ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ດຣ. ວິວຽນ ບາລາຄຣິສນັນ (Dr. Vivian Balakrishnan), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນລະຫວ່າງວັນທີ 12-13 ກຸມພາ 2017, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ ແລະ ເພື່ອເປັນການຜັນຂະຫຍາຍຜົນຂອງການຢ້ຽມຢາມ ສປປ ລາວ ທາງລັດຖະກິດຂອງ ພະນະທ່ານ ໂທນີ ທັນ ເກັງ ຢຳ, ປະທານາທິບໍດີ ແຫ່ງ ສ. ສິງກະໂປ ໃນເດືອນມັງກອນ 2017 ທີ່ຜ່ານມາ.
ໃນວັນທີ 13 ກຸມພາ 2017, ໃນການພົບປະ ທີ່ ກະຊວງການຕ່າງປະເທດ ແຫ່ງ ສ. ສິງກະໂປ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ທີ່ນັບມືຶ້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ເຫັນໄດ້ຈາກການນຳຂອງສອງປະເທດ ທີ່ມີການແລກປ່ຽນການຢ້ຽມຢາມຮ່ວມກັນຢ່າງເປັນປົກກະຕິໃນໄລຍະຜ່ານມາ.
ພ້ອມກັນນັ້ນ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານສິງກະໂປ ຕໍ່ ສປປ ລາວ ໃນຂະແໜງການຕ່າງໆ, ລວມທັງການພັດທະນາຊັບພະຍາກອນມະນຸດ ແລະ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ໃນປີ 2016 ແລະ ຝ່າຍສິງກະໂປ ກໍໄດ້ສະແດງຄວາມຂອບໃຈ ສປປ ລາວ ໃນການຕ້ອນຮັບອັນອົບອຸ່ນ ແກ່ການນຳຂັ້ນສູງ ຂອງສິງກະໂປ ທີ່ມາຢ້ຽມຢາມລາວ ແລະ ໃຫ້ການສະໜັບສະໜູນສິງກະໂປ ໃນການສະໝັກເປັນສະມາຊິກຂອງອົງການຈັດຕັ້ງສາກົນຕ່າງໆ ໃນຂອບຂອງ ສປຊ. ນອກຈາກນັ້ນ ກໍ່ໄດ້ປຶກສາຫາລືກັນເຖິງແຜນການ ແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ, ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ຢູ່ ສປປ ລາວ ໃນຕໍ່ໜ້າ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນນຳກັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ລີ ຊຽນ ຫລົງ, ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງນາຍົກລັດຖະມົນຕີ ລີ ຊຽນ ຫລົງ.
ໃນໂອກາດເດີນທາງຢ້ຽມຢາມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມສະຖານທີ່ສຳຄັນ ຕ່າງໆເຊັ່ນ: ຫໍພິພິດທະພັນ ແລະ ວິທະຍາໄລ ການບໍລິຫານລັດ ອີກດ້ວຍ.
ສປປ ລາວ ແລະ ສິງກະໂປ ໄດ້ມີຜົນສຳເລັດຫຼາຍດ້ານທີ່ເປັນຮູບປະທຳໃນການພົວພັນສອງຝ່າຍ ໃນດ້ານຕ່າງໆເຊັ່ນ: ການເປີດຖ້ຽວບິນຄືນໃໝ່ ຈາກ ສິງກະໂປ-ວຽງຈັນ-ຫຼວງພະບາງ ອາທິດລະສາມຄັ້ງ ຂອງ ບໍລິສັດ ຊິວແອ (SilkAir) ຂອງສິງກະໂປ ແລະ ການລົງນາມໃນສັນຍາຮ່ວມເສັ້ນທາງບິນນຳກັນລະຫວ່າງ ບໍລິສັດ ຊິວແອ ແລະ ບໍລິສັດ ການບິນລາວ; ແລະຜົນສຳເລັດໃນການບັງຄັບໃຊ້ ສັນຍາວ່າດ້ວຍການຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກ ການເສຍອາກອນລາຍໄດ້ ລະຫວ່າງສອງລັດຖະບານ; ການໃຫ້ທຶນການສຶກສາໄລຍະຍາວ ແລະ ທຶນຝຶກອົບຮົມໄລຍະສັ້ນ ໃຫ້ແກ່ພະນັກງານ ແລະ ນັກສຶກສາຂອງລາວ; ການສົ່ງອາສາສະໝັກຊາວໜຸ່ມຈາກສິງກະໂປ ຈຳນວນຫຼາຍກວ່າ 1.500 ຄົນເຂົ້າມາຊ່ວຍເຫຼືອບັນດາໂຮງຮຽນ ແລະ ຊຸມຊົນຕ່າງໆ; ແລະ ການຮ່ວມກັນສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໄດ້ມີການຂະຫຍາຍຕົວໃນລະດັບດີພໍສົມຄວນ, ເຫັນໄດ້ຈາກມູນຄ່າການຄ້າລວມ ລະຫວ່າງສອງປະເທດ, ໃນປີ 2015 ສາມາດບັນລຸໄດ້ເຖິງ 72.5 ລ້ານ ໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກຂອງ ສປປ ລາວ ໄປ ສິງກະໂປ ມີ 13 ລ້ານ ໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າຈາກສິງກະໂປ ມີ 59 ລ້ານໂດລາ ສະຫະລັດ. ມາເຖິງປີ 2016, ມູນຄ່າການລົງທຶນຂອງສິງກະໂປ ຢູ່ ລາວ ມີປະມານ 187 ລ້ານ ໂດລາສະຫະລັດ, ຊຶ່ງນອນຢູ່ໃນ 79 ໂຄງການ, ເຮັດໃຫ້ສິງກະໂປ ຢູ່ໃນອັນດັບທີ 11 ໃນບັນດານັກລົງທຶນຕ່າງປະເທດລາຍໃຫຍ່ ທີ່ມາລົງທຶນ ຢູ່ ສປປ ລາວ.