ໃນຕອນບ່າຍຂອງ ວັນທີ 15 ມັງກອນ 2019, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ, ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຫົວໜ້າກົມອາຊຽນຜູ້ໃໝ່ ແລະ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງກະຊວງການຕ່າງປະເທດ ທີ່ໄດ້ຖືກເຊີນເຂົ້າຮ່ວມໃນພີທີຄັ້ງນີ້ ມີຈຳນວນທັງໝົດ 25 ກວ່າທ່ານ. ໃນພີທີໄດ້ປະກາດການແຕ່ງຕັ້ງ ທ່ານ ລັດສະໜີ ແກ້ວມະນີ, ເປັນຫົວໜ້າກົມອາຊຽນຄົນໃໝ່ ຕາມດຳລັດວ່າດ້ວຍການແຕ່ງຕັ້ງຫົວໜ້າກົມອາຊຽນ ສະບັບເລກທີ 493/ນຍ, ລົງວັນທີ 26/12/2018. ສະນັ້ນ, ເພື່ອປະຕິບັດຕາມດຳລັດວ່າດ້ວຍການແຕ່ງຕັ້ງຫົວໜ້າກົມດັ່ງກ່າວ, ຈຶ່ງໄດ້ມີພິທີລົງນາມມອບ-ຮັບໜ້າທີ່ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ຄື: ລະຫວ່າງ ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າກົມອາຊຽນຜູ້ເກົ່າ ແລະ ທ່ານ ລັດສະໝີ ແກ້ວມະນີ, ຫົວໜ້າກົມອາຊຽນຜູ້ໃໝ່. ສ່ວນຫົວໜ້າກົມອາຊຽນຜູ້ເກົ່າ ທ່ານ ພົງສະຫວັນ ສີສຸລາດ ແມ່ນໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສະຫະຣາຊະອານາຈັກ ອັງກິດ, ຊຶ່ງຈະໄປປະຕິບັດໜ້າທີ່ອັນມີກຽດດັ່ງກ່າວ ຕາມການແຕ່ງຕັ້ງນັ້ນ ໃນເດືອນ ກຸມພາ 2019 ເປັນຕົ້ນໄປ.
ສປປ ລາວ-ສາທາລະນະລັດ ຊັງມາຣີໂນ ໄດ້ລົງນາມຖະແຫຼງການຮ່ວມວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທະລະນະລັດ ຊັງມາຣີໂນ ໃນວັນທີ 28 ກັນຍາ 2018 ທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດ, ນິວຢອກ, ສະຫະລັດອາເມລິກາ.
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ, ເຊີ່ງຈັດຂື້ນໃນວັນທີ 18 ມັງກອນ 2019, ທີ່ ຊຽງໃໝ່, ປະເທດໄທ ພາຍໃຕ້ຄໍາຂວັນທີ່ ໄທ ເປັນປະທານອາຊຽນໃນປີ 2019 ຄື: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ”. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມຄັ້ງທໍາອິດຂອງລັດຖະມົນຕີຕ່າງປະເທດອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ໄທ ໃນປີ 2019.