ວັນທີ 13 ມັງກອນ 2017, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຫງວຽນ ບາ ຮຸ່ງ, ໃນໂອກາດໄດ້ຮັບແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ຜູ້ໃໝ່.
ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຫງວຽນ ບາ ຮຸ່ງ ທີ່ໄດ້ຮັບແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າພາຍໃນໄລຍະເວລາ ທີ່ທ່ານປະຕິບັດໜ້າທີ່ວຽກງານການທູດ ຂອງຕົນ ຢູ່ ສປປ ລາວ ນີ້, ທ່ານຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນມີປະສິດທິຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ໂດຍສະເພາະການຮ່ວມມືກັນ ເພື່ອເພີ່ມທະວີບໍລິມາດ ແລະ ປະສິດທິພາບ ທາງດ້ານການຄ້າ, ການລົງທືນ ລະຫວ່າງ ສອງປະເທດ ເປັນຕົ້ນແມ່ນການປະຕິບັດໂຄງການໃຫຍ່ຮ່ວມກັນ ໃຫ້ມີປະສິດທິຜົນດີ, ພິເສດແມ່ນ ການຮ່ວມມືກັນໃນເວທີພາກພື້ນ ແລະ ສາກົນ. ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະໃຫ້ການຮ່ວມມືຢ່າງເຕັມທີ່ ເພື່ອໃຫ້ທ່ານເອກອັກຄະລັດຖະທູດ ສໍາເລັດໜ້າທີ່ອັນສູງສົ່ງ ທີ່ໄດ້ຮັບມອບໝາຍຂອງຕົນ.
ພິເສດ ໃນປີ 2017 ນີ້, ສະຖານທູດຫວຽດນາມ ແລະ ກະຊວງການຕ່າງປະເທດລາວ ຈະໄດ້ປະສານງານກັນ ແລະ ຮ່ວມມືກັນ ຢ່າງໃກ້ຊິດ ເພື່ອກະກຽມໃຫ້ບັນດາກິດຈະກຳ ສະເຫຼີມສະຫຼອງສອງວັນປະຫວັດສາດຂອງສອງຊາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 55 ປີ (5/9/1962-5/9/2017) ປະສົມຜົນສຳເລັດຢ່າງຈົບງາມ.
ໃນໂອກາດດຽວກັນ, ທ່ານ ຫງວຽນ ບາ ຮຸ່ງ, ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ, ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຕະຫຼອດໄລຍະປະຕິບັດໜ້າທີ່ຂອງຕົນ ຢູ່ ສປປ ລາວ, ຈະເຮັດສຸດຄວາມສາມາດເພື່ອເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຈະເລີນງອກງາມຍິ່ງໆຂຶ້ນ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນມິດຕະພາບ, ການສ້າງສາພັດທະນາຂອງສອງປະເທດ, ການຮ່ວມມືທີ່ມີໝາກຜົນໃນດ້ານເສດຖະກິດ, ການຄ້າ, ການລົງທືນ; ການຮ່ວມມືໃນດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ອື່ນໆ ໃຫ້ນັບມື້ນັບດີຂຶ້ນ.