້ນ​​ແຟ້ນຂຶ້ນກ່ວາເກົ່າ. ນອກ​ຈາກນີ້, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ພ້ອມກັນນີ້, ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ແລະ ຄະ​ນະ ກໍໄດ້​ຢ້ຽມ​ຊົມຫໍ​ພິ​ພິ​ຕະ​ພັນ​ແຫ່ງ​ຊາດ ແລະ ເຂົ້າຮ່ວມງານລຽ້ງຕ້ອນຮັບ, ຈັດເປັນກຽດໂດຍທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດກໍາປູ​ເຈຍ.

ໃນວັນທີ25ມັງກອນ2017, ທ່ານ​ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຈະໄດ້​ນຳ​ພາ​ຄະ​ນະຝ່າຍລາວ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ວິ​ສາ​ມັນ ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ຮ່ວມ ລາວ-ກຳ​ປູ​ເຈຍ, ກໍາ​ປູ​ເຈຍ-ລາວ ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ເພື່ອປຶກສາຫາລືວຽກງານການປັກຫຼັກໝາຍຊາຍແດນຮ່ວມກັນ.ການຢ້ຽມຢາມຣາຊະອານາຈັກກຳປູເຈຍ ຂອງ ທ່ານ​ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຄັ້ງນີ້, ເປັນຄັ້ງທໍາອິດພາຍຫຼັງທີ່​ທ່ານ​ໄດ້ຮັບຕໍາແໜ່ງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ເຊິ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງສອງປະເທດ​​ທີ່ມີໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485796
ມື້ນີ້95
ມື້ວານ206
ອາທິດນີ້832
ເດືອນນີ້5101