ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ຄະນະຜູ້ແທນ ກຳປູເຈຍ ສຳເລັດການຢ້ຽມຢາມທາງການ ແລະ ເຮັດວຽກ ຢູ່ ສປປ ລາວ

2019222-jc-lc4

2019222-jc-lc1

2019222-jc-lc2

2019222-jc-lc3

    ໃນລະຫວ່າງວັນ​ທີ 21-22 ກຸມພາ 2019, ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ປະທານຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ພ້ອມດ້ວຍ​ຄະ​ນະ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ ສປປ ລາວ ຢ່າງ​ເປັນທາງ​ການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13, ທີ່ ນະຄອນຫຼວງວຽງຈັນ, ຕາມ​ຄຳເຊື້ອ​ເຊີນ​ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ກຳປູເຈຍ.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ບຣູໄນ ດາຣູຊາລາມ ຢ່າງເປັນທາງການ

2019216-pm visit brunei1

2019216-pm visit brunei2

2019216-pm visit brunei3

2019216-pm visit brunei6

ອ່ານເພີ່ມເຕີມ... 

ພິທີມອບ-ຮັບໜ້າທີ່ຫົວໜ້າສະຖາບັນການຕ່າງປະເທດ ແລະ ປະກາດຕຳແໜ່ງບໍລິຫານ ຂອງກະຊວງການຕ່າງປະເທດ

20190212POD1

ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່

 

20190212POD2

ປະກາດຕຳແໜ່ງບໍລິຫານ

 

ໃນຕອນບ່າຍຂອງວັນທີ 12 ກູມພາ 2019, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງ ຫົວໜ້າສະຖາບັນການຕ່າງປະເທດຜູ້ໃໝ່, ພ້ອມທັງ ປະກາດການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 06 ທ່ານ, ຫົວໜ້າພະແນກ 1 ທ່ານ, ຮອງຫົວໜ້າພະແນກ 1 ທ່ານ ແລະ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຄີພະຍານ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງ ກະຊວງການຕ່າງປະເທດ. ໃນພີທີໄດ້ປະກາດການແຕ່ງຕັ້ງ ທ່ານ ຄຳສວຍ ແກ້ວດາລາວົງ, ເອກອັກຄະລັດຖະທູດ ທີ່ຈົບ ປະຈຳການ ສະຖານເອກອັກຄະລັດຖະທູດລາວ ປະຈຳ ສ. ເກົາຫຼີ ເປັນຫົວໜ້າສະຖາບັນການຕ່າງປະເທດຄົນໃໝ່ ຕາມ​ດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າສະຖາບັນການຕ່າງປະເທດ ສະບັບ​ເລກທີ 494/ນຍ, ລົງ​ວັນ​ທີ 26/12/2018. ແລະ ໄດ້​ລົງນາມມອບ​-ຮັບ​ໜ້າ​ທີ່​ລະຫວ່າງທ່ານ ທ່ຽງ ບຸບຜາຫົວໜ້າສະຖາບັນການຕ່າງປະເທດຜູ້ເກົ່າແລະທ່ານຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດຜູ້ໃໝ່. ສ່ວນຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ທ່ານ ທ່ຽງ ບຸບຜາ ແມ່ນໄດ້ຮັບການແຕ່ງຕັ້ງ ເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສ. ເກົາຫຼີ.

ພາຍຫຼັງສຳເລັດວາລະການເຊັນມອບຮັບຕຳແໜ່ງ ຫົວໜ້າສະຖາບັນການຕ່າງປະເທດຜູ້ເກົ່າ ແລະ ຜູ້ໃໝ່ແລ້ວ ພິທີໄດ້ສືບຕໍ່ດຳເນີນການປະກາດຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າກົມ ແລະ ຂັ້ນພະແນກ ຂອງກະຊວງການຕ່າງປະເທດ ຄື: ຮອງຫົວໜ້າກົມອາຊຽນ 1 ທ່ານ, ຮອງຫົວໜ້າກົມກົງສຸນ 1 ທ່ານ, ຮອງຫົວໜ້າກົມເສດຖະກິດ 2 ທ່ານ, ຮອງຫົວໜ້າຫ້ອງການບໍລິການສະຖານທູດ 2 ທ່ານ, ຫົວໜ້າພະແນກກົມເສດຖະກິດ 1 ທ່ານ ແລະ ຮອງຫົວໜ້າພະແນກ ກົມພິທີການທູດ 1 ທ່ານ.

ໃນພິທີມອບ-ຮັບໜ້າທີ່ໃໝ່ ແລະ ປະກາດຕຳແໜ່ງບໍລິຫານໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດ ແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ມີຄວາມໝັກແໜ້ນ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນ ແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ໃນຂະແໜງການຕ່າງປະເທດຢ່າງມີປະສິດທິພາບ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486367
ມື້ນີ້63
ມື້ວານ220
ອາທິດນີ້29
ເດືອນນີ້5672